ອິນເດຍຫ້າມຂາຍຢາສູບໄຟຟ້າທົ່ວປະເທດ

50

ອິນເດຍທຳລາຍວົງຈອນທຸລະກິດຂອງຢາສູບໄຟຟ້າທັງໝົດບໍ່ວ່າຈະເປັນການຫ້າມການຜະລິດ,ການນຳເຂົ້າ,ການສົ່ງອອກ ແລະ ການຂາຍໂຄສະນາທົ່ວປະເທດ ຫລັງຈາກທີ່ໄວໜຸ່ມອິນເດຍຫັນມານິຍົມການສູບຢາໄຟຟ້າຫລາຍຂື້ນຂະນະທີ່ມີຄວາມສ່ຽງດ້ານສຸຂະພາບ.

ເມື່ອທ້າຍອາທິດທີ່ຜ່ານມາດລັດຖະບານອິນເດຍໄດ້ຕັດສິນໃຈຄັ້ງສຳຄັນໃນການສັ່ງຫ້າມຜະລິດ ແລະ ຈໍາໜ່າຍຢາສູບໄຟຟ້າຕະຫຼອດຮອດຫ້າມສົ່ງອອກທັງໝົດສໍາລັບຜູ້ຝ່າຝືນເຖິງຂັ້ນຮັບໂທດຈໍາຄຸກສູງສຸດເຖິງ3ປີ.

ທ່ານ ນາງ ນີນມາລາ ສິທາຣາມານ ລັດຖະມົນຕີກະຊວງການເງິນອິນເດຍກ່າວວ່າ:ສາເຫດສໍາຄັນທີ່ລັດຖບານອິນເດຍດໍາເນີນການດັ່ງກ່າວເນື່ອງຈາກການສູບອາຍລະເຫີຍຈາກຢາສູບໄຟຟ້າກໍາລັງກາຍເປັນເລື່ອງທີ່ໄດ້ຮັບຄວາມນິຍົມໃນກຸ່ມໄວໜຸ່ມເຍົາວະຊົນໃນນຂະນະທີ່ອັນຕະລາຍຈາກຢາສູບໄຟຟ້າມີຄວາມສ່ຽງຕໍ່ສຸຂະພາບໂດຍສະເພາະເຍົາວະຊົນ.

ປະຊາກອນອິນເດຍສູບຢາສູບກວ່າ100ລ້ານຄົນເຊິ່ງຖືເປັນຕະຫຼາດໃຫຍ່ທີ່ມີທ່າແຮງສໍາລັບບໍລິສັດຕ່າງໆທີ່ເຮັດທຸລະກິດກ່ຽວກັບຢາສູບໄຟຟ້າ,ນອກຈາກນັ້ນອິນເດຍຍັງຖືເປັນປະເທດທີ່ມີຄົນສູບຢາຂະໜາດໃຫຍ່ທີ່ສຸດອັນດັບ2ຂອງໂລກຮອງຈາກຈີນ,ຂະນະທີ່ມີປະຊາຊົນອິນເດຍເສຍຊີວິດຈາກການເປັນພະຍາດກ່ຽວຂ້ອງກັບຢາສູບປີລະ9ແສນຄົນ.

ຕາມບົດລາຍງານຂອງອົງການອະນາໄມໂລກລະບຸວ່າ:ປັດຈຸບັນນີ້ມີຈໍານວນຄົນສູບຢາສູບທົ່ວໂລກຫຼຸດລົງຢ່າງສະໝໍ່າສະເໝີຫຼືພຽງແຕ່ກວ່າ1ຕື້ຄົນ,ແຕ່ກັບສວນທາງກັບຄົນທີ່ຫັນມາສູບຢາສູບໄຟຟ້າທີ່ເພີ່ມຂຶ້ນຢ່າງໄວວາເພາະເພີ່ມຂຶ້ນຈາກປະລິມານ7ລ້ານຄົນໃນປີ2011ມາເປັນ41ລ້ານຄົນໃນປີ2018.