ສະຫວັນນະເຂດສຳເລັດກອງປະຊຸມຄົບຄະນະບໍລິຫານງານ ພັກແຂວງເປີດກວ້າງ

37

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງສະຫວັນນະເຂດ (ເປີດກວ້າງ) ຄັ້ງທີ 13 ສະໄໝທີ IX ໄດ້ເປີດຂຶ້ນເປັນທາງການໃນລະຫວ່າງວັນທີ 4-5 ມັງກອນ 2024 ຜ່ານມານີ້, ທີ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງແຂວງສະຫວັນນະເຂດ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານໃນກອງປະຊຸມຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາພັກແຂວງເຈົ້າແຂວງສະຫວັນນະເຂດ, ມີບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ ແລະພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.

No description available.
ໃນວາລະປະຊຸມ,ສະຫາຍເລຂາພັກແຂວງເຈົ້າແຂວງສະຫວັນນະເຂດ ບຸນໂຈມ ອຸບົນປະເສີດ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ປະຈຳປີ 2023 ແລະ ທິດທາງແຜນການປີ 2024. ຈາກນັ້ນ, ໃນກອງປະຊຸມໄດ້ລາຍງານລົງເລິກສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງປີ 2023 ແລະ ທິດທາງແຜນການປີ 2024 ຈາກທ່ານ ຄຳຜຸຍ ສີບຸນເຮືອງ ກຳມະການພັກແຂວງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງສະຫວັນນະເຂດ, ລາຍງານການຈັດຕັ້ງປະຕິບັດແຜນງົບປະມານປະຈຳປີ 2023 ແລະທິດທາງແຜນການປີ 2024 ຕິດພັນກັບການສ້າງຄວາມເຂັ້ມແຂງດ້ານງົບປະມານ, ເພີ່ມທະວີການຄຸ້ມຄອງ ແລະຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານ, ລາຍງານການຊຸກຍູ້ສົ່ງເສີມການຜະລິດກະສິກຳເປັນສິນຄ້າເພື່ອທົດແທນການນໍາເຂົ້າ ແລະ ເພື່ອການສົ່ງອອກທີ່ພົ້ນເດັ່ນຂອງແຂວງ.

No description available.
ພ້ອມນັ້ນກໍ່ມີບັນດາພະແນກການຕ່າງໆຂອງແຂວງຂຶ້ນລາຍງານການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຂະແໜງ
ການຂອງຕົນຮັບຜິດຊອບ, ລາຍງານສະພາບການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ຕິດພັນກັບການແກ້ໄຂບັນຫາປະກົດການຫຍໍ້ທໍ້ ແລະການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ທິດທາງແຜນການປີ 2024, ຜ່ານມະຕິວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ ແລະ ບັນດາອະນຸກຳມະການກະກຽມ ແລະດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ຄາດຄະເນແຕ່ລະບາດກ້າວ, ຂັ້ນຕອນການເຄື່ອນໄຫວແຕ່ລະວຽກ, ເພື່ອດຳເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ, ນະຄອນ ແລະ ແຂວງໃນຕໍ່ໜ້າ, ລາຍງານການປັບປຸງກົງຈັກການຈັດຕັ້ງຢູ່ບັນດາພະແນກການ ແລະ ທຽບເທົ່າອ້ອມຂ້າງແຂວງ, ຢູ່ບັນດາຫ້ອງການ ແລະ ທຽບເທົ່າອ້ອມຂ້າງເມືອງ ຕາມຄຳສັ່ງ 190/ຄລສພ, ການກຳນົດຕຳແໜ່ງງານ ແລະ ການປັບປຸງອົງການປົກຄອງບ້ານໃນທົ່ວແຂວງ,ການປະກອບຄຳເຫັນ ແລະ ປັບປຸງລະບົບການເມືອງຢູ່ຮາກຖານບ້ານຕິດພັນກັບການແກ້ໄຂບັນຫາສາສະໜາ ແລະ ປະກົດການຫຍໍ້ທໍ້ຢູ່ລຽບຕາມຊາຍແດນຂອງເມືອງເຊໂປນ.

No description available.

ການປະກອບຄຳເຫັນຜົນສຳເລັດໃນການປັບປຸງການຈັດຕັ້ງຮາກຖານບ້ານຄິດພັນກັບການປັບປຸງອຳນາດການປົກຄອງບ້ານຕາມທິດຫັນເປັນໜຸ່ມ,ປະກອບຄຳເຫັນການຜັນຂະຫຍາຍຂໍ້ກຳນົດເລກທີ 416/ຄລສພ ລົງວັນທີ 28 ສິງຫາ 2023 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະພັກຮາກຖານກຸ່ມບ້ານ ແລະບ້ານໃຫຍ່ ເພື່ອສ້າງຄວາມເຂັ້ມແຂງຢູ່ຂັ້ນຮາກຖານ ແລະ ບັນຫາອື່ນໆທີ່ປິ່ນອ້ອມໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມຂອງແຂວງໄດ້ຖືກນຳມາສະເໜີໃນກອງປະຊຸມຄັ້ງນີ້ດ້ວຍ.
ໃນຕອນທ້າຍຂອງກອງປະຊຸມສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາພັກແຂວງເຈົ້າແຂວງສະຫວັນນະເຂດກໍ່ໃຫ້ທິດຊີ້ນຳຕໍ່ກອງປະຊຸມ, ພ້ອມທັງກ່າວປິດກອງປະຊຸມເປີດກວ້າງຄະນະບໍລິຫານງານພັກແຂວງ ຄັ້ງທີ 13 ສະໄໝທີ IX ຢ່າງເປັນທາງການ.