ໄປໂຫວດກັນ ຫຼື ຍັງ! ໃຫ້ກຳລັງໃຈສາຍສະພາຍລາວ

53

ທີມຂ່າວບັນເທີງມື້ນີ້ ມາເຊີນຊວນແຟນຂ່າວບັນເທີງທຸກຄົນ ຝາກເຊຍ ແລະ ໂຫວດເປັນກຳລັງໃຈໃຫ້ກັບຕົວແທນສາຍສະພາຍຂອງປະເທດລາວເຮົາ ໃນການປະກວດທີ່ໂຮ່ຈິມິນ ປະເທດຫວຽດນາມ ນໍາກັນດ້ວຍ ເພື່ອໃຫ້ສາວງາມຄົນນີ້ເຂົ້າຮອບເລິກໆ ແລະ ນໍາລາງວັນມາເປັນຂອງຝາກຂອງຕ້ອນໃຫ້ກັບແຟນໆຊາວລາວເຮົາ

อาจเป็นรูปภาพของ 1 คน และ ข้อความ

ພ້ອມກັບນໍາຄວາມເປັນລາວໄດ້ເຜີຍແຜ່ໃນເວທີສາກົນ ເປັນກຳລັງໃຈໃຫ້ນ້ອງສາວລາວເຜົ່າມົ້ງຄົນນີ້ໄປນໍາກັນ ນ້ອງ ນູ້ເລົ່າ ຫວາເມັ່ງລໍ່ Miss Earth Laos2023 ເຂົ້າໄປໂຫວດທີ່ເພຈ Miss Earth 2023 1 Like = 1 ຄະແນນ ແລະ 1 Share = 3 ຄະແນນ ກັນເລີຍ ງ່າຍໆແບບນີ້ຢ່າລືມໄປໂຫວດໃຫ້ນ້ອງຫຼາຍໆເດີ ເຊິ່ງຜູ້ທີ່ໄດ້ຄະແນນສູງສຸດອັນດັບທໍາອິດຈະໄດ້ເຂົ້າຮອບຮອງຊະນະເລີດກັນເລີຍ ແລະ ລາງວັນ Miss People’s Choice ອີກດ້ວຍ.

อาจเป็นรูปภาพของ 1 คน

ໃນຫຼາຍໆຮອບ ເພື່ອຮ່ວມສົ່ງພະລັງໃຫ້ກັບສາຍສະພາຍລາວ ບໍ່ວ່າຈະເປັນໃນຮອບ Preliminary ຜ່ານມານ້ອງກໍເຮັດໄດ້ດີ ຫຼື ວ່າຈະເປັນໃນຮອບ Talent Show ນ້ອງກໍມາໃນບົດຟ້ອນບົດ ເພງອວຍພອນ ພູມໃຈຢ່າງຍິ່ງທີ່ໄດ້ສະແດງຄວາມເປັນລາວ ໃຫ້ກັບຫຼາຍໆປະເທດໄດ້ເຫັນຄວາມສວຍງາມ ແລະ ວັດທະນະທຳຂອງລາວເຮົາ ກໍຖືວ່າສ້າງຄວາມປະທັບໃຈໃຫ້ຜູ້ທີ່ໄດ້ເຫັນໄດ້ຊົມແບບສຸດໆ ເຫັນແລ້ວກໍພູມໃຈໃນຕົວນ້ອງທີ່ນໍາຄວາມເປັນລາວສູ່ສາຍຕາສາກົນໃນເວທີດັ່ງກ່າວ.

อาจเป็นรูปภาพของ 1 คน

ງານນີ້ບອກເລີຍ ສາຍສະພາຍລາວບໍ່ໜ້ອຍໜ້າຊາດໃດໃນໂລກ! ເຊິ່ງ ນູ້ເລົ່າ ຫວາເມັ່ງລໍ່ Miss Earth Laos 2023 ໃນແຕ່ລະກິດຈະກໍາການປະກວດຂອງເວທີໃຫຍ່ ເຊິ່ງຈັດຢູ່ ນະຄອນໂຮ່ຈິມິນ ກໍໂດດເດັ່ນ ແລະ ເປັນທີ່ຕິດຕາມ,

อาจเป็นรูปภาพของ 1 คน และ ข้อความพูดว่า "ARTH AOS 2 NN"

ສະນັ້ນມີລຸ້ນມົງກຸດໃຫຍ່ຢ່າງແນ່ນອນ ດັ່ງທີ່ໄດ້ຮັບຮູ້ນໍາກັນແລ້ວວ່າ ການປະກວດມິສ ເອີຣສປີນີ້ ແມ່ນເນັ້ນໜັກໃສ່ການປົກປັກຮັກສາຕົ້ນໄມ້ ແລະ ເຮົາຈະໄດ້ເຫັນສິ່ງທີ່ຜູ້ເຂົ້າປະກວດຈາກປະເທດຕ່າງໆຈະນໍາສະເໜີໃນການປະກວດ Miss Earth 2023ນີ້ ແລະ ສໍາລັບຮອບຕັດສິນ final ແມ່ນທ້າຍເດືອນທັນວາທີ່ຈະມາເຖິງນີ້ ຖ້າຕິດຕາມໄປນໍາກັນ.

อาจเป็นรูปภาพของ 5 คน และ ข้อความพูดว่า "SS MISS USA USA THIOPIA LAOS EARTH MISS 2023 2023 EARTH"

ທ້າຍນີ້ ຂ່າວບັນເທີງຝາກທຸກຄົນຊ່ວຍໃຫ້ການສະໜັບສະໜູນ ແລະ ຮ່ວມສົ່ງກຳລັງໃຈໃຫ້ກັບ NouLao Wamenglor ທີ່ກຳລັງປະຕິບັດພາລະກິດເຮັດໜ້າທີ່ຕົວແທນລາວ ເພື່ອເຂົ້າຮ່ວມການແຂ່ງຂັນ Miss Earth 2023ທີ່ປະເທດຫວຽດນາມ ນະຕອນນີ້ກັນແດ່ເດີທຸກຄົນ ສາມາດຕິດຕາມການເຄື່ອນໄຫວຂອງນ້ອງ ແລະ ກອງປະກວດໄດ້ເລີຍທີ່ Miss Earth Laos ມີສເອີຣສລາວ2023 ນັ້ນເອງ.

อาจเป็นรูปภาพของ 1 คน, ชุดออกงาน และ ข้อความ