67 ມື້ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ສ່ວນບັນດາຈຸດຜ່ານແດນ ຍັງມີຜູ້ເດີນທາງເຂົ້າລາວຢ່າງຕໍ່ເນື່ອງ

267

ເປັນເວລາ 67 ມື້ ຫຼື 2 ເດືອນກວ່າແລ້ວ ທີ່ ສປປ ລາວ ບໍ່ມີລາຍງານຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ຫຼ້າສຸດ ວັນທີ 17 ມິຖຸນາ 2020 ໄດ້ເກັບຕົວຢ່າງກວດຫາເຊື້ອ 229 ຄົນ. ເຊິ່ງຜົນກວດທັງໝົດລ້ວນເປັນລົບ, ຂະນະດຽວກັນກໍ່ມີຜູ້ເດີນທາງຜ່ານຈຸດຜ່ານແດນຕ່າງເຂົ້າມາລາວ ເຖິງ 1.930 ຄົນ.

ໃນວັນທີ 18 ມິຖຸນາ 2020 ທີ່ກະຊວງສາທາລະນະສຸກ ທ່ານ ດຣ. ນາງພອນປະເສີດ ໄຊຍະມຸງຄຸນ, ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ຕໍ່ສື່ມວນຊົນ ວ່າ: ການຕິດຕາມຜູ້ເດີນທາງຜ່ານ ຈຸດຜ່ານແດນຕ່າງໆນັ້ນ ມີຈໍານວນຜູ້ເດີນທາງເຂົ້າມາວັນທີ 17 ມິຖຸນາ 2020 ທັງໝົດ 1.930 ຄົນ ໃນນັ້ນ ຈຸດຜ່ານດ່ານລາວ-ໄທ ມີ 1.348 ຄົນ, ຈຸດຜ່ານດ່ານລາວ-ຈີນ ມີ 49 ຄົນ; ຈຸດຜ່ານດ່ານລາວ-ຫວຽດນາມ 527 ຄົນ, ຈຸດຜ່ານດ່ານລາວ-ກຳປູເຈຍ 0 ຄົນ ແລະ ຈຳນວນຜູ້ເດີນທາງຜ່ານສະໜາມບິນສາກົນວັດໄຕ 6 ຄົນ (ທັງໝົດແມ່ນຄົນລາວ ເປັນພະນັກງານກະຊວງປ້ອງກັນປະເທດ).

ທຸກຄົນທີ່ຜ່ານຈຸດຜ່ານແດນເຂົ້າມາ ແມ່ນໄດ້ກວດແທກອຸນຫະພູມຮ່າງກາຍ, ບໍ່ມີໃຜມີອາການໄຂ້, ເຊິ່ງທັງໝົດແມ່ນໄດ້ຖືກເກັບຕົວຢ່າງເພື່ອກວດຊອກຫາເຊື້ອ ໂຄວິດ-19 (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ), ຈາກນັ້ນຈະຖືກນຳສົ່ງໄປຈຳກັດບໍລິເວນ 14 ວັນ ຢູ່ສະຖານທີ່ ທີ່ທາງການໄດ້ກຳນົດໄວ້.

ນອກຈາກນີ້, ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ, ໃນວັນທີ 17 ມິຖຸນາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 229 ຄົນ, ໃນນັ້ນ ແຮງງານລາວກັບມາແຕ່ໄທ 227 ຄົນ, ຜູ້ຕິດເຊື້ອທີ່ປິ່ນປົວຫາຍດີ ຕິດຕາມຄົບກຳນົດ 28 ວັນ ກັບມາກວດຄືນ 2 ຄົນ (ນ້ຳເບີ 10 ແລະ 17) ໂດຍຜົນກວດຂອງຕົວຢ່າງທີ່ເກັບທັງໝົດໃນມື້ວານ ແມ່ນ ບໍ່ພົບຜູ້ຕິດເຊື້ອໃໝ່(-), ສ່ວນຕົວເລກ ສັງລວມການກວດວິເຄາະຊອກຫາເຊື້ອພະຍາດໂຄວິດ-19 ນັບແຕ່ເດືອນມັງກອນ ຮອດປັດຈຸບັນ ແມ່ນໄດ້ເກັບຕົວຢ່າງມາກວດທັງໝົດ 11.478 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (ບໍ່ພົບຜູ້ຕິດເຊື້ອໃໝ່ ແຕ່ວັນທີ 12.4.2020 ເປັນຕົ້ນມາ).

ທ່ານກ່າວຕື່ມວ່າ: ການຕິດຕາມຜູ້ຖືກຈຳກັດບໍລິເວນຢູ່ສະຖານທີ່ ທີ່ກຳນົດໄວ້ໃນຂອບເຂດທົ່ວປະເທດ, ປັດຈຸບັນນີ້ທົ່ວປະເທດ ຍັງມີສູນຈໍາກັດບໍລິເວນ ທັງໝົດ 90 ສູນ ແລະ ມີຜູ້ຈຳກັດບໍລິເວນຢູ່ສູນ 3.107 ຄົນ, ທຸກຄົນແມ່ນໄດ້ເກັບຕົວຢ່າງມາກວດວິເຄາະ ແລະ ບໍ່ພົບຜູ້ຕິດເຊື້ອ.