ໃນທ້າຍເດືອນທັນວາຜ່ານມາ ທີ່ວັດພົມສີລາ ບ້ານ ນາເຊັງ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັດພິທີເຮັດບຸນໃຫຍ່ການກໍ່ສ້າງບູລະນະປົວແປງເສັ້ນທາງຮ່ອມທາງເຂົ້າບ້ານນາເຊັງ. ໃຫ້ກຽດເປັນປະທານຝ່າຍສົງ ໂດຍພຣະອາຈານໃຫຍ່ ສົມບູນ ສີຣິປັນໂຍ ປະທານທີ່ປຶກສາ ອພສ ແຂວງສະຫວັນນະເຂດ ພ້ອມພຣະສົງສຳມະເນນ, ພາຍນອກມີທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນ ໄກສອນ ພົມວິຫານ,ມີຄະນະພັກ,ຄະນະການນຳນະຄອນ, ພ້ອມດ້ວຍອອກຕົນ ຍາດໂຍມ, ແຂກຖືກເຊີນ, ການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນ ບ້ານນາເຊັງ ແລະບ້ານໃກ້ຄຽງເຂົ້າຮ່ວມ.
ໂອກາດນີ້, ພຣະອາຈານ ອິນທິລາດ ຈັນທະນູສອນ ເຈົ້າອະທິການວັດພົມສີລາບ້ານນາເຊັງ ທັງເປັນຜູ້ຊີ້ນໍາ ໂຄງການບູລະນະປົວແປງເສັ້ນທາງຮ່ອມທີ 23 ທາງເຂົ້າບ້ານນາເຊັງກໍ່ໄດ້ກ່າວລາຍງານຕໍ່ພິທີ ວ່າ: ໃນເມື່ອກ່ອນ, ເສັ້ນທາງດັ່ງກ່າວເປັນເສັ້ນທາງປູຢາງ ຢ່າງດີ ແຕ່ຕົກມາຮອດປະມານປີ 2022 ເສັ້ນທາງໄດ້ເປ້ເພເສຍຫາຍເລື້ອຍມາຈົນມາຮອດປັດຈຸບັນ ໃນໄລຍະຜ່ານມາ ອົງການຈັດຕັ້ງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນໄດ້ພ້ອມພຽງກັນບູລະນະປົວແປງເສັ້ນທາງດັ່ງກ່າວໄປແລ້ວໄລຍະໜຶ່ງ ໂດຍໃຊ້ດິນແດງ ແລະ ຈ້າງກົນຈັກມາປັບເກດ ແຕ່ກໍ່ບໍ່ສາມາດເຮັດໃຫ້ເສັ້ນທາງດັ່ງກ່າວສຳເລັດໄດ້ ເພາະວ່າທຶນຮອນຂອງອົງການຈັດຕັ້ງບ້ານ ພໍ່ແມ່ປະຊາຊົນບໍ່ພຽງພໍ.
ດັ່ງນັ້ນ, ຫຼາຍພາກສ່ວນ ຈຶ່ງໄດ້ເຫັນດີເປັນເອກະພາບກັນໃນການບູລະນະປົວແປງເສັ້ນທາງ ດັ່ງກ່າວ ເຊິ່ງເປັນເສັ້ນທາງຮ່ອມ 23 (ເສັ້ນທາງກາງບ້ານ) ເຊິ່ງ ແມ່ນເສັ້ນທາງຫຼັກໃນການສັນ ຈອນໄປມາຂອງປະຊາຊົນພາຍໃນບ້ານ ເສັ້ນ ທາງມີຄວາມຍາວທັງໝົດ 1.200 ແມັດ, ກວ້າງ 06 ແມັດ, ການສ້ອມແປງໄດ້ແບ່ງອອກເປັນ 2 ໄລຍະ ໃນນີ້ ໄລຍະທໍາອິດ ຈະກໍ່ສ້າງ 500 ແມັດ,ແຕ່ຈະລົງມືເຮັດຕົວຈິງແມ່ນເຮັດກ່ອນ 100 ແມັດ ມູນຄ່າ 192 ລ້ານກວ່າກີບ, ສ່ວນທຶນຮອນແມ່ນໄດ້ຂໍແຜ່ລະດົມນຳພາກລັດ, ຄູບາອາຈານ,ພໍ່ແມ່ປະຊາຊົນ,ພະນັກງານ,ຜູ້ປະກອບການ,ນັກທຸລະກິດ,ພາຍໃນ ແລະ ຕ່າງປະເທດ .
ຊຶ່ງຈະກໍ່ສ້າງເປັນທາງເບຕົງ ໂດຍແມ່ນບໍລິສັດສະຫວັນຄຳກໍ່ສ້າງຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາການກໍ່ສ້າງ, ລວມມູນຄ່າທັງໝົດ 962 ລ້ານກວ່າກີບ. ຈາກນັ້ນ, ບັນດາຄະນະປະທານ ພ້ອມດ້ວຍແຂກທີ່ເຂົ້າຮ່ວມພິທີ ກໍ່ໄດ້ພ້ອມກັນລັ່ນຄ້ອງເກົ້້າບາດ ແລະ ຮ່ວມກັນເທເບຕົງ ເພື່ອເລີ່ມ ການກໍ່ສ້າງຢ່າງເປັນທາງການ.
ພາບ-ຂ່າວ: ນະຄອນ ໄກສອນ ພົມວິຫານ.