ຕາບໍ່ເຫັນ…ບໍ່ເປັນອຸປະສັກ! ແກ່ນ ເທບທິດາ ຄວ້າ 2 ຫຼຽນທອງ ແລ່ນຄົນພິການລາຍການທີ່ ຍີ່ປຸ່ນ

142

ເມື່ອອາທິດ ທີ່ຜ່ານມາ ທີ່ເມືອງໂດຮ່າ ປະເທດຍີ່ປຸ່ນ ທັບນັກກີລາຄົນພິການຕາທີມຊາດລາວ ນໍາໂດຍ ທ່ານ ທອງສະຫວັດ ວົງສະຫວ່າງ ປະທານສະຫະພັນກີລາແລ່ນ-ລານຄົນພິການທີມຊາດລາວ ແລະ ນັກກີລາຈຳນວນ 3 ຄົນປະກອບມີ ນາງ ສຸລິພອນ ວົງດາລາ ລົງແຂ່ງຂັນລາຍການ 100 ແມັດຍິງ, ທ້າວ ແກ່ນ ເທບທິດາ ແລະ ທ້າວ ກອນ ເທບທິດາ ລົງແຂ່ງຂັນລາຍການ 100 ແມັດ ແລະ 200 ແມັດຊາຍ.

ຜ່ານການແຂ່ງຂັນ ຜົນປາກົດວ່າ: ທ້າວ ແກ່ນ ເທບທິດາ ສາມາດຍາດໄດ້ 2 ຫຼຽນທອງ ໃນ 2 ລາຍການ ປະກອບມີ ລາຍການ 100 ແມັດ ເຮັດເວລາໄດ້ 11.70 ວິນາທີ, ອັນດັບ 1 ແລະ 2 ຕົກເປັນຂອງນັກກີລາເຈົ້າພາບ, ສ່ວນ ທ້າວ ກອນ ເທບທິດາ ໄດ້ອັນດັບ 5 ດ້ວຍເວລາ 11.86 ວິນາທີ ຈາກນັກກີລາລົງແຂ່ງຂັນທັງໝົດ 9 ຄົນ ໃນຮອບຊີງຊະນະເລີດ ແລະ ລາຍການ 200 ແມັດຊາຍ ເຮັດເວລາໄດ້ 24.53 ວິນາທີ ໂດຍອັນດັບ 1 ແລະ 2 ຕົກເປັນຂອງນັກກີລາເຈົ້າພາບ.

ຂະນະທີ່ ທ້າວ ກອນ ເທບທິດາ ໄດ້ອັນດັບ 4 ດ້ວຍເວລາ 24.61 ວິນາທີ ຈາກນັກກີລາລົງແຂ່ງຂັນທັງໝົດ 9 ຄົນ ໃນຮອບຊີງຊະນະເລີດ, ສ່ວນ ຜົນງານຂອງ ນາງ ສຸລິພອນ ວົງດາລາ ລົງແຂ່ງຂັນລາຍການ 100 ແມັດຍິງ ແມ່ນບໍ່ສາມາດຜ່ານຮອບທໍາອິດໄປໄດ້ ຈົບອັນດັບ 3 ໃນຮອບທໍາອິດ ດ້ວຍເວລາ 16,416 ວິນາທີ.

ເປົ້າໝາຍຕໍ່ໄປຂອງນັກກີລາແລ່ນຄົນພິການຕາລາວ ຍັງມີລາຍການຫຼັກຄື ການກະກຽມເຂົ້າຮ່ວມແຂ່ງຂັນກີລາງານມະຫະກຳກີລາ ອາຊຽນ ພາຣາເກມ ປະເທດຟີລິບປິນ ເປັນເຈົ້າພາບ ໃນຕົ້ນປີ 2020 ແລະ ງານ ພາຣາແລມປິກເກມ ທີ່ປະເທດຍີ່ປຸ່ນ ໃນທ້າຍປີ 2020.
ຂ່າວ: ອໍາໄພວັນ, ຮຽບຮຽງ: ຄໍາສອນ