ສ່ອງຄະປະທານສະມາຄົມ Lao SME ຊຸດໃໝ່

86

 

ສະມາຄົມສົ່ງເສີມຜູ້ປະກອບການ ວິສາຫະກິດຂະໜາດນ້ອຍ ແລະ ກາງລາວ (Lao SME) ຈັດກອງປະຊຸມໃຫຍ່ ຄັ້ງທີ II ຂອງສະມາຄົມຂຶ້ນ, ທີ່ສູນຝຶກອົບຮົມສະຫະພັນແມ່ຍິງ. ໃນວັນທີ 12 ມັງກອນ 2024. ໂດຍການເຂົ້າຮ່ວມຂອງທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ລິດທິໄກ ພູມມະສັກ ປະທານສະມາຄົມສົ່ງເສີມຜູ້ປະກອບການ ວິສາຫະກິດຂະໜາດນ້ອຍ ແລະ ກາງລາວ (Lao SME), ພ້ອມດ້ວຍຄະນະ, ແຂກຖືກເຊີນ ແລະ ບັນດາສະມາຊິກສະມາຄົມເຂົ້າຮ່ວມ.

ສະມາຄົມສົ່ງເສີມຜູ້ປະກອບກິດຈະການວິສະຫະກິດຂະໜາດນ້ອຍ ແລະ ກາງລາວ ແມ່ນອົງການຈັດຕັ້ງສັງຄົມ ຂອງຫົວໜ່ວຍທຸລະກິດສ້າງຕັ້ງຂຶ້ນ ໂດຍມີຈຸດປະສົງເຕົ້າໂຮມບັນດາຜູ້ປະກອບການທຸລະກິດຂະໜາດນ້ອຍ ແລະ ກາງໃນ ສປປ ລາວ, ເພື່ອສົ່ງເສີມສ້າງຄວາມເຂັ້ມແຂງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທາງດ້ານທຸລະກິດແລກປ່ຽນບົດຮຽນຂໍ້ມູນຂ່າວສານ, ຮ່ວມມືພາຍໃນ ແລະ ພາກພື້ນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມແຫ່ງຊາດໃຫ້ຫມັ້ນຄົງໄດ້ຮັບການອະນຸມັດສ້າງຕັ້ງຂຶ້ນໃນວັນທີ 19 ເດືອນ ມັງກອນ ປີ 2021 ຈາກລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ ແລະ ມີສິດຂອບເຂດການເຄື່ອນໄຫວໃນທົ່ວປະເທດ, ມີຄວາມເປັນເຈົ້າຕົນເອງທາງດ້ານງົບປະມານ, ນັບແຕ່ມື້ສ້າງຕັ້ງມີສະມາຊິກ 30 ກວ່າທ່ານ ແຕ່ມາເຖິງປັດຈຸບັນນີ້ ມີສະມາຊິກທັງໝົດ 105 ທ່ານ ລ້ວນແຕ່ແມ່ນຜູ້ປະກອບການທາງດ້ານທຸລະກິດທີ່ແຕກຕ່າງກັນ ແລະ ຂຶ້ນທະບຽນຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ ແລະ ມີສຳນັກງານຕັ້ງຢູ່ບ້ານ ນາໄຊ ເຮືອນເລກທີ: 525 ໜ່ວຍ: 41 ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ.

No description available.
ຜ່ານມາການບໍລິຫານວຽກງານຂອງສະມາຄົມ LAO SME ຜ່ານການຈັດຕັ້ງປະຕິບັດວຽກງານແຕ່ປີ 2021-2023 ແມ່ນໄດ້ກໍານົດເອົາຫ້ອງການເປັນຈຸດໃຈກາງ ເປັນບ່ອນປະສານງານ, ໃນການເຮັດວຽກຂອງ ສນກລ ເປັນຕົ້ນ: ການເຕົ້າໂຮມສະມາຊິກ, ການພົບປະແລກປ່ຽນ, ວຽກງານເອກະສານ, ຂາເຂົ້າ – ຂາອອກ, ວຽກງານປະສານງານພົວພັນຮ່ວມມືພາຍໃນ- ພາຍນອກ ແລະ ວຽກງານການເງິນໂດຍທ່ານຮອງປະທານຜູ້ໜຶ່ງເປັນຜູ້ຊີ້ນຳ. ລະບອບວິທີເຮັດວຽກ: ແມ່ນປະຕິບັດຕາມ ຫຼັກການລວມສູນປະຊາທິປະໄຕ ສົມທົບກັບຫຼັກການຕື່ນຕົວສະໝັກໃຈ, ມີການປຶກສາຫາລື ເຮັດວຽກເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ປະຕິບັດຕາມລະບອບການເຮັດວຽກແບບຫົວໜ້າດຽວ; ດ້ານແບບແຜນວິທີເຮັດວຽກ: ແມ່ນຖືເອົາກອງປະຊຸມເປັນບ່ອນປຶກສາຫາລື ແລະ ຕົກລົງບັນຫາຕ່າງໆດ້ວຍເຮັດວຽກມີແຜນການ, ມີງົບປະມານ, ມີການການລົງປະຊາມະຕິສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫຼາຍ, ຕິດຕາມກວດກາ, ມີການສະຫຼຸບ – ຖອດຖອນບົດຮຽນ, ລາຍງານສ່ອງແສງ, ຂໍທິດຊີ້ນຳຈາກຂັ້ນເທິງຂອງຕົນເປັນປົກກະຕິພົວພັນຮ່ວມມືກັບພາກສ່ວນອື່ນໆທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດຕາມນະໂຍບາຍຂອງພັກ ແລະ ລັດຖະບານ.

No description available.

ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກ່າວວ່າ: ກອງປະຊຸມໃຫ່ຍຄັ້ງທີ II ຂອງສາມະຄົມ LAOSME ຄັ້ງນີ້ຈະເປັນຂີດໝາຍອັນສຳຄັນ ໃນການປະກອບສ່ວນເຂົ້າໃນການຊູກຍູ້ ສົ່ງເສີມບັນດາຈູນລະວິສະຫະກິດ, ວິສະຫະກິດຂະໜາດນ້ອຍ ແລະ ກາງຂອງ ສປປລາວໃຫ້ມີຄວາມເຂັ້ມແຂງ ແລະ ສາມາດແຂ່ງຂັນໄດ້ທັງຕະຫຼາດພາຍໃນ ແລະ ຕ່າງປະເທດ ຕາມຄວາມຄາດຫວັງ ຂອງລັດຖະບານ. ລັດຖະບານ ເວລາໃດກໍ່ໃຫ້ຄວາມສຳຄັນ ແລະ ໃຫ້ຄວາມຫວັງຫຼາຍກັບການສົ່ງເສີມ MSME ຖືເປັນວຽກໃຫຍ່ໜື່ງ ໃນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ຂອງລັດຖະບານ ແລະ ວາລະແຫ່ງຊາດແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນໄລຍະ 2021-2023 ເພື່ອຫັນໄປສູ່ຄຸນນະພາບໃໝ່ໃຫ້ມີຄວາມເຂັ້ມແຂງ ແລະ ສາມາດແຂ່ງຂັນກັນພາກພື້ນ ແລະ ສາກົນໄດ້.

ພ້ອມສະມາຄົມສົ່ງເສີມຜູ້ປະກອບກິດຈະການວິສາຫະກິດຂະໜາດນ້ອຍ ແລະ ກາງລາວ ຈະຕ້ອງໄດ້ອອກແຮງເປັນເຈົ້າການໃນການຜັນຂະຫຍາຍເນື້ອໃນ ແລະ ມະຕິຂອງກອງປະຊຸມຄັ້ງນີ້. ຕາມພາລະບົດບາດ ໂດຍສະເພາະແມ່ນການສ້າງ ຄວາມຮູ້ ຄວາມສາມາດ ທີ່ຊັດເຈນກ່ຽວກັບ ການສົ່ງເສີມຜະລິດຕະພັນພາຍໃນ ໃຫ້ມີຄຸນນະພາບ, ມີມາດຖານສາມາດ ຈຳໜ່າຍຕະຫຼາດພາຍໃນ ກ້າວໄປເຖິງສົ່ງອອກໃຫ້ໄດ້ເທື່ອລະກ້າວ ແລະ ຮຽກຮ້ອງໃຫ້ທາງຄະນະສະມາຄົມ LAO SME ຊຸດໃໝ່ ຕ້ອງໄດ້ເພີ່ມທະວີຄວາມເຕົ້າໂຮມຄວາມສາມັກຄີເປັນຈິດໜື່ງໃຈດຽວປັບປຸງການຈັດຕັ້ງ ແລະ ຂະຫຍາຍສະມາຊິກຂອງສາມາຄົມໃຫ້ນັບມື້ເຂັ້ມແຂງ ແລະ ຂະຫຍາຍຕົວກວ້າງ ອອກລົງສູ່ບັນດາແຂວງ ແລະ ເມືອງທີ່ມີເງື່ອນໄຂ.

No description available.
ໃນກອງປະຊຸມຄັດເລືອກເອົາຄະນະປະທານ, ຮອງປະທານ ແລະ ປະທານກວດກາ, ຮອງປະທານ ເຊິ່ງມີລາຍຊື່ດັ່ງຕໍ່ໄປນີ້: ຄະນະປະທານປະກອບມີ: ປະທານ 1 ທ່ານ ແລະ ຮອງປະທານ 4 ທ່ານຄື: ທ່ານ ລິດທິໄກ ພູມມະສັກ ປະທານ, ທ່ານ ນາງ ດາຣາພົງ ຍຸຕິທຳ ຮອງປະທານ, ທ່ານ ພູທອງ ພົນວິໄຊ ຮອງປະທານ, ທ່ານ ທິລາກອນ ອານຸວົງ ຮອງປະທານ, ທ່ານ ນາງ ວິໄລວັນ ເພັດລໍາພັນ ຮອງປະທານ. ສ່ວນຄະນະກວດກາປະກອບມີ: ປະທານ 1 ທ່ານ, ຮອງປະທານ 1 ທ່ານ ແລະ ກຳມະການ 1 ທ່ານ ຄື: ທ່ານ ອານຸສິດ ຫຼວງລາດ ປະທານ, ທ່ານ ບົວລຽນ ວົງສີສຸພັນ ຮອງປະທານ, ທ່ານ ນາງ ສີນວນ ສິລິວັງຫານ ຮອງປະທານ ເຊິ່ງລວມຄະນະບໍລິຫານສະມາຄົມທັງໝົດ 15 ທ່ານ.