ອາເມຣິກາປະກາດນໍານໍ້າມັນສໍາຮອງມາໃຊ້ຫຼັງບໍ່ນໍ້າມັນຊາອຸຖືກໂຈມຕີ

47

ທ່ານ ໂດນັນ ທຣໍາ ປະທານາທິບໍດີອາເມຣິກາມີຄໍາສັ່ງໃຫ້ນໍານໍ້າມັນສໍາຮອງທາງຍຸດທະສາດອອກມາໃຊ້ຫຼັງຈາກເກີດເຫດໂຈມຕີໂຮງກັ່ນນໍ້າມັນໃນອາຣັບບີຊາອຸດິດເມື່ອວັນເສົາທີ່ຜ່ານມາ.

ຜູ້ນໍາອາເມຣິກາໃຫ້ເຫດຜົນວ່າ:ເມື່ອພິຈາລະນາເຖິງເຫດການໂຈມຕີໂຮງກັ່ນນໍ້າມັນໃນອາຣັບບີຊາອຸດິດເຊິ່ງອາດຈະສົ່ງຜົນກະທົບຕໍ່ລາຄານໍ້າມັນ,ສະນັ້ນລັດຖະບານຈຶ່ງສັ່ງການໃຫ້ນໍານໍ້າມັນສໍາຮອງທາງຍຸດທະສາດອອກມາໃຊ້ເມື່ອພິຈາລະນາແລ້ວເຫັນວ່າຈໍາເປັນໂດຍໃຫ້ປ່ອຍໃນປະລິມານທີ່ມີການກໍານົດ ແລະພຽງພໍຕໍ່ການຮັກສາອຸປະທານນໍ້າມັນໃນຕະຫຼາດໃຫ້ໄດ້ໃນລະດັບທີ່ເໝະສົມ.

ທັງນີ້ໄດ້ເກີດເຫດການໂຈມຕີໂຮງກ່ັນນໍ້າມັນສອງແຫ່ງໃນເຂດອັບກໍອິກ ແລະ ຄູຣາອິດດ້ວຍໂດຣນຈົນເປັນເຫດໃຫ້ເກີດໄຟໄໝ້ໂຮງກັ່ນນໍ້າມັນ,ໂດຍໂຮງກັ່ນນໍ້າມັນທັງສອງແຫ່ງເປັນຂອງບໍລິສັດຊາອຸດິດອາຣໍາໂກ.

ສໍາຫຼັບບໍ່ນໍ້າມັນອັບກໍອິກເຊິ່ງຢູ່ຫ່າງຈາກເມືອງ ດາຣານທາງຕາເວັນຕົກສຽງໃຕ້ປະມານ60ກິໂລແມັດໃນຂົງເຂດດັ່ງກ່າວປະກອບມີໂຮງງານແປຮູບນໍ້າມັນຂະໜາດໃຫຍ່ທີ່ສຸດໃນໂລກ,ຂະນະທີ່ບໍ່ນໍ້າມັນຄູຣາອິດເຊິ່ງຢູ່ຫ່າງອອກໄປທາງຕາເວັນຕົກສຽງໃຕ້ປະມານ190ກິໂລແມັດນັັ້ນເປັນບໍ່ນໍ້າມັນຂະໜາດໃຫຍ່ທີ່ສຸດອັນດັບ2ຂອງອາຣັບບີຊາອຸດິດ.