2024 ທຫລ ຈະຄຸ້ມຄອງການແລກປ່ຽນເງິນຕາ ໃຫ້ໄປຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດຢ່າງມີປະສິດທິຜົນ

119

ອີງຕາມຂໍ້ມູນເປີດເຜີຍໂດຍທະນາຄານແຫ່ງ ສປປ ລາວ ໃນຕອນບ່າຍວັນທີ 25 ທັນວາ 2023 ກ່ຽວກັບທິດທາງນະໂຍບາຍເງິນຕາປີ 2024 ຂອງຄະນະກໍາມະການນະໂຍບາຍເງິນຕາ (Monetary Policy Committee) ເພື່ອກະກຽມເນື້ອໃນທິດທາງນະໂຍບາຍເງິນຕາປີ 2024 ທີ່ຈະນໍາສະເໜີຕໍ່ກອງປະຊຸມສະພາບໍລິຫານຂອງທະນາຄານແຫ່ງ ສປປ ລາວ ທີ່ຈະຈັດຂຶ້ນໃນມໍ່ໆນີ້ ໂດຍການເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ປະທານຄະນະກໍາມະການນະໂຍບາຍເງິນຕາ, ມີຮອງປະທານຄະນະກໍາມະການ, ຄະນະກໍາມະການ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ ຂໍ້ມູນໃຫ້ຮູ້ວ່າ ໃນປີ 2024 ທີ່ກຳລັງຈະມາເຖິງນີ້ ເຖິງວ່າຈະມີຫຼາຍຢ່າງທີ່ດີຂຶ້ນ ລວມທັງການປັບຕົວເລກການເຕີບໂຕທາງເສດຖະກິດຂອງລາວ ແຕ່ອີງໃສ່ຫຼາຍປັດໄຈຈາກທັງພາຍໃນ ແລະພາຍນອກ ຍັງຄົງເປັນແຮງກົດດັນໃຫ້ອັດຕາແລກປ່ຽນ ແລະ ລະດັບອັດຕາເງິນເຟີ້ຂອງລາວຢ່າງຫຼີກລ່ຽງບໍໄດ້.

 

ກອງປະຊຸມຄະນະກໍາມະການນະໂຍບາຍເງິນຕາຄັ້ງນີ້ ແມ່ນໄດ້ມີການລາຍງານສະຫຼຸບຕີລາຄາຄືນຜົນການຈັດຕັ້ງປະຕິບັດບັນດາເຄື່ອງມືນະໂຍບາຍເງິນຕາ-ອັດຕາແລກປ່ຽນ; ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຄຸ້ມຄອງເງິນຕາຕ່າງປະ
ເທດໃນປີ 2023 ເປັນຕົ້ນ ສະພາບທ່າອ່ຽງເສດຖະກິດໂລກ ແລະ ສປປ ລາວ ໃນປີ 2023; ສະຫຼຸບຜົນໄດ້ຮັບການຈັດຕັ້ງປະຕິບັດບັນດາເຄື່ອງມືນະໂຍບາຍເງິນຕາ ເພື່ອແກ້ໄຂບັນຫາການເພີ່ມຂຶ້ນຂອງອັດຕາເງິນເຟີ້, ແກ້ໄຂຄວາມຜັນຜວນຂອງອັດຕາແລກປ່ຽນ ແລະ ການເພີ່ມຂຶ້ນຂອງປະລິມານເງິນ (M2) ເພື່ອບັນລຸໄດ້ຕາມຄາດໝາຍດ້ານເງິນຕາໃນປີ 2023 ທີ່ສະພາແຫ່ງຊາດໄດ້ຮັບຮອງ.

May be an image of 10 people, dais and text
ກອງປະຊຸມໄດ້ຕີລາຄາວ່າ: ການຈັດຕັ້ງປະຕິບັດນະໂຍບາຍດ້ານເງິນຕາ ໃນປີ 2023 ແມ່ນໄດ້ດໍາເນີນໄປໃນສະພາບທີ່ມີຫຼາຍປັດໄຈທ້າທາຍ ຈາກທັງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນ ການເພີ່ມຂຶ້ນຂອງອັດຕາເງິນເຟີ້ໃນລະດັບທີ່ສູງ ບວກໃສ່ກັບຂໍ້ຂັດແຍ່ງທາງດ້ານການເມືອງໃນຂົງເຂດຕາເວັນອອກກາງ. ນອກຈາກນີ້, ເສດຖະກິດ ສປປ ລາວ ເຖິງແມ່ນວ່າການສົ່ງອອກ ແລະ ການທ່ອງທ່ຽວ ຈະມີທ່າອ່ຽງດີຂຶ້ນ ແຕ່ກໍຈະຍັງປະເຊີນກັບຄວາມທ້າທາຍທີ່ສະສົມມາຫຼາຍປີ ໂດຍສະເພາະການນໍາເຂົ້າສິນຄ້າ ແລະ ການບໍລິການ ຍັງສືບຕໍ່ເພີ່ມຂຶ້ນ ແລະ ພັນທະການຊໍາລະໜີ້ສິນຕໍ່ຕ່າງປະເທດຢູ່ໃນລະດັບທີ່ສູງ.

ສະນັ້ນ, ເພື່ອຮັບມືກັບສິ່ງທ້າທາຍດັ່ງກ່າວ ໃນປີ 2023 ທະນາຄານແຫ່ງ ສປປ ລາວ ຈຶ່ງໄດ້ນໍາໃຊ້ເຄື່ອງມືນະໂຍບາຍເງິນຕາໃນທິດທາງທີ່ຮັດກຸມຫຼາຍກວ່າປີຜ່ານມາ ເປັນຕົ້ນ ໄດ້ປັບຂຶ້ນອັດຕາດອກເບ້ຍພື້ນຖານ; ໄດ້ປັບຂຶ້ນອັດຕາສ່ວນເງິນແຮຝາກບັງຄັບ; ອອກຈໍາໜ່າຍພັນທະບັດທະນາຄານແຫ່ງ ສປປ ລາວ ສະກຸນເງິນກີບ. ພ້ອມດຽວກັນນັ້ນ, ກໍໄດ້ຂະຫຍາຍຂອບອັດຕາແລກປ່ຽນສະກຸນເງິນກີບທຽບເງິນໂດລາ ຈາກ ±4,5% ເປັນ ±7,5% ທຽບໃສ່ອັດຕາອ້າງອີງທີ່ທະນາຄານແຫ່ງ ສປປ ລາວ ໄດ້ກໍານົດໃນແຕ່ລະວັນ ສໍາລັບທະນາຄານທຸລະກິດ. ຈາກການດໍາເນີນເຄື່ອງມືນະໂຍບາຍດັ່ງກ່າວ, ໄດ້ບັນເທົາຄວາມຜັນຜວນຂອງອັດຕາແລກປ່ຽນເບົາບາງລົງໃນລະດັບໜຶ່ງ ຈາກທີ່ຜັນຜວນແຮງໃນຊ່ວງໄລຍະກາງປີ 2022; ອັດຕາເງິນເຟີ້ຫຼຸດລົງຈາກ 40,3% ໃນເດືອນມັງກອນ ມາເປັນ 25,24% ໃນເດືອນພະຈິກ 2023.

No photo description available.
ສໍາລັບປີ 2024, ເຖິງແມ່ນວ່າເສດຖະກິດຂອງ ສປປ ລາວ ຄາດວ່າຈະຂະຫຍາຍຕົວດີຈາກ 4,4% ໃນປີ 2023 ມາເປັນ 4,5%, ແຕ່ເສດຖະກິດຍັງປະເຊີນກັບສິ່ງທ້າທາຍ ທີ່ບໍ່ແຕກຕ່າງຈາກປີຜ່ານມາ ແລະ ອາດທ້າທາຍກວ່າປີ 2023 ເປັນຕົ້ນ ແມ່ນຄວາມບໍ່ແນ່ນອນທາງດ້ານການເມືອງ ຢູ່ຂົງເຂດຕາເວັນອອກກາງ ຍັງຈະສືບຕໍ່ແກ່ຍາວ ຊຶ່ງຈະສົ່ງຜົນຕໍ່ລາຄາສິນຄ້າທີ່ເປັນປັດໄຈການຜະລິດໂດຍສະເພາະໝວດພະລັງງານສືບຕໍ່ເພີ່ມຂຶ້ນ ເປັນແຮງກົດດັນອັດຕາເງິນເຟີ້ໃນຫຼາຍປະເທດທົ່ວໂລກ ແລະ ພາກພື້ນ ຊຶ່ງຈະເຮັດໃຫ້ຫຼາຍທະນາຄານກາງຂອງແຕ່ລະປະເທດໃນທົ່ວໂລກ ຈະດໍາເນີນນະໂຍ

ບາຍເງິນຕາໃນທິດທາງທີ່ຮັດກຸມ ໂດຍສະເພາະທ່າອ່ຽງການຮັກສາຂອງອັດຕາດອກເບ້ຍນະໂຍບາຍໃນລະດັບສູງໄວ້ ເພື່ອຮັບມືກັບການເພີ່ມຂຶ້ນຂອງເງິນເຟີ້ ຊຶ່ງການດໍາເນີນນະໂຍບາຍດັ່ງກ່າວຈະສ້າງຄວາມຜັນຜວນໃຫ້ແກ່ຕະຫຼາດເງິນ ແລະ ຕະຫຼາດທຶນໃນສາກົນ. ຄຽງຄູ່ກັນນັ້ນ, ສປປ ລາວ ຍັງເປັນປະເທດນໍາເຂົ້າ, ມີການເຊື່ອມໂຍງທາງດ້ານການຄ້າ, ການລົງທຶນ ແລະ ຕະຫຼາດການເງິນກັບສາກົນ, ມີການນໍາໃຊ້ເງິນຕາຕ່າງປະເທດຫຼາຍສະກຸນໃນສັງຄົມ ແລະ ມີພັນທະໜີ້ສິນຕໍ່ຕ່າງປະເທດຍັງຢູ່ໃນລະ
ດັບສູງ. ຈາກປັດໄຈເຫຼົ່ານີ້ ຍັງເປັນແຮງກົດດັນໃຫ້ອັດຕາແລກປ່ຽນ ແລະ ລະດັບອັດຕາເງິນເຟີ້.

No photo description available.

ດັ່ງນັ້ນ, ຄະນະກໍາມະການນະໂຍບາຍເງິນຕາ ຈະສືບຕໍ່ດໍາເນີນນະໂຍບາຍເງິນຕາໃນທິດທາງທີ່ີີຮັດກຸມ ໂດຍການສຸມໃສ່ເຮັດໃຫ້ອັດຕາແລກປ່ຽນສະຫງົບບໍ່ສາ້ງແຮງກົດດັນຕໍ່ອັດຕາເງິນເຟີ້, ຄວບຄຸມອັດຕາເງິນເຟີ້ໃຫ້ຢູ່ໃນລະດັບບໍ່ເກີນ 9% ໃນທ້າຍປີ 2024, ຄຸ້ມຄອງປະລິມານເງິນ M2 ໃຫ້ຂະຫຍາຍຕົວຢູ່ໃນລະດັບບໍ່ເກີນ 25% ທຽບໃສ່ປີຜ່ານມາຕາມທີ່ສະພາແຫ່ງຊາດຮັບຮອງ. ໃນນີ້, ຈະຄົ້ນຄວ້າປັບປຸງເຄື່ອງມືນະໂຍບາຍເງິນຕາ ເປັນຕົ້ນກົນໄກການກໍານົດອັດຕາດອກເບ້ຍພື້ນຖານຂອງ ທຫລ, ປັບປຸງການກໍານົດອັດຕາສ່ວນເງິນແຮຝາກບັງຄັບ ໃຫ້ແທດເໝາະຕາມແຕ່ລະໄລຍະ.

ພ້ອມດຽວກັນນັ້ນ, ເພື່ອບັນລຸຕາມຄາດໝາຍດ້ານເງິນຕາທີ່ສະພາແຫ່ງຊາດໄດ້ຮັບຮອງໃນປີ 2024 ທະນາຄານແຫ່ງ ສປປ ລາວ ຈະຄຸ້ມຄອງການແລກປ່ຽນເງິນຕາ ໃຫ້ໄປຕາມກົົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດຢ່າງມີປະສິດທິຜົນ. ໃນນີ້, ຈະສືບຕໍ່ປະຕິບັດກົດໝາຍຄຸ້ມຄອງເງິນຕາຕ່າງປະເທດ ແລະ ຄົ້ນຄວ້າມາດຕະການໃນຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ເຂົ້າສູ່ລະບົບທະນາຄານຫຼາຍຂຶ້ນ ເພື່ອຊ່ວຍເຮັດໃຫ້ອັດຕາແລກປ່ຽນໃຫ້ມີສະຖຽນສະພາບ ແລະ ຫຼຸດຜ່ອນແຮງກົດດັນຕໍ່ອັດຕາເງິນເຟີ້.

ຂອບໃຈຂ່າວຈາກ: ທະນາຄານແຫ່ງ ສປປ ລາວ