ຍທຂ ນວ ຊີ້ແຈງການຂຸດຄົ້ນຫີນ-ຊາຍ ແລະ ດິນດຳ

314

ການຂຸດຄົ້ນຫີນ – ແຮ່ – ຊາຍ ໃນນະຄອນຫຼວງວຽງຈັນ ແບ່ງອອກເປັນ 3 ລະດັບ ຄື: ປະຊາຊົນຂຸດຄົ້ນເພື່ອມານຳໃຊ້ສ່ວນຕົວ ແມ່ນຢູ່ໃນຄວາມຮັບຜິດຊອບຂັ້ນເມືອງ, ສ່ວນການຂຸດຄົ້ນເນື້ອທີ່ບໍ່ເກີນ 5 ເຮັກຕາລົງມາ ແມ່ນຢູ່ໃນ ຄວາມຮັບຜິດຊອບຂອງພະແນກ ຍທຂ ນະຄອນຫຼວງ, ສ່ວນເນື້ອທີ່ເກີນ 5 ເຮັກຕາຂຶ້ນໄປ ແມ່ນຄວາມຮັບຜິດຊອບຂອງກົມທາງນໍ້າ.

ໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ I ໃນວັນທີ 15 ກໍລະກົດ 2020 ຜ່ານມາ, ທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ( ຍທຂ ນວ ) ໄດ້ຊີ້ແຈງກ່ຽວກັບບັນຫາການຂຸດຄົ້ນຫີນແຮ່ – ຊາຍຕາມລຳແມ່ນ້ຳຂອງ ແລະ ນ້ຳງື່ມ ຕໍ່ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ແລະ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີໜຶ່ງນະຄອນຫຼວງວຽງຈັນ ວ່າ:

ການຄຸ້ມຄອງການຂຸດຄົ້ນ ຫີນ – ແຮ່ – ຊາຍ ແລະ ດິນດຳ ເປັນວຽກໜຶ່ງທີ່ມີຄວາມສຳຄັນຕໍ່ການພັດທະນາເສດຖະກິດ – ສັງຄົມຂອງປະເທດ ເວົ້າລວມ, ເວົ້າສະເພາະກໍຄືຕໍ່ກັບນະຄອນຫຼວງວຽງຈັນ ໃນການສ້າງລາຍຮັບເຂົ້າງົບປະມານລັດ. ດັ່ງນັ້ນ, ການປັບປຸງວຽກງານດັ່ງກ່າວນີ້ໃຫ້ມີຄວາມເປັນເອກະພາບ, ກ້າວສູ່ການຄຸ້ມຄອງດ້ວຍລະບຽບ ແລະ ກົດໝາຍ ຈຶ່ງມີຄວາມຈຳເປັນສູງ ເພື່ອເປັນການປົກປັກຮັກສາຊັບພະຍາກອນທີ່ເກີດຂຶ້ນຈາກທຳມະຊາດໃຫ້ສາມາດນຳໃຊ້ຢ່າງຍືນຍົງຕະຫຼອດໄປ. ຫຼຸດຜ່ອນບໍ່ໃຫ້ມີຜົນກະທົບຕໍ່ສັງຄົມໃນການຂົນສົ່ງວັດສະດຸຫີນ – ແຮ່ – ຊາຍ ແລະ ດິນດຳ, ຫຼຸດຜ່ອນຜົນກະທົບຕໍ່ສະພາບຕາຝັ່ງຂອງແມ່ນ້ຳໃນເວລາຂຸດຄົ້ນ, ຜົນກະທົບຕໍ່ລະບົບນິເວດວິທະຍາ ແລະ ສິ່ງແວດລ້ອມ. ພ້ອມກັນນີ້, ສ້າງລາຍຮັບທີ່ໝັ້ນຄົງ ແລະ ຕອບສະໜອງໃຫ້ແກ່ການພັດທະນາພື້ນຖານໂຄງລ່າງຂອງນະຄອນຫຼວງວຽງຈັນ ຕາມທິດຍືນຍົງ.

ທ່ານ ສຸລິວັນ ພົມມະຫາໄຊ ກ່າວວ່າ: ສຳລັບຂັ້ນຄຸ້ມຄອງການຂຸດຄົ້ນຫີນ – ແຮ່ – ຊາຍ ແລະ ດິນດຳ ໄດ້ແບ່ງຄວາມຮັບຜິດຊອບອອກເປັນ 3 ລະດັບ ຄື:

ລະດັບທີ 1 ການຂຸດຄົ້ນຕາມປະເພນີຂອງປະຊາຊົນ ເພື່ອມານໍາໃຊ້ວຽກສ່ວນລວມຂອງບ້ານ ແລະ ຂອງສ່ວນຕົວ ດ້ວຍການນໍາໃຊ້ພາຫະນະ ແລະ ອຸປະກອນຂຸດຄົ້ນແບບປະຖົມປະຖານ ເປັນຄວາມຮັບຜິດຊອບຂອງຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ.

ລະດັບທີ II ການຂຸດຄົ້ນຂະໜາດກາງ ເຊິ່ງມີເນື້ອທີ່ອະນຸຍາດໃຫ້ຂຸດຄົ້ນນັບແຕ່ 5 ເຮັກຕາ ລົງມາເປັນຄວາມຮັບຜິດຊອບຂອງພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ.

ລະດັບທີ III ການຂຸດຄົ້ນຂະໜາດໃຫຍ່ ເຊິ່ງມີເນື້ອທີ່ອະນຸຍາດໃຫ້ຂຸດຄົ້ນເກີນ 5 ເຮັກຕາ ເປັນຄວາມຮັບຜິດຊອບຂອງກົມທາງນໍ້າ, ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນຜູ້ຮັບຜິດຊອບ.

ທ່ານ ສຸລິວັນ ພົມມະຫາໄຊ ກ່າວຕື່ມວ່າ: ສຳລັບຮູບແບບການຂຸດຄົ້ນຫີນ – ແຮ່ – ຊາຍ ແລະ ດິນດຳ ໃນນະຄອນຫຼວງວຽງຈັນ ໂດຍອີງໃສ່ລັກສະນະພູມສັນຖານ, ສະພາບຕາຝັ່ງ, ໂຄງສ້າງທໍລະນີອຸທົກວິທະຍາ ແລະ ລະດັບເຕັກນິກຂອງຜູ້ປະກອບການ, ການຂຸດຄົ້ນຫີນ – ແຮ່ – ຊາຍ ແລະ ດິນດຳ ຈຶ່ງໄດ້ແບ່ງອອກເປັນ 3 ວິທີພື້ນຖານ ຄື: ການຂຸດຄົ້ນໂດຍການນຳໃຊ້ເຮືອດູດເວີນ ( ໝາຍຄວາມວ່າໃຊ້ເຮືອເຄື່ອນທີ່ດູດຕາມໜ້ານ້ຳທີ່ໄດ້ຮັບອະນຸຍາດ ); ການຂຸດຄົ້ນດ້ວຍການນຳໃຊ້ເຮືອດູດສົ່ງຜ່ານທໍ່ ( ເຮືອດູດຈຶ້ງ ) ແລະ ການຂຸດຄົ້ນດ້ວຍວິທີໃຊ້ກົນຈັກ ແລະ ແຮງງານຕັກເອົາວັດສະດຸໂດຍກົງ ( ນຳໃຊ້ກົນຈັກໜັກ ເຊັ່ນ: ລົດຈົກ, ລົດຕັກ ແລະ ແຮງງານຄົນ ).

ສ່ວນການຈັດຕັ້ງປະຕິບັດການອອກອະນຸຍາດຂຸດຄົ້ນ ຫີນ – ແຮ່ – ຊາຍໃນໄລຍະຜ່ານມາ ນັບແຕ່ປີ 2015 ເປັນຕົ້ນມາ ກົມທາງນ້ຳ ແລະ ພະແນກ ຍທຂ ນະຄອນຫຼວງວຽງຈັນ ໄດ້ຄົ້ນ ຄວ້າເອກະສານດຳເນີນທຸລະກິດຂຸດຄົ້ນຫີນ – ແຮ່ – ຊາຍ ຢູ່ນະຄອນຫຼວງວຽງຈັນ ໄດ້ຈຳນວນທັງໝົດ 51 ບໍລິສັດ, ມີ 59 ຈຸດຂຸດຄົ້ນ ແລະ ມີເນື້ອທີ່ການຂຸດຄົ້ນປະມານ 318,52 ເຮັກຕາ ແລະ ກົມທາງນ້ຳ ກະຊວງ ຍທຂ ໄດ້ອອກໃບອະນຸຍາດ ຈຳນວນ 4 ບໍລິສັດ ມີ 7 ຈຸດ ຂຸດຄົ້ນ 125 ເຮັກຕາ.

ສະເພາະໃນສົກປີ 2019 – 2020 ພະແນກ ຍທຂ ໄດ້ຮັບເອກະສານເພື່ອຄົ້ນຄວ້າອອກອະນຸຍາດດຳເນີນທຸລະກິດຂຸດຄົ້ນ ຫີນ – ແຮ່ – ຊາຍ ຄື: ໄດ້ຮັບຄຳຮ້ອງເພື່ອຄົ້ນຄວ້າ ຈຳນວນ 36 ຈຸດ ລວມມີ 33 ບໍລິສັດ ໃນເນື້ອທີ່ 146,5 ເຮັກຕາ ແລະ ໄດ້ເຊີນເອົາຄະນະກຳມະການທີ່ກ່ຽວຂ້ອງ ໂດຍສະເພາະຄະນະກຳມະການຄຸ້ມຄອງກິດຈະການ ແລະ ປ້ອງກັນຜົນກະທົບຕາຝັ່ງ, ລະບົບນິເວດວິທະຍາຕາມລຳແມ່ນ້ຳຂອງ ແລະ ນ້ຳເຫືອງ ຂັ້ນທ້ອງຖິ່ນສຳເລັດ; ສຳເລັດການອອກໜັງສືອະນຸຍາດໃຫ້ຂຸດຄົ້ນ 21 ຈຸດ ລວມມີ 19 ບໍລິສັດ ໃນເນື້ອທີ່ 63 ເຮັກຕາ; ກົມທາງນ້ຳ ໄດ້ອະນຸຍາດໃຫ້ຂຸດຄົ້ນຫີນ – ແຮ່ – ຊາຍ ໃນຂອບເຂດນະຄອນຫຼວງວຽງຈັນ ມີທັງໝົດ 7 ຈຸດຂຸດຄົ້ນ ລວມເປັນເນື້ອທີ່ 125 ເຮັກຕາ; ຈຸດຂຸດຄົ້ນທີ່ໄດ້ຢຸດຕິຊົ່ວຄາວ ຫຼື ບໍ່ໄດ້ອະນຸຍາດໃນສົກປີ 2019 – 2020 ຈາກພະແນກ ຍທຂ ຈຳນວນ 14 ຈຸດຂຸດຄົ້ນ ລວມມີ 14 ບໍລິສັດ ລວມເປັນເນື້ອທີ່ 47 ເຮັກຕາ.

ພະແນກ ຍທຂ ແລະ ກົມທາງນ້ຳ ໄດ້ອອກອະນຸຍາດຂຸດຄົ້ນຫີນ – ແຮ່ – ຊາຍ ໃນຂອບເຂດນະຄອນຫຼວງວຽງຈັນ ໃນສົກປີ 2019 – 2020 ລວມທັງໝົດມີ 28 ຈຸດຂຸດຄົ້ນ ແລະ ມີເນື້ອທີ່ 188 ເຮັກຕາ.