ກໍາປູເຈຍສາມາດລຶບລ້າງຄວາມທຸກຍາກເຫຼືອພຽງ10%

45

ຜູ້ນໍາກູເຈຍປະກາດຄວາມສໍາເລັດຂອງລັດຖະບານສາມາດລຶບລ້າງຄວາມທຸຍາກໃນປະເທດເຫຼືອພຽງ10%ໃນໄລຍະ15ປີທີ່ຜ່ານມາ,ພ້ອມທັງຕັ້ງເປົ້າເປັນປະເທດລາຍໄດ້ປານກາງລະດັບສູງພາຍໃນປີ2030.

ທ່ານ ຮຸນເຊນ ນາຍົກກໍາປູເຈຍຖະແຫຼງການເມື່ອທ້າຍອາທິດທີ່ຜ່ານມາວ່າ:ອັດຕາຄວາມທຸກຍາກໃນກໍາປູເຈຍໃນໄລຍະ15ປີທີ່ຜ່ານມາ ແລະ ມີທ່າອ່ຽງຈະຫຼຸດລົງເລື້ອຍໆໃນປີຕໍ່ໆໄປ.

ສັນຕິພາບ,ການຂະຫຍາຍຕົວທາງເສດຖະກິດ ແລະ ນະໂຍບາຍການພັດທະນາທີ່  ເໝາະສົມພາຍໃຕ້ຍຸດທະສາດສີ່ຫຼ່ຽມຂອງປະເທດໄດ້ຊ່ວຍຫຼຸດອັດຕາຄວາມທຸກຍາກໃນກໍາປູເຈຍຢ່າງຫຼວງຫຼາຍຈາກ53,2%ໃນປີ2004ເຫຼືອພຽງ10%.

ກໍາປູເຈຍປະສົບຄວາມສໍາເລັດດ້ວຍອັດຕາການຂະຫຍາຍຕົວທາງເສດຖະກິດຫຼາຍກວ່າ7%ຕໍ່ປີໃນໄລຍະ2ທົດສະວັດທີ່ຜ່ານມາໂດຍສ່ວນໃຫຍ່ມາຈາກການສົ່ງອອກເສື້ອຜ້າ,ການທ່ອງທ່ຽວ,ການກໍ່ສ້າງ ແລະ ອະສັງຫາລິມະຊັບ ແລະ ກະສິກໍາ.

ນາຍົກກໍາປູເຈຍກ່າວວ່າ:ປັດຈຸບັນກໍາປູເຈຍເຊິ່ງມີປະຊາກອນປະມານ16ລ້ານຄົນເປັນປະເທດທີ່ລາຍໄດ້ປານກາງລະດັບຕໍ່າ,ແຕ່ຄາດຄະເນວ່າຈະກາຍເປັນປະເທດລາຍໄດ້ປານກາງລະດັບສູງໃຫ້ໄດ້ພາຍໃນປີ2030 ແລະ ເປັນປະເທດລາຍສູງພາຍໃນປີ2050.