ປະທານຫົວເຫວີຍກ່າວ ຫຼັງພະຍາດລະບາດ 5G ຈະເລັ່ງການປ່ຽນແປງແບບດິຈິຕອລຂອງສັງຄົມ

207

ວັນທີ 30 ມິຖຸນາ 2020 ທີ່ຊຽງໄຮ້ ປະເທດຈີນ ໃນງານ GSMA Thrive ທີ່ຈັດຂຶ້ນແບບອອນລາຍ, ທ່ານ ກົ່ວຜິງ ປະທານ ບໍລິສັດ ຫົວເຫວີຍ ໄດ້ກ່າວຄຳປາໄສ ໃນຫົວຂໍ້ ” ໃນຍຸກຫຼັງຈາກພະຍາດລະບາດ, 5G ຈະເລັ່ງການປ່ຽນແປງແບບດິຈິຕອລ ” ແລະ ໄດ້ອະທິບາຍເຖິງຄຸນຄ່າທາງສັງຄົມຂອງເຕັກໂນໂລຊີ ICT ຕໍ່ການແຜ່ລະບາດຂອງພະຍາດ ໂຄວິດ – 19, ພ້ອມທັງແນະນຳການໃຊ້ງານ ແລະ ໂອກາດໃນອະນາຄົດຂອງ 5G ໃນການປ່ຽນແປງແບບດິຈິຕອລໃນຂະແໜງອຸດສາຫະກໍາ ໃຫ້ແກ່ບັນດາຄູ່ຄ້າໃນຂະແໜງອຸດສາຫະກຳ ແລະ ຜູ້ຮັບຟັງທາງອອນລາຍ.

ທ່ານ ກົ່ວຜິງ ປະທານບໍລິສັດຫົວເຫວີຍ ຂຶ້ນກ່າວຄຳປາໄສວ່າ: ດ້ວຍແຮງຜັກດັນຂອງ 5G ເຮັດໃຫ້ຂະແໜງການອຸດສາຫະກຳຕ່າງໆກ້າວໄປສູ່ຍຸກດິຈິຕອລຢ່າງວ່ອງໄວ, ວຽກງານສໍາຄັນຂັ້ນຕໍ່ໄປແມ່ນການດໍາເນີນງານຮ່ວມກັບຄູ່ຄ້າຂອງເຮົາ ໃນການໃຊ້ງານເພື່ອຊ່ວຍໃຫ້ລູກຄ້າຂອງເຮົາປົດປ່ອຍສັກກະຍະພາບຂອງ 5G, ສ້າງເງິນປັນຜົນຮອບທໍາອິດຈາກແອັບພລິເຄຊັນ 5G.

ທ່ານ ກົ່ວຜິງ ໄດ້ໃຫ້ຄຳຊີ້ແນະວ່າ: ໃນໄລຍະການຕໍ່ສູ້ຕ້ານພະຍາດລະບາດສາຍພັນໃໝ່ທີ່ເກີດຂຶ້ນແບບກະທັນຫັນນີ້, ເຕັກໂນໂລຊີດ້ານ ICT ໄດ້ສະແດງຄຸນຄ່າທາງສັງຄົມ ທີ່ບໍ່ເຄີຍມີມາກ່ອນ. ແອັບພລິເຄຊັນຕ່າງໆທີ່ພັດທະນາພາຍໃຕ້ພື້ນຖານຂອງ 5G, AI, cloud ແລະ ຂໍ້ມູນຂະໜາດໃຫຍ່ມີບົດບາດຢ່າງກວ້າງ ຂວາງ ເຊັ່ນ: ການສຶກສາແບບອອນລາຍ, ການເຮັດວຽກໄລຍະໄກ ແລະ ຄວາມບັນເທີງ. ເຮັດໃຫ້ປະຊາຊົນທີ່ຖືກກັກຕົວຢູ່ເຮືອນສາມາດຢູ່ໄດ້, ການເຊື່ອມຕໍ່ຂອງຜູ້ຊ່ຽວຊານແບບໄລຍະໄກຂອງໂຮງໝໍ ເພື່ອແກ້ໄຂສະພາບການຂາດຊ່ຽວຊານທາງການແພດຊົ່ວຄາວ ແລະ ການໃຊ້ແອັບພລິເຄຊັນເຂົ້າໃນການກວດອຸນຫະພູມຮ່າງກາຍ ແລະ ການຕິດຕາມການແຜ່ລະບາດຂອງພະຍາດ ມີປະສິດທິພາບໃນການຊ່ວຍຄວບຄຸມການແຜ່ລະບາດຂອງພະຍາດ, ໃນຂະບວນການດັ່ງກ່າວ, GSMA ແລະ ຜູ້ໃຫ້ບໍລິການດ້ານໂທລະຄົມໃນທົ່ວໂລກ ໄດ້ມີບົດບາດອັນສໍາຄັນໃນການປົດປ່ອຍພະລັງແຫ່ງການເຊື່ອມ ຕໍ່, ເພື່ອຊ່ວຍໃຫ້ປວງຊົນໄດ້ໃຊ້ຊີວິດດ້ວຍສຸຂະພາບທີ່ແຂງແຮງ, ສົ່ງເສີມການຟື້ນຟູອຸດສາຫະກຳ ແລະ ສັງຄົມຢ່າງຕໍ່ເນື່ອງ.

ທ່ານ ກົ່ວຜິງ ກ່າວວ່າ: ຫົວເຫວີຍ ຈະຍັງຄົງສືບຕໍ່ສະໜັບສະໜູນການເປີດກວ້າງ ແລະ ມາດຕະຖານການຮ່ວມມື ແລະ ການຈັດຕັ້ງຂະແໜງການອຸດສາຫະກໍາ, ພະຍາຍາມຮັກສາຄວາມເປັນໜຶ່ງດຽວຂອງອຸດສາຫະກໍາດ້ານການສື່ສານໃນທົ່ວໂລກ. ບໍ່ວ່າຈະເປັນດ້ານການແພດ ຫຼື ດ້ານການສື່ສານ, ການຮ່ວມມື ແລະ ຊ່ວຍເຫຼືອກັນໃນທົ່ວໂລກ ເປັນພື້ນຖານຂອງ ຄວາມສໍາເລັດທັງໝົດ. ພຽງແຕ່ມີສ່ວນຮ່ວມໃນການໃຫ້ຄຳປຶກສາ ແລະ ການປະສານສົມທົບລະຫວ່າງສະຖາບັນວິໄຈທາງວິທະຍາສາດ ແລະ ສະມາຄົມອຸດສາຫະກຳເທົ່ານັ້ນ ທີ່ເຮັດໃຫ້ເຮົາສາມາດສົ່ງເສີມການກໍານົດມາດຕະຖານທາງເຕັກນິກ ແລະ ປະໂຫຍດຕໍ່ການພັດທະນາເສດຖະກິດໂລກ ແລະ ອຸດສາຫະກຳຢ່າງກວ້າງຂວາງ. “ ຂໍ້ສະເໜີ ເຊິ່ງນະໂຍບາຍ 11 ຂໍ້ ສຳລັບການຮັກສາການເຊື່ອມຕໍ່ ” ທີ່ເປີດເຜີຍໂດຍ GSMA ສົ່ງເສີມການຮ່ວມມືຢ່າງມີປະສິດທິພາບໃນການຕໍ່ສູ້ຕ້ານພະຍາດລະບາດ ແລະ ປັບປຸງປະສິດທິພາບຂອງການຮວບຮວມຊັບພະຍາກອນ ແລະ ການປະຕິບັດການ.

ທ່ານ ກົ່ວຜິງ ຊີ້ໃຫ້ເຫັນວ່າ: ເຕັກໂນໂລຊີ ICT ໃນປັດຈຸບັນແມ່ນຄ້າຍຄືກັບກະແສໄຟຟ້າໃນ 100 ປີກ່ອນ, ຈະຂະຫຍາຍໄປສູ່ຫຼາກຫຼາຍອຸດສາຫະກຳຢ່າງກວ້າງຂວາງ ແລະ ກາຍເປັນກຸນແຈສຳຄັນໃນການພັດທະນາສັງຄົມ ແລະ ປົດປ່ອຍເງິນປັນຜົນທາງດ້ານເຕັກນິກຂອງທຸກສາຂາທຸກຂະແໜງການ. ມື້ນີ້ 5G ກຳລັງພັດທະນາຢ່າງວ່ອງໄວ ເຊິ່ງມີເຄືອຄ່າຍການຄ້າ 81 ແຫ່ງ ກວມ 72% ຂອງ GDP ຂອງໂລກ; ມີຜູ້ໃຊ້ 9 ລ້ານຄົນ ສາມາດໃຊ້ຊີວິດແບບດິຈິຕອລ; ດ້ວຍແຮງຜັກດັນຈາກ 5G ສາມາດເຮັດໃຫ້ຂະແໜງອຸດສາຫະກຳເປັນພັນ ປ່ຽນຜັນເປັນດິຈິຕອລຢ່າງວ່ອງໄວ. 5G ໄດ້ເປີດໂຕແອັບພລິເຄຊັນທີ່ໃຊ້ງານໄດ້ຈິງ ແລະ ກວ້າງຂວາງໃນດ້ານຄວາມບັນເທີງ, ການເດີນທາງອອກວຽກນອກ, ການບໍລິການການແພດ, ຂະແໜງການບໍ່ແຮ່, ທ່າເຮືອ, ໂຮງງານ ແລະ ຂະແໜງການອື່ນໆ. ຫົວເຫວີຍຈະໃຊ້ຄວາມສາມາດໃນດ້ານເຄືອຄ່າຍ, Cloud ແລະ AI ລວມໄປເຖິງອຸປະກອນການສື່ສານໃນການເຮັດວຽກຮ່ວມກັບຄູ່ຄ້າ ເພື່ອຊ່ວຍໃຫ້ລູກຄ້າຫົວເຫວີຍເຜີຍແຜ່ສັກກະຍະພາບທີ່ບໍ່ມີຂີດຈຳກັດຂອງ 5G.