ລົງຢ້ຽມຢາມວຽກງານປະສົມຈຸລະສານອາຫານໃສ່ໃນເຂົ້າ ທີ່ໂຮງສີເຂົ້າ IDP ຫຼັກ 35 ບ້ານຂົວດຳ

27

ໃນວັນທີ 12 ມັງກອນ 2024ຜ່ານມາ ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ລົງຢ້ຽມຢາມວຽກງານປະສົມຈຸລະອາຫານໃສ່ໃນເຂົ້າ ທີ່ໂຮງສີເຂົ້າ IDP ຫຼັກ 35 ບ້ານ ຂົວດຳ ເມືອງ ໄຊພູທອງ ແຂວງສະຫວັນນະເຂດ ໂດຍການນຳພາການລົງຢ້ຽມຢາມຂອງທ່ານ ປອ ດຣ ຕຽງຄຳ ປ້ອງວົງສາ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ດຣ ພອນປະເສີດ ອຸນະພົມ ຫົວໜ້າອະນາໄມ ແລະ ສົ່ງເສີມສຸຂະພາບ, Mr Marc – Andre Prost ຕາງໜ້າອົງການອາຫານໂລກປະຈຳ ສປປ ລາວ, ຄະນະຜູ້ແທນຈາກຂັ້ນສູນກາງ, ຂັ້ນແຂວງ, ຈາກກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ.

May be an image of 13 people and text

ຂໍ້ມູນໃຫ້ຮູ້ວ່າ ໃນເດືອນ ມິຖຸນາ 2022 ໄດ້ຕັດສີນໃຈລົງທືນທາງດ້ານງົບປະມານໂດຍການນຳເຂົ້າເຄື່ອງຊາວເຂົ້າທີ່ທັນສະໄໝເພື່ອຕອບສະໜອງການບໍລິການໃນແກ່ໂຄງການທີ່ລິເລີ່ມຊາວເຂົ້າທີ່ເສີມວິຕາມີນ ແລະ ແຮ່ທາດຂອງ WFP ແລະການດຳເນີນງານຮ່ວມກັນຕື່ມອີກ, ເຂົ້າທີ່ນຳມາໃຊ້ແມ່ນການຈັດຫາຂອງ IDP ແລະ ຄູ່ຮ່ວມງານຂອງລັດຖະບານໃນການນຳສະເໜີເຂົ້າທີ່ມີວິຕາມີນ ແລະ ແຮ່ທາດ ທີ່ນຳໃຊ້ຊະນິດເຂົ້າໜຽວພາຍໃນປະເທດມາປະສົມເພື່ອແຈກຍາຍໃຫ້ໂຮງຮຽນເປົ້າໝາຍຂອງໂຄງການອາຫານທ່ຽງໃນໂຮງຮຽນທ້ອງຖີ່ນທີ່ໄດ້ຮັບການສະໜັບສະໜູນຈາກ IDP, WFP ການຕິດຕາມຂອງຄູ່ຮ່ວມງານຂອງລັດຖະບານທີ່ກ່ຽວຂ້ອງເພື່ອຮັບປະກັນໃນການຊາວເຂົ້າຄັ້ງນີ້ໃຫ້ມີຄຸນນະພາບ ແລະ ຄວວາມປອດໄພ, ເຂົ້າທີ່ເສີມວິຕາມີນ ແລະ ແຮ່ທາດຈຳນວນ 150 ໂຕນແມ່ນຈະໄດ້ແຈກຍາຍໃຫ້ໂຮງຮຽນຂອງໂຄງການອາຫານທ່ຽງໃນໂຮງຮຽນມີຈຳນວນຜູ້ເຂົ້າຮ່ວມ 31 ຄົນ.

May be an image of 19 people and text
ຈຸດປະສົງ ການລົງຢ້ຽມຢາມຄັງນີ້ ເພື່ອເບີ່ງຂະບວນການເສີມເຂົ້າວິຕາມີນ ແລະ ແຮ່ທາດ ແລະ ຢືນຢັນໃນຄຸນນະພາບຂອງເຂົ້າທີ່ເສີມວິຕາມີນ ແລະ ແຮ່ທາດທີ່ນຳໃຊ້ເຂົ້າໜຽວຂອງລາວ ແລະ ຄະນະຜູ້ແທນຂັ້ນສູນກາງ, ຂັ້ນແຂວງຈາກກະຊວງທີ່ກ່ຽວຂ້ອງ, ຈະສົ່ງມອບເຂົ້າທີ່ເສີມວິຕາມີນ ແລະ ແຮ່ທາດ ທີ່ປະສົມຈຳນວນ 150 ໂຕນໃຫ້ສາງ WFP ບໍລິສັດເພື່ອກວດກາໃນຄຸນນະພາບໃນລະຫວ່າງການຂົນສົ່ງທີ່ປະສົມແລ້ວຢູ່ສາງ WFP ຄຸນນະພາບຄວາມປອດໄພຂອງເຂົ້າທີ່ເສີມວິຕາມີນ ແລະ ແຮ່ທາດຈະຖືກຮັບຮອງກ່ອນການແຈກຍາຍໃຫ້ໂຮງຮຽນເປົ້າໝາຍ, ການລົງຢ້ຽມຢາມບ່ອນປຸງແຕ່ງອາຫານຢູ່ໂຮງຮຽນໂດຍບັນດາຄູ່ຮ່ວມງານລັດຖະບານ ແລະ WFP.

May be an image of 5 people and lumberyard,

May be an image of water heater, drill press and text

ພາບ – ຂ່າວ: ກຸ່ມວຽກ ສຸຂະສືກສາ ແລະ ຂ່າວສານສາທາລະນະສຸກ