ມອບ-ຮັບ ທຶນກໍ່ສ້າງຫໍພັກຄູ ແລະ ນັກຮຽນໃຫ້ 2 ແຂວງພາກເໜືອ

229

ພິທີມອບ-ຮັບ ທຶນກໍ່ສ້າງຫໍພັກຄູ ແລະ ນັກຮຽນ ໂຮງຮຽນ 2 ແຫ່ງ ຄື: ໂຮງຮຽນ ມສ ນາສະຫວ່າງ ເມືອງນາໝໍ້ ແຂວງອຸດົມໄຊ ແລະ ມສ ສໍາພັນ ເມືອງບຸນໃຕ້ ແຂວງຜົ້ງສາລີ ຈໍານວນ 1 ລ້ານບາດ, ພ້ອມອຸປະກອນກໍ່ສ້າງ ຈັດຂຶ້ນໃນວັນທີ 11 ມີນາ 2024 ຢູ່ສູນກາງແນວລາວສ້າງຊາດ ໂດຍແມ່ນ ພະອາຈານ ສິນຊັບ ຈາລະນະທັມໂມ ແລະ ເຈົ້າສັນທາ, ອອກຕົນຍາດໂຍມເປັນຜູ້ລະດົມທຶນດັ່ງກ່າວ.

ໃນໂອກາດນີ້, ທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຮອງປະທານສູນ ກາງແນວລາວສ້າງຊາດ, ໄດ້ຕາງໜ້າໃຫ້ຄະນະນໍາ ສູນກາງແນວລາວສ້າງຊາດ ສະແດງຄວາມຮູ້ບຸນຄຸນມາຍັງ ພະອາຈານ ສິນຊັບ ຈາລະນະທັມໂມ ແລະ ເຈົ້າສັດທາທັງຫລາຍທີ່ໄດ້ລະດົມທຶນ ຮອນ, ປັດໄຈທີ່ສໍາຄັນ ເພື່ອມາພັດທະນາການສຶກສາຂອງ ສປປ ລາວ ກໍຄື ການກໍ່ສ້າງຫໍພັກຄູ ແລະ ນັກຮຽນ 2 ແຫ່ງດັ່ງກ່າວ ທີ່ຢູ່ເຂດຊົນນະບົດຫ່າງໄກສອກຫລີກ ເຊິ່ງເປັນເງື່ອນໄຂໜຶ່ງ ເພື່ອດຶງ ດູດໃຫ້ນັກຮຽນຕັ້ງໃຈມາສຶກສາຮໍ່າຮຽນ ແລະ ບໍ່ອອກໂຮງ ຮຽນ ເຊິ່ງໄລຍະຜ່ານມາ ໂຮງຮຽນດັ່ງກ່າວ ແມ່ນຂາດທີ່ພັກອາໄສ ເຊິ່ງສົ່ງຜົນກະທົບໃຫ້ນັກຮຽນທີ່ບ້ານຢູ່ໄກ ບໍ່ສາມາດທຽວມາຮຽນໜັງສືໄດ້ສະດວກ ແລະ ສຸດທ້າຍກໍ່ອອກໂຮງຮຽນ ຫລື ປະລະການຮຽນ.

ຮອງປະທານສູນກາງແນວລາວສ້າງຊາດ ກໍໄດ້ມອບຫລຽນກາລະນຶກ 60 ປີ ແນວລາວສ້າງຊາດ ໃຫ້ ພະອາຈານ ສິນຊັບ ຈາ ລະນະທັມໂມ ຕື່ມອີກ.
ຂ່າວ: ສນຊ