ເລີ່ມກໍ່ສ້າງອູ່ລົດເມ, ສູນບຳລຸງຮັກສາ ແລະ ສູນບັນຊາລົດເມ ນະຄອນຫຼວງວຽງຈັນ

29

ນະຄອນຫຼວງວຽງຈັນໄດ້ມີພິທີວາງສີລາລຶກການກໍ່ສ້າງອູ່ລົດເມ, ສູນບຳລຸງຮັກສາ ແລະ ສູນບັນຊາລົດເມຂອງໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ (ນວ) ໂດຍໄດ້ຮັບທຶນຊ່ວຍເຫຼືອ ແລະ ທຶນກູ້ຢືມຈາກທະນາຄານພັດທະນາອາຊີ OPEC Fund, EIB, EU-AIF & GEF ອີງຕາມສັນຍາຮັບເໝົາກໍ່ສ້າງລະຫວ່າງກົມຂົນສົ່ງກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບບໍລິສັດ Dangkhoa General Service Trading ຈຳກັດຄັ້ງວັນທີ 1 ພະຈິກ 2023 ໄດ້ຈັດຂຶ້ນໃນວັນທີ 5 ມັງກອນນີ້, ທີ່ບ້ານໂພນຄໍາ ຫຼັກ 16 ຖະໜົນ 13 ໃຕ້ເມືອງໄຊທານີ ນວ ໂດຍການເປັນກຽດເຂົ້າຮ່ວມ ແລະ ຕັດແຖບຜ້າຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ ຍທຂ, ທ່ານ ຈັນ ວັນ ເທຣ ປະທານບໍລິສັດ Dangkhoa General Service Trading ຈໍາກັດ ພ້ອມຄະນະປະທານ ແລະ ແຂກຖືກເຊີນ, ພະນັກງານກ່ຽວຂ້ອງເຂົ້າຮ່ວມ.

May be an image of 8 people, suit, dais and wedding
ຜູ້ຕາງໜ້າໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນວ ໄດ້ລາຍງານຫຍໍ້ກ່ຽວກັບໂຄງການວ່າ: ໂຄງການກໍ່ສ້າງອູ່ລົດ, ບຳລຸງຮັກສາ ແລະ ສູນບັນຊາລົດເມ ລວມມີໜ້າວຽກຕົ້ນຕໍຄື: ກໍ່ສ້າງລານຈອດລົດເມຮອງຮັບ 80 ຄັນ, ໜ້າທາງປູດ້ວຍຢາງອາດສະຟານບໍລິເວນບ່ອນຈອດລົດ, ອາຄານຫ້ອງການມີ 4 ຊັ້ນ, ກໍ່ສ້າງ ແລະ ຕິດຕັ້ງອຸປະກອນໃນກາລ່າທາງພາຍໃນ ແລະ ເຂົ້າ-ອອກ, ຕິດຕັ້ງໄຟຟ້າ (Transformer), ລະບົບບໍາບັດນໍ້າເປື້ອນ, ລ້າງ-ອັດສິດລົດ, ສາຍໄຍແກ້ວ (fiber optic), ນໍ້າປະປາ ແລະ ອື່ນໆ. ໃນນັ້ນ, ສະເພາະການກໍ່ສ້າງລານຈອດລົດເມ BRT ຈະໃຫ້ສໍາເລັດພາຍໃນເດືອນມິຖຸນາ 2024 ເພື່ອຮອງຮັບລົດເມໄຟຟ້າຈະມາເຖີງ.

May be an image of 9 people and text

ຕອນດິນທີ່ໃຊ້ໃນການກໍ່ສ້າງອູ່ລົດເມ BRT ມີເນື້ອທີ່ປະມານ 29,179 m² ແມ່ນດິນຂອງກະຊວງ ຍທຂ ທີ່ໄດ້ມອບໃຫ້ໂຄງການເພື່ອເປັນການປະກອບສ່ວນ ໃນການພັດທະນາ ແລະ ສົ່ງເສີມການຂົນສົ່ງສາທາລະນະໃນຕົວເມືອງ ນວ ໂດຍບໍລິສັດDangkhoa General Service Trading ຈໍາກັດຈາກ ສສ ຫວຽດນາມ ເປັນຜູ້ທີ່ຊະນະການປະມູນໃນການກໍ່ສ້າງ ໃນມູນຄ່າສັນຍາ 7.003.343,60 ໂດລາ (ເຈັດລ້ານສາມພັນສາມຮ້ອຍສີ່ສິບສາມໂດລາແລະ ຫົກສິບເຊັນ). ຄາດວ່າຈະໃຊ້ເວລາໃນການກໍ່ສ້າງປະມານ 12 ເດືອນຈຶ່ງຈະສຳເລັດ ແລະ ຈະສົ່ງມອບໃຫ້ເຈົ້າຂອງໂຄງການ ຊຶ່ງໂຄງການກໍ່ສ້າງດັ່ງກ່າວຕັ້ງຢູ່ຫຼັກ 16 ຖະໜົນ 13 ໃຕ້ບ້ານໂພນຄໍາ ເມືອງໄຊທານີ ນະ ຄອນຫຼວງວຽງຈັນ.

(ຂ່າວ: ວັນເພັງ, ພາບ: ພູວັນ)