ສອບສວນແລ້ວ ສາເຫດທີ່ຍິງໄອຍະການຄຳມ່ວນເພາະເຫດນີ້ໆເອງ

99

ການຂ້າສັງຫານໂຫດພະນັກງານໄອຍະການຢູ່ແຂວງຄຳມ່ວນ ສ້າງຄວາມສະເທືອນໃຈແກ່ສັງຄົມເປັນຢ່າງຍິ່ງ ເນື່ອງຈາກເຫດການດັ່ງກ່າວເກີດຂຶ້ນກາງເວັນແສດໆ ແລະ ຢູ່ໃກ້ກັບບ້ານເຮືອນຂອງປະຊາຊົນ. ເຊິ່ງສາເຫດ ແລະ ແຮງຈູງໃຈຕາມການສືບສວນເບື້ອງຕົ້ນແມ່ນຍ້ອນຂໍ້ຂັດແຍ່ງສ່ວນຕົວ.

 

ອີງຕາມການລາຍງານຂອງເວັບໄຊໜັງສືພິມຄວາມສະຫງົບໃຫ້ຮູ້ວ່າ: ໃນວັນທີ 19 ສິງຫາ 2019, ກອງບັນຊາການ ປກສ ແຂວງສະຫວັນນະເຂດ ແລະ ແຂວງຄໍາມ່ວນ ໄດ້ຮ່ວມກັນຖະແຫຼງການຜົນການໄລ່ລ່າຈັບກຸມ ຄົນຮ້າຍໃຊ້ອາວຸດປືນ AK ຍິງ ພະນັກງານ ອົງການໄອຍະການ ປະຊາຊົນ ເຂດ I ແຂວງຄໍາມ່ວນ ໃນວັນທີ 14 ສິງຫາ 2019 ຢູ່ສົ້ນຂົວທ່າງາມ ເມືອງທ່າແຂກ ເສຍຊີວິດຄາລົດຟໍຈຸນເນີ, ສ່ວນສາເຫດ ແມ່ນຍ້ອນຄວາມຂັດແຍ່ງເລື່ອງສ່ວນຕົວ.

 

 

ສ່ວນການດໍາເນີນຄະດີດັ່ງກ່າວ, ທາງກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ມອບຜູ້ຖືກຫາ ແລະ ເຄື່ອງຂອງກາງໃຫ້ ກອງບັນຊາການ ປກສ ແຂວງຄໍາມ່ວນ ເປັນຜູ້ສືບຕໍ່ດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.

ພັອ ວັນໄຊ ລີໄຊຍະລາດ ຮອງໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໃນເວລາ 8:05 ໂມງ ຂອງວັນ 14 ສິງຫາ 2019, ມີຄົນຮ້າຍໃຊ້ອາວຸດເສິກ ຍິງຖະຫຼົ່ມໃສ່ລົດ ຟໍຈູນເນີ ສີ ຂາວ ບໍ່ຕິດແຜ່ນປ້າຍທະບຽນ ຢູ່ສົ້ນຂົວບ້ານທ່າງາມ ເມືອງທ່າແຂກ ແຂວງຄໍາມ່ວນ, ໂດຍຄົນຮ້າຍໄດ້ນໍາໃຊ້ພາຫະນະລົດ ຟໍຈູເນີ ສີຂາວ ບໍ່ຕິດປ້າຍທະບຽນ ມາຈອດລໍຖ້າກ່ອນແລ້ວ ພໍລົດຄັນທີ່ຜູ້ຖືກເຄາະຮ້າຍມາຮອດຈຸດເກີດເຫດ ມີຊາຍຄົນໜຶ່ງລົງຈາກລົດ ໄດ້ໃຊ້ປືນ AK ຍິ່ງຖະຫຼົ່ມຫຼາຍນັດ ໃນໄລຍະປະສັນຊິດ, ເມື່ອລົດເສຍຫຼັກ ກໍຍ່າງເຂົ້າໄປຍິງຊໍ້າອີກຫຼາຍນັດ, ເປັນເຫດເຮັດໃຫ້ຜູ້ຖືກເຄາະຮ້າຍເສຍຊີວິດຄາທີ່ ( ຄາລົດ ).

 

 

ຈາກນັ້ນ, ເຈົ້າໜ້າທີ່ ປກສ ແຂວງ ຄໍາມ່ວນ ກໍຮີບຮ້ອນຈັດຕັ້ງກໍາລັງ ລົງກວດກາຊັນນະສູດຢູ່ສະຖານທີ່ເກີດເຫດ, ສ່ວນຕົວຄົນຮ້າຍທີ່ລົງມືກໍ່ເຫດ ແມ່ນໄດ້ຂຶ້ນລົດຄັນດັ່ງກ່າວ ຫຼົບໜີໄປມຸ່ງໜ້າໄປທາງແຂວງສະຫວັນນະເຂດ; ເວລາປະມານ 8:30 ໂມງ ຂອງວັນດຽວກັນ, ເຈົ້າໜ້າທີ່ ປກສ ແຂວງສະຫວັນນະເຂດ ກໍໄດ້ຮັບການປະສານງານຈາກ ເຈົ້າຫນ້າທີ່ ປກສ ແຂວງຄໍາມ່ວນ ກ່ຽວກັບ ເຫດການດັ່ງກ່າວ ແລະ ເສັ້ນທາງຫຼົບໜີຂອງຄົນຮ້າຍ ພ້ອມທັງຈຸດພິເສດຂອງພາຫະນະ ເພື່ອໃຫ້ຊາບຂ່າວ.

ຕໍ່ມາ, ທາງກອງບັນຊາການ ປກສ ແຂວງສະຫວັນນະເຂດ ຈຶ່ງໄດ້ຊີ້ນໍາ ກໍາລັງເລົ່າລົບວິຊາສະເພາະ ຈັດຕັ້ງກໍາລັງດັກສະກັດຕາມເສັ້ນທາງ ແລະ ຈຸດຕ່າງໆທີ່ຄາດຄະເນວ່າ: ຄົນຮ້າຍຈະຫຼົບໜີ ເພື່ອຕິດຕາມ ແລະ ຈັບກຸມ ໂດຍສະເພາະຈຸດປະສານງານກວດກາຂອບເຂດໂນນສັນ ເມືອງໄຊບູລີ ແລະ ບ້ານນາຊາຍ ເມືອງອຸທຸມພອນ ແຂວງສະຫັວນນະເຂດ ກໍໄດ້ກະກຽມດັກສະກັດ.

 

 

ຕໍ່ມາ, ຮອດເວລາ 8:50 ໂມງ ຈຶ່ງໄດ້ພົບເຫັນລົດຄົນຮ້າຍ ແລ່ນມຸ່ງໜ້າມາດ້ວຍຄວາມໄວ, ເຈົ້າໜ້າທີ່ ຈຶ່ງໄດ້ສັນຍານເຕືອນເພື່ອກວດກາ ແຕ່ລົດຄົນຮ້າຍກໍບໍ່ຍອມຈອດ ແລ້ວໄດ້ແລ່ນຜ່ານຈຸດກວດກາມຸ່ງໜ້າເຂົ້າໄປທາງ ເມືອງອຸທຸມພອນ ຕາມເສັ້ນທາງເລກທີ 13 ໃຕ້.

ຈາກນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ຈັດຕັ້ງກໍາລັງໄລ່ຕິດຕາມ ແລະ ໃນທີ່ສຸດ ຄົນຮ້າຍກໍເອົາໂຕຫຼົບໜີອອກຈາກເສັ້ນທາງເລກທີ 13 ໃຕ້ ແລ່ນໄປຕາມເສັ້ນທາງຮ່ອມນ້ອຍ ທາງຜ່ານບ້ານນາຊາຍ ເມືອງອຸທຸມພອນ ແລ້ວໄດ້ໄປປະລົດ ແລະ ອາວຸດ ປະເພດປືນ AK ຈໍານວນ 1 ກະບອກ ( ພ້ອມລູກກະສູນ ) ທີ່ນໍາໃຊ້ເຂົ້າໃນການກໍ່ເຫດ ໄປຊຸກເຊື່ອງໄວ້ຢູ່ຂອບເຂດບ້ານໄຊອຸດົມ ເມືອງອຸທຸມພອນ; ຈາກນັ້ນ, ຄົນຮ້າຍຈໍານວນດັ່ງກ່າວ ກໍໄດ້ແຍກຕົວກັນເພື່ອເອົາໂຕຫຼົບໜີ ໂດຍມີອາວຸດປືນສັ້ນຕິດຕົວ 1 ກະບອກ.

 

 

ຕະຫຼອດໄລຍະ 3 ວັນ ໃນການຕິດຕາມ ແລະ ຊອກຄົ້ນຫາເປົ້າໝາຍ ຈຶ່ງສາມາດຊາບຊື່ຄົນຮ້າຍທີ່ລົງມືກໍ່ເຫດໃນຄັ້ງນີ້ ຄື: ທ້າວ ເຄື່ອນເພັດ ອາຍຸ 39 ປີ ຢູ່ບ້ານຫົວຫາດ ເມືອງໄຊພູທອງ ແຂວງສະຫວັນນະເຂດ ເຊິ່ງເປັນຜູ້ຂັບຂີ່ລົດຟໍຈຸນເນີ ແລະ ທ້າວ ຄໍາປົດ ( ຕ່ອງ ຫຼື ພູໃສ ຫຼື ແປ່ມ ) ອາຍຸ 41 ປີ ຢູ່ບ້ານຊຽງຫວາງທ່າ ເມືອງໜອງບົກ ແຂວງຄໍາມ່ວນ ເຊິ່ງເປັນຜູ້ລົງມືກໍ່ເຫດໃຊ້ປັນ AK ຍິງ.

ມາຮອດວັນທີ 16 ສິງຫາ 2019, ເຈົ້າໜ້າທີ່ ໄດ້ເຂົ້າປິດລ້ອມຈັບກຸມຄົນຮ້າຍທັງ 2 ຄົນໄດ້, ພ້ອມທັງຂອງກາງອາວຸດ 2 ກະບອກ ມີປືນ AK 1 ກະບອກ ພ້ອມລູກ 116 ລູກ ແລະ ປືນສັ້ນ 1 ກະບອກ ພ້ອມລູກ 19 ລູກ ຢູ່ທີ່ເຮືອນໃຫ້ເຊົ່າ ( ຄົນຮ້າຍເຊົ່າ ) ຂອບເຂດບ້ານນາແກ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ.

 

 

ຜ່ານການສອບສວນໃນເບື້ອງຕົ້ນ, ຜູ້ຖືກຫາ ທັງ 2 ຄົນ ຮັບສາລະພາບ ວ່າ: ໄດ້ລົງມືກໍ່ເຫດຄາດຕະກໍາໃນຄັ້ງນີ້ ຢ່າງແທ້ຈິງ, ສ່ວນສາເຫດ ແລະ ແຮງຈູງໃຈພາໃຫ້ກໍ່ເຫດ ແມ່ນເກີດມາຈາກຂໍ້ຂັດແຍ່ງເລື່ອງສ່ວນຕົວ.