ທຄຕລ ແລະ ສະຕາພິນເທັກ ຮ່ວມມືດ້ານການບໍລິການ-ການເງິນທາງມືຖື

318

ໃນຕອນບ່າຍ ວັນທີ 16 ກໍລະກົດ 2020, ທີ່ ສໍານັກງານໃຫຍ່ ບໍລິສັດ ສະຕາ ໂທລະຄົມ ໄດ້ມີພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ ບໍລິສັດ ສະຕາຟິນເທັກ ຈຳກັດຜູ້ດຽວ ວ່າດ້ວຍການຮ່ວມມື ການພັດທະນາເຊື່ອມຕໍ່ລະບົບການບໍລິການ-ການເງິນທາງມືຖື (u-money) ແລະ ການບໍລິການ ທະນາຄານທາງມືຖື ຂອງ ທຄຕລ (BCEL One).

ຕາງໜ້າລົງນາມໃນຄັ້ງນີ້ໂດຍ ທ່ານ ນັນທະລາດ ແກ້ວປະເສີດ ຮອງຜູ້ອຳນວຍການໃຫຍ່ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ ທ່ານ ລິວ ແມ໋ງ ຫ່າ ຜູ້ອໍານວຍການບໍລິສັດ ສະຕາຟິນເທັກ ຈໍາກັດຜູ້ດຽວ ແລະ ທັງເປັນຜູ້ອຳນວຍການໃຫຍ່ ບໍລິສັດ ສະຕາ ໂທລະຄົມ.

ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໃນພິທີຄັ້ງນີ້ໂດຍ ທ່ານ ສຸລິສັກ ທຳນຸວົງ ຫົວໜ້າກົມຄຸ້ມຄອງລະບົບຊຳລະສະສາງ ທະນາຄານ ແຫ່ງ ສປປ ລາວ, ທ່ານ ພູຂົງ ຈັນທະຈັກ ຜູ້ອໍານວຍການໃຫຍ່ ທຄຕລ ພ້ອມດ້ວຍຄະນະຜູ້ບໍລິຫານທັງສອງຝ່າຍ, ຄະນະພະແນກ, ຄະນະສູນ ແລະ ສາຂາ ຂອງ ທຄຕລ ພາຍໃນນະຄອນຫຼວງວຽງຈັນ ຕະຫຼອດຮອດພະນັກງານຂອງທັງສອງຝ່າຍ ແລະ ສື່ມວນຊົນຈາກຫຼາຍພາກສ່ວນກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ແມ່ນເພື່ອຄົົ້ນຄວ້າ ແລະ ພັດທະນາການຮ່ວມມື ເພື່ອເຊື່ອມຕໍ່ລະບົບກະເປົ໋າເງິນເອເລັກໂຕຣນິກ (u-momey) ຂອງບໍລິສັດ ສະຕາຟິນເທັກ ຈໍາກັດຜູ້ດຽວ ກັບ ລະບົບ (BCEL One) ຂອງ ທຄຕລ ເພື່ອໃຫ້ສາມາດຮອງຮັບການໂອນເງິນຈາກບັນຊີຜູ້ໃຊ້ແອັບ (u-money) ຫາ ບັນຊີ ທຄຕລ ແລະ ໂອນເງິນຈາກບັນຊີ ທຄຕລ ຜ່ານ BCEL One ຫາບັນຊີຜູ້ໃຊ້ແອັບ (u-money) ໄດ້. ທັງນີ້ກໍ່ເພື່ອເປັນການເປີດກວ້າງການເຂົ້າເຖິງການບໍລິການດ້ານການທະນາຄານໃຫ້ສະດວກ ແລະ ເຂົ້າເຖິງທຸກພື້ນທີ່ ໃນຂອບເຂດທົ່ວປະເທດ ເປັນຕົ້ນແມ່ນເຂດຫ່າງໄກສອກຫຼີກ. ເນື່ອງຈາກລູກຄ້າ ທີ່ມີບັນຊີກະເປົ໋າເງິນເອເລັກໂຕຣນິກ (u-money) ນຳໃຊ້ເຄືອຂ່າຍສັນຍານໂທລະສັບໂດຍບໍ່ຈຳເປັນຕ້ອງນຳໃຊ້ອິນເຕີເນັດ ກໍ່ສາມາດໂອນເງິນເຂົ້າບັນຊີ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໄດ້ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ກໍ່ສາມາດໂອນເງິນຜ່ານແອັບ BCEL One ເຂົ້າບັນຊີກະເປົ໋າເງິນເອເລັກໂຕຣນິກ (u-money) ໄດ້ເຊັ່ນດຽວກັນ, ເຊິ່ງເປັນການອໍານວຍຄວາມສະດວກສະບາຍ ໃຫ້ກັບລູກຄ້າທັງສອງຝ່າຍໃນການຊໍາລະສະສາງ ແລະ ເຮັດທຸລະກຳທາງການເງິນຕ່າງໆ ໂດຍສະເພາະແມ່ນການໂອນເງິນ, ການຊຳລະຄ່າບໍລິການຕ່າງໆ ໄດ້ຢ່າງງ່າຍດາຍ ແລະ ວ່ອງໄວຍິ່ງຂຶ້ນ.

ບໍລິສັດ ສະຕາຟິນເທັກ ຈຳກັດຜູ້ດຽວ ພາຍໃຕ້ເຄື່ອງໝາຍການຄ້າ (u-money), ເປັນບໍລິສັດໃນເຄືອຂອງ ບໍລິສັດ ສະຕາ ໂທລະຄົມ ເຊິ່ງໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ ໃນການສະໜອງບໍລິການດ້ານກະເປົ໋າເງິນເອເລັກໂຕຣນິກ ຢ່າງເປັນທາງການ, ເຊິ່ງໃນຕົ້ນປີ 2020 ເມື່ອ ເດືອນກຸມພາ ທີ່ຜ່ານມາ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ ບໍລິສັດ ສະຕາຟິນເທັກ ຈຳກັດຜູ້ດຽວ ພາຍໃຕ້ເຄື່ອງໝາຍການຄ້າ (u-money) ກໍ່ໄດ້ເຊັນສັນຍາຮ່ວມກັນ ວ່າດ້ວຍການບໍລິການດ້ານ E-Commerce ແລະ ໃນຄັ້ງນີ້ກໍ່ເປັນການເຊື່ອມຕໍ່ລະບົບກະເປົ໋າເງິນເອເລັກໂຕຣນິກ (u-money) ກັບລະບົບ BCEL One ເຊິ່ງຈະເພີ່ມຄວາມສະດວກໃຫ້ແກ່ລູກຄ້າ, ປະຊາຊົນທີ່ອາໄສຢູ່ທຸກຂົງເຂດທົ່ວປະເທດ ສາມາດເຂົ້າເຖິງການບໍລິການຂອງທະນາຄານແບບດີຈິຕອນໄດ້ຢ່າງສະດວກ ແລະ ງ່າຍທີ່ສຸດ.

ການຮ່ວມມືໃນຄັ້ງນີ້ຖືເປັນອີກໜຶ່ງຍຸດທະສາດໃນການພັດທະນາຂອງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ ບໍລິສັດ ສະຕາຟິນເທັກ ຈຳກັດຜູ້ດຽວ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້ານັບມື້ນັບເພີ່ມຂຶ້ນ ແລະ ທັງສອງຝ່າຍຍັງຈະສືບຕໍ່ຄົ້ນຄວ້າການຮ່ວມມືອື່ນໆ ທີ່ເປັນປະໂຫຍດໃຫ້ແກ່ສັງຄົມໃນອະນາຄົດ ເພື່ອເປັນສ່ວນໜຶ່ງໃນການສົ່ງເສີມການພັດທະນາດ້ານການເງິນ-ການທະນາຄານ ໃຫ້ນັບມື້ນັບດີຂຶ້ນເລື້ອຍໆ ໂດຍຄຳນຶງເຖິງຄວາມຕ້ອງການຂອງລູກຄ້າ ບົນພື້ນຖານຄວາມຮັບຜິດຊອບສູງຕໍ່ສັງຄົມ ເພື່ອໃຫ້ລູກຄ້າ ແລະ ສັງຄົມໄດ້ຮັບຜົນປະໂຫຍດສູງສຸດ.