ອົດສະຕຣາລີອະນຸຍາດໃຫ້ລ່າຈິງໂຈ້ໄດ້ຢ່າງຖືກກົດໝາຍ

57

ອົດສະຕຣາລີບັນຈຸການລ່າຈິງໂຈ້ໃຫ້ຖືກກົດໝາຍ ແລະ ເປັນກິດຈະກໍາຖາວອນຫຼັງຈາກຈໍານວນປະຊາກອນຈິງໂຈ້ຫຼາຍຈົນເປັນອັນຕະລາຍຕໍ່ປະຊາຊົນໃນພື້ນທີ່ຕ່າງໆ.

 

ລັດວິກຕໍເຣຍຂອງອົດສະຕຣາລີອະນຸຍາດໃຫ້ປະຊາຊົນສາມາດຍິງຈິງໂຈ້ໃນໂຄງການລ່າຈິງໂຈ້ຢ່າງຖືກກົດໝາຍ ແລະ ສາມາດເຮັດໄດ້ຖາວອນຫຼັງຈາກທີ່ຜ່ານມາໄດ້ທົດລອງໂຄງການດັ່ງກ່າວມາຍາວນານ5ປີ.

 

ໂຄງການດັ່ງກ່າວເປັນການຄວບຄຸມປະຊາກອນຈິງໂຈ້ຂອງລັດວິກຕໍເຣຍຫຼັງຈາກທີ່ຜ່ານມາປະຊາກອນຈິງໂຈ້ມີຈໍານວນເພີ່ມຂຶ້ນຢ່າງໄວວາ ແລະ ພວກມັນໄປທໍາລາຍເຄື່ອງປູກຝັງຕະຫຼອດຮອດທໍາລາຍບ້ານເຮືອນຂອງປະຊາຊົນ.

ຢ່າງໃດກໍຕາມໂຄງການດັ່ງກ່າວຈະອະນຸຍາດໃຫ້ສາມາດລ່າຈິງໂຈ້ໄດ້ຈໍານວນທີ່ກໍານົດໄວ້ໃນແຕ່ລະພື້ນທີ່ເທົ່ານັ້ນໂດຍແຕ່ລະປີຈະມີເຈົ້າໜ້າທີ່ເປັນຜູ້ກໍານົດຈໍານວນການລ່າຈິງໂຈ້ເນື່ອງຈາກໂຄງການດັ່ງກ່າວເປັນການຄວບຄຸມຈໍານວນປະຊາກອນຈິງໂຈ້ເທົ່ານັ້ນ.