ບໍ່ແກ້ວ-ຜົ້ງສາລີ ຖອດຖອນບົດຮຽນຮ່ວມກັນດ້ານຜະລິດກະສິກໍາເປັນສິນຄ້າ

27

ບໍ່ແກ້ວ-ຜົ້ງສາລີ ເປັນສອງແຂວງທີ່ລ້ວນມີຊາຍແດນຕິດຈອດກັບປະເທດໃກ້ຄຽງ ຊຶ່ງມີເງື່ອນໄຂສະດວກໃນການຜະລິດເປັນສິນຄ້າ ແລະປ່ຽນຄ້າຂາຍ ດັ່ງນັ້ນ ເພື່ອມີບົດຮຽນຫຼາຍຂຶ້ນ ເມື່ອບໍ່ດົນມານີ້ສອງແຂວງຈຶ່ງໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນດ້ານການຜະລິດກະສິກໍາເປັນສິນຄ້າ ຂອງໂຄງການພັດທະນາໂຄງລ່າງຊົນນະບົດພາກເໜືອ ທຶນເພີ່ມ (NRI) ແຂວງບໍ່ແກ້ວ ແລະ ຜົ້ງສາລີ ຢູ່ເມືອງຜາອຸດົມ ແຂວງບໍ່ແກ້ວ ໂດຍມີ ທ່ານ ກາງ ມະນີຫວ່າງ ຮອງເຈົ້າເມືອງຜາອຸດົມ ຜູ້ຊີ້ນໍາໂຄງການຂັ້ນເມືອງ, ທ່ານ ສົມສະນິດ ອ່ອນຈັນ ຫົວໜ້າໂຄງການພັດທະນາໂຄງລ່າງຊົນນະບົດພາກເໜືອ ທຶນເພີ່ມ (NRI) ແຂວງບໍ່ແກ້ວ, ທ່ານ ສົມລິດ ຄໍາແສນວົງ ຫົວໜ້າໂຄງການພັດທະນາໂຄງລ່າງຊົນ ນະບົດພາກເໜືອ ທຶນເພີ່ມ ແຂວງຜົ້ງສາລີ, ພ້ອມດ້ວຍວິຊາການກ່ຽວຂ້ອງ ຂອງແຂວງ-ຂອງເມືອງ ແລະ ກຸ່ມຊາວນາ ແຂວງຜົ້ງສາລີ ເຂົ້າຮ່ວມ.

May be an image of 13 people and grass
ໃນກອງປະຊຸມ, ຕາງໜ້າຄະນະຮັບຜິດຊອບໂຄງການ ກໍຄື ຄະນະນໍາຫ້ອງການກະສິກໍາ ເມືອງຜາອຸດົມ ແລະ ຫ້ອງການກະສິກໍາ ຈາກເມືອງຍອດອູ, ເມືອງບຸນເໜືອ ແລະ ເມືອງບຸນໃຕ້ ແຂວງຜົ້ງສາລີ ຜັດປ່ຽນກັນລາຍຫຍໍ້ວຽກງານກະສິກໍາ ແລະ ປ່າໄມ້ເມືອງ ໂດບຍົກໃຫ້ເຫັນສະພາບລວມຂອງເມືອງ, ຂອງຫ້ອງການ ແລະ ການຈັດ ຕັ້ງປະຕິບັດວຽກງານວິຊາສະເພາະ. ພ້ອມນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການລາຍງານສະພາບ ການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການພັດທະນາໂຄງລ່າງຊົນນະບົດພາກເໜືອ ທຶນເພີ່ມ (NRI) ກໍຄື ການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງນຳໃຊ້ລະບົບຊົນລະປະ ທານຂອງສະມາຄົມກຸ່ມຜູ້ຊົມໃຊ້ນ້ຳຂອງທັງ 4 ເມືອງ, ຍົກໃຫ້ເຫັນສະພາບລວມ, ການຈັດ ຕັ້ງປະຕິບັດ ແລະ ການຈັດແບ່ງໜ້າທີ່ຮັບຜິດຊອບ ຂອງສະມາຄົມກຸ່ມຜູ້ຊົມໃຊ້ນ້ຳ, ການຄຸ້ມຄອງບໍລິຫານຈັດການ, ການຊຸກຍູ້ສົ່ງເສີມການຜະລິດພຶດລະດູແລ້ງ, ບັນຫາ ສິ່ງທ້າທາຍ ແລະ ວິທີແກ້ໄຂ.

May be an image of 3 people and dais
ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ແລກປ່ຽນຄໍາຄິດເຫັນ, ຖອດຖອນບົດຮຽນການຈັດຕັ້ງປະຕິບັດການຜະລິດກະສິກໍາ ເປັນສິນຄ້າຕິດພັນກັບວຽກງານຄຸ້ມຄອງນໍາໃຊ້ລະບົບຊົນລະປະທານ ຂອງກຸ່ມຊາວນາ, ວຽກງານການສ້າງຕັ້ງສະມາຄົມ ແລະ ກຸ່ມຊົມໃຊ້ນໍ້າຊົນລະປະທານ, ການຄຸ້ມຄອງ ແລະ ນໍາໃຊ້ງົບປະ ມານຂອງສະມາຄົມ, ການບູລະນະ ປົກປັກຮັກສາລະບົບຊົນລະປະທານ, ລະບົບການນໍາໃຊ້ນໍ້າ ແລະ ວຽກງານອຶ່ນໆ.

May be an image of 18 people and grass
ໂອກາດນີ້, ຄະນະນໍາທັງສອງແຂວງ ກໍໄດ້ໄປທັດສະນະສຶກສາ, ຢ້ຽມຊົມເຂດຜະລິດກະສິກໍາຂອງເມືອງ ຢູ່ຕາມຈຸດຕ່າງໆ ເປັນຕົ້ນ ທົ່ງນາແຊງ, ໜອງປາ ແລະ ສວນຖົ່ວເຫລືອງ, ປັດຈຸບັນທົ່ວເມືອງຜາອຸດົມ ມີເນື້ອທີ່ນາປີ 2.470 ເຮັກຕາ, ສະມັດຕະພາບ 4 ໂຕນ/ເຮັກຕາ, ຜົນຜະລິດໄດ້ 9.880 ໂຕນ; ເນື້ອທີ່ນາແຊງ 898 ເຮັກຕາ, ສະມັດຕະພາບ 3 ໂຕນ/ເຮັກຕາ, ຜົນຜະລິດໄດ້ 2.694 ໂຕນ ແລະ ສວນຖົ່ວເຫລືອງ ເຊິ່ງເປັນການລົງທຶນຂອງບໍລິສັດຕ່າງປະເທດ(ສປ ຈີນ) ມີເນື້ອທີ່ 417 ເຮັກຕາ.

No photo description available.