ສປປ ລາວ ສະເໜີອຸທິຍານແຫ່ງຊາດຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກທາງທຳມະຊາດ

6

 

ສປປ ລາວ ໄດ້ສຳເລັດຂະບວນການນຳສົ່ງເອກະສານຄຳຮ້ອງສະເໜີອຸທິຍານແຫ່ງຊາດຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກທາງທຳມະຊາດ ເຖິງສູນມໍລະດົກໂລກອົງການອຸຍແນັສໂກ. ປັດຈຸບັນ ສູນມໍລະດົກໂລກ ກຳລັງຄົ້ນຄວ້າເພື່ອສົ່ງຄະນະຊ່ຽວຊານເດີນທາງມາເຮັດວຽກຢູ່ ສປປ ລາວ ເພື່ອກວດກາອົງປະກອບ ເຊິ່ງຄາດວ່າຈະຮູ້ຜົນໃນກອງປະຊຸມຄັ້ງທີ 47 ໃນກາງປີ 2025.

ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ ) ໃນນາມປະທານຄະນະກຳມະການຄຸ້ມຄອງມໍລະດົກແຫ່ງຊາດ ພ້ອມດ້ວຍຄະນະກຳມະການໃນຄະນະກຳມະການຄຸ້ມຄອງມໍລະດົກແຫ່ງຊາດ ຮ່ວມກັບ ຄູ່ຮ່ວມງານໂຄງການຮ່ວມມືເຢຍລະມັນ ການປົກປັກຮັກສາ ແລະ ສົ່ງເສີມການນຳໃຊ້ລະບົບນິເວດປ່າໄມ້ ແລະ ຊີວະນາໆພັນແບບຍືນຍົງ ( PROFEB ) ຈັດພິທີສະຫຼຸບລາຍງານຜົນສຳເລັດເບື້ອງຕົ້ນ ຂະບວນການນໍາສົ່ງເອກະສານຄໍາຮ້ອງສະເໜີ ອຸທິຍານແຫ່ງຊາດຫີນໜາມໜໍ່ ແຂວງຄຳມ່ວນ ເຂົ້າເປັນມໍລະດົກໂລກທາງທຳມະຊາດ ຮ່ວມຊາຍແດນກັບອຸທິຍານແຫ່ງຊາດຟອງຫຍາ – ແກບາງ ມໍລະດົກໂລກທາງທຳມະຊາດ ແຂວງກວາງບິ່ງ ສສ ຫວຽດນາມ.


ພິທີດັ່ງກ່າວມີຂຶ້ນໃນວັນທີ 8 ພຶດສະພາ 2024 ຢູ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ, ຜູ້ປະຈຳການຄະນະກຳມະການຄຸ້ມຄອງມໍລະດົກແຫ່ງຊາດ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ນາງ ເອັນເນັດເຕ ຄະນົບບລັອກ ເອກອັກຄະລັດຖະທູດ ສະຫະພັນເຢຍລະມັນ ປະຈຳລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ວັນສີ ກົວມົວ ກ່າວວ່າ: ປັດຈຸບັນ ຂະບວນການນຳສົ່ງເອກະສານຄຳຮ້ອງສະເໜີອຸທິຍານແຫ່ງຊາດຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກທາງທຳມະຊາດ ແມ່ນໄດ້ສຳເລັດສົມບູນ ແລະ ນຳສົ່ງເຖິງສູນມໍລະດົກໂລກອົງການອຸຍແນັສໂກ, ພ້ອມດ້ວຍຈົດໝາຍສະໜັບສະໜູນເອກະສານຄຳຮ້ອງດັ່ງກ່າວຂອງ ສປປ ລາວ ຈາກອົງການກ່ຽວຂ້ອງຂອງລັດຖະບານ ສສ ຫວຽດນາມ ໃນວັນທີ 1 ກຸມພາ 2024 ແລະ ມາເຖິງວັນທີ 1 ມີນາ 2024 ສູນມໍລະດົກໂລກອົງການອຸຍແນັສໂກ ກໍໄດ້ສົ່ງໜັງສືທາງການຮັບຮອງເອົາ ຄວາມຄົບຖ້ວນຂອງເອກະສານຄຳຮ້ອງດັ່ງກ່າວ ແລະ ໄດ້ແຈ້ງໃຫ້ ສປປ ລາວ ຊາບວ່າ: ປັດຈຸບັນສູນມໍລະດົກໂລກ ກຳລັງຄົ້ນຄວ້າເພື່ອສົ່ງຄະນະຊ່ຽວຊານກ່ຽວຂ້ອງເດີນທາງມາເຮັດວຽກຢູ່ ສປປ ລາວ ເພື່ອກວດກາອົງປະກອບມໍລະດົກໂລກຢູ່ແຫຼ່ງມໍລະດົກອຸທິຍານແຫ່ງຊາດຫີນໜາມໜໍ່ ຕາມທີ່ໄດ້ກຳນົດໄວ້ໃນເອກະສານຄຳຮ້ອງ, ຄະນະຊ່ຽວຊານດັ່ງກ່າວ ອາດເດີນທາງມາ ສປປ ລາວ ໃນລະຫວ່າງເດືອນສິງຫາ ຫາ ເດືອນຕຸລາ ປີ 2024 ນີ້.

ຖ້າແຫຼ່ງມໍລະດົກຜ່ານການກວດກາຂອງຄະນະກຳມະການທີ່ປຶກສາ ແລະ ບັນດາຄະນະກຳມະການມໍລະດົກໂລກໃນກອງປະຊຸມຄະນະກຳມະການມໍລະດົກໂລກ ຄັ້ງທີ 47 ທີ່ຈະຈັດຂຶ້ນໃນເດືອນມິຖຸນາ – ກໍລະກົດ 2025 ອຸທິຍານແຫ່ງຊາດຫີນໜາມໜໍ່ ຈະກາຍເປັນແຫຼ່ງມໍລະດົກໂລກທາງທຳມະຊາດ ແບບຮ່ວມຊາຍແດນກັບອຸທິຍານແຫ່ງຊາດຟອງຫຍາ – ແກບາງ ມໍລະດົກໂລກທາງທຳມະຊາດຂອງ ສສ ຫວຽດນາມ.


ທ່ານ ວັນສີ ກົວມົວ ຍັງໃຫ້ຮູ້ອີກວ່າ: ຜົນສຳເລັດດັ່ງກ່າວ, ຈະກາຍເປັນໝາກຜົນທີ່ສຳຄັນຂອງການຮ່ວມມືກັນຂອງສອງປະເທດ ລາວ – ຫວຽດນາມ ແລະ ຄູ່ຮ່ວມມືສາກົນເພື່ອສະເຫຼີມສະຫຼອງການຮັບຮູ້ຄວາມໂດດເດັ່ນທາງດ້ານທຳມະຊາດ ແລະ ຊີວະນາໆພັນທີ່ສຳຄັນຂອງສອງອຸທິຍານ ແລະ ເປັນແຫຼ່ງມໍລະດົກໂລກທາງທຳມະຊາດຮ່ວມຊາຍແດນແຫ່ງທຳອິດ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ກາຍເປັນເຂດພູຫີນປູນ ທີ່ໃຫຍ່ ທີ່ສຸດຂອງພາກພື້ນ.

ທ່ານ ວັນສີ ກົວມົວ ໄດ້ກ່າວຕື່ມວ່າ: ” ຜົນສໍາເລັດຄັ້ງນີ້ແມ່ນບາດກ້າວທີ່ສຳຄັນອັນໜຶ່ງໃນການອະນຸຮັກ ແລະ ການຮັບຮູ້ຄຸນຄ່າອັນໂດດເດັ່ນຂອງອຸທິຍານແຫ່ງຊາດຫີນໜາມໜໍ່ຂອງ ສປປ ລາວ. ” ອຸທິຍານແຫ່ງຊາດຫີນໜາມໜໍ່ ໄດ້ຖືກຮັບຮູ້ໃຫ້ເປັນສະຖານທີ່ສຳຄັນລະດັບໂລກແຫ່ງໜຶ່ງ ດ້ານການອະນຸຮັກຊີວະນາພັນ ໂດຍອີງຕາມຄຸນລັກສະນະຂອງທີ່ຢູ່ອາໄສຂອງສັດປ່າ ແລະ ປ່າໄມ້, ຄຸນລັກສະນະອັນໂດດເດັ່ນທາງທໍລະນີວິທະຍາ ແລະ ຄວາມຫຼາກຫຼາຍຂອງບັນດາສັດ ແລະ ພັນພືດ ລວມທັງສາຍພັນທີ່ຖືກຄຸກຄາມໃກ້ຈະສູນພັນ, ສາຍພັນທີ່ມີສະເພາະຖິ່ນ ແລະ ສາຍພັນສັດສະເພາະທີ່ມີໃນເຂດປ່າຫີນປູນ.