ເວທີສາວງາມຈາກພາຍໃນ ສູ່ພາຍນອກອີ່ຫຼີ! Miss Laos 2023

49

ໜ້າຕິດຕາມເວທີນີ້ສົ່ງເສີມຄວາມງາມຈາກພາຍໃນສູ່ພາຍນອກອີ່ຫຼີ ໂດຍທາງກອງນໍາພາສາວໆນາງສາວລາວ ສິ່ງທີ່ງາມກວ່າພາຍນອກ ກໍຄື ຄວາມງາມມາຈາກພາຍໃນ ເຊິ່ງກອງປະກວດນາງສາວລາວປີນີ້ ມີກິດຈະກຳເພື່ອສ່ວນລວມ ຄວາມງາມດ້ານວັດທະນະທຳແມ່ຍິງລາວ ເຊິ່ງພານ້ອງໆສາວງາມໄປປະຕິບັດທຳ ແລະ ເຮັດກິດຈະກຳທີ່ວັດສໍານັກປະຕິບັດທຳ ວັດປ່າດວງຕາ ເນຕິບັນດິດກິດຕິສັກທຳມາຣາມ ແລະ ຫວັງວ່ານ້ອງໆທຸກຄົນຈະໄດ້ປະສົບການຈາກກິດຈະກຳນີ້.

อาจเป็นรูปภาพของ 3 คน และ ข้อความ

ທາງດ້ານປະທານ ຊ້າງ ໄຊຊະນະ ນໍລະສິງສີສານ ອຳນວຍການໂຄງການປະກວດ ຍັງບອກວ່າ “ ສ່ວນຕົວອ້າຍທີ່ມາຈັດການກອງ ນາງສາວລາວ ແລະ ຊາຍງາມລາວ ຫຼາຍຄົນວ່າອ້າຍຄິດແປກ ແຕ່ອ້າຍບໍ່ແຕກຕ່າງ ພາໃຫ້ໄດ້ຄວາມຮູ້ພັດທະນາ ຮູ້ອານຸລັກຮັກສາ ຮູ້ມ່ວນຊື່ນ ຮູ້ສວຍງາມ ແລະ ຮູ້ ຄວາມອົດທົນ! ”.

อาจเป็นรูปภาพของ 1 คน

ມື້ນີ້ຂ່າວບັນເທີງກໍຈະພາມາສ່ອງອີກໜຶ່ງຕົວເຕັງຂອງເວທີນີ້ໄປນໍາກັນ ນັ້ນກໍຄືນ້ອງ ML21 ອາລິນຍາ ເຮືອງທະວົງ ໜູນິ້ມ ສາວງາມນັກສະແດງຊີຣີ້ ຈົບການສຶກສາທີ່ປະເທດ ສປ ຈີນ Guizhou minzu university ສາຂາບໍລິຫານທຸລະກິດ ປັດຈຸບັນອາຍຸ 23 ປີ ຕົວແທນຈາກນະຄອນຫຼວງວຽງຈັນນີ້ເອງ.

อาจเป็นรูปภาพของ 2 คน และ วัด

ນ້ອງຄົນເກັ່ງຄົນນີ້ແມ່ນສາມາດສື່ສານພາສາຈີນ ແລະ ພາສາອັງກິດພື້ນຖານໄດ້ອີກ ເຊິ່ງຄວາມສາມາດພິເສດນ້ອງຈະແມ່ນດ້ານການຟ້ອນ, ເຕັ້ນ ແລະ ຮ້ອງເພງອີກດ້ວຍ. ຜ່ານມາສາວງາມຍິ້ມຫວານຄົນນີ້ກໍມີຜົນງານໃນວົງການບັນເທີງມາແລ້ວ ຄືນ້ອງເຄີຍສະແດງ Series ລາວ ຊື່ວ່າ ພອນຮັກ ຮັບບົດເປັນ 5 ຕົວລະຕອນຫຼັກຂອງເລື່ອງ ແລະ ສະແດງຮຸບເງົາສັ້ນສົ່ງເຂົ້າປະກວດນໍາອີກຄວາມສາມາດຮອບດ້ານສຸດໆ.

ທ້າຍນີ້ ຂ່າວບັນເທີງເອງກໍຂໍຝາກຕິດຕາມຜົນງານ ແລະ ການເຄື່ອນໄຫວຕ່າງໆຂອງນ້ອງແດ່ເດີ ຝາກຕິດຕາມ ແລະເປັນກຳລັງໃຈໃຫ້ນ້ອງໜູນິ້ມ ML21 ໄດ້ເລີຍທີ່ Facebook : Nunim Alinya ນັ້ນເອງ.