ນະຄອນຫຼວງ ສ້າງຕາຝັ່ງກັນເຈື່ອນຍັງບໍ່ເຖິງເຄິ່ງໜຶ່ງຂອງຈຳນວນທັງໝົດ

133

ໃນຫຼາຍປີຜ່ານມາພັກ-ລັດແມ່ນໄດ້ຈັດສັນງົບປະມານ ເພື່ອກໍ່ສ້າງຕາຝັ່ງກັນເຈື່ອນລຽບຕາມແຄມນ້ຳຂອງເປັນໄລຍະມາຢູ່ຫຼາຍແຂວງ, ໃນນັ້ນສະເພາະນະຄອນຫຼວງວຽງຈັນແມ່ນມີຄວາມຍາວ 182 ກິໂລແມັດ ມາຮອດປະຈຸບັນເຂດທີ່ກໍ່ສ້າງແລ້ວຍັງບໍ່ທັນໄດ້ເຄິ່ງໜຶ່ງຂອງລວງຍາວທີ່ມີ.

May be an image of 9 people

ຕາມຂໍ້ມູນລາຍງານໃນໂອກາດການລົງຕິດຕາມການເຊາະເຈື່ອນຂອງຕາຝັ່ງແມ່ນ້ຳຂອງໃນຄັ້ງວັນທີ 04 ມັງກອນ 2024 ທ່ານ ຮສ. ປອ. ລິນຄໍາ ດວງສະຫວັນ ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ທ່ານ ພອນໄຊ ສຸລິຍະວົງ ຫົວໜ້າຂະແໜງການທາງນ້ຳ, ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ລາຍງານກ່ຽວກັບສະພາບການເຊາະເຈື່ອນຂອງຕາຝັ່ງແມ່ນໍ້າຂອງ ແລະ ການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນ ຂອບເຂດເມືອງສັງທອງ ວ່າ: ນະຄອນຫຼວງວຽງຈັນ ມີຂອບເຂດຊາຍແດນທີ່ຕິດກັບແມ່ນໍ້າຂອງນັບຕັ້ງແຕ່ປາກຫ້ວຍຈັນເມືອງສັງທອງ ຫາ ປາກຫ້ວຍສະພາຍ ເມືອງປາກງື່ມ ມີຄວາມຍາວທາງນໍ້າທັງໝົດ 182 ກິໂລແມັດ (ກມ), ການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນມາຮອດປັດຈຸບັນສຳເລັດ 73,9 ກມ ເທົ່າກັບ 40,6% (ໃນ 73,9 ກມ ແຍກເປັນສອງແບບການກໍ່ສ້າງຄື: ກໍ່ສ້າງແບບລຽນຫີນຕາມສະຫຼົບ RipRap 51,355 ກມ, ກໍ່ສ້າງແບບຄັນຄູຫີນ Groy ຈໍານວນ 280 ຄັນຄູ ເທົ່າກັບ 22,545 ກມ) ຍັງບໍ່ທັນໄດ້ກໍ່ສ້າງ 108 ກມ.

May be an image of 10 people and wedding

ສຳລັບຂອບເຂດເມືອງສັງທອງ ແມ່ນມີແມ່ນໍ້າຂອງໄຫຼຜ່ານປະມານ 49 ກມ ນັບຕັ້ງແຕ່ປາກຫ້ວຍຈັນ ຫາ ບ້ານອ່າງໃຫຍ່; ການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນໃນໄລຍະຜ່ານມາຮອດປັດ ຈຸບັນ ແມ່ນສາມາດຈັດຕັ້ງປະຕິບັດໄດ້ 11,64 ກມ ໃນນີ້ ກໍ່ສ້າງແບບລຽນຫີນສະຫຼົບ 5,71 ກມ, ກໍ່ສ້າງແບບຄັນຄູຫີນ ຈໍານວນ 75 ຄັນຄູ ເທົ່າກັບ 5,93 ກມ, ຍັງບໍ່ທັນໄດ້ຮັບການກໍ່ສ້າງ 37,36 ກມ; ເຂດເມືອງສັງທອງ ແມ່ນມີເກາະ ດອນຂະໜາດນ້ອຍຈຳນວນຫຼາຍ ແລະ ມີດອນຂະໜາດໃຫຍ່ 1 ດອນ ຄືດອນກາງຂອງ, ມີລວງຍາວອ້ອມຮອບດອນ 12 ກມ ເນື້ອທີ່ປະມານ 467 ເຮັກຕາ.

ຈາກນັ້ນ, ທ່ານ ຮສ. ປອ. ລິນຄຳ ດວງສະຫວັນ ໄດ້ມອບເຄື່ອງກອງນ້ຳສະອາດທີ່ໄດ້ຕິດຕັ້ງສຳເລັດແລ້ວຈາກການຊ່ວຍເຫຼືອຂອງບໍລິສັດ ທີປຶກສາ ດາຊານ ສ.ເກົາຫຼີ ໃຫ້ແກ່ອົງການປົກຄອງເມືອງສັງທອງ ແລະ ບ້ານນາຫອຍປັງ.

ພາບ ແລະ ຂ່າວ: ຂ່າວຜູ້ແທນປະຊາຊົນ