ງານປະກວດນັກຮ້ອງສຽງດີນະຄອນຫຼວງວຽງຈັນປີນີ້ໄດ້ທັງຜູ້ຊະນະ ແລະຄວາມມວນຊື່ນຊວນຫຼົງໄຫຼ

55

ກິດຈະກຳແຂ່ງຂັນນັກຮ້ອງສຽງດີ  ແລະ ການປະກວດແຕ່ງບົດເພງ ນະຄອນຫຼວງວຽງຈັນ ປະຈໍາປີ 2023 ໄດ້ເລີ່ມຈັດຕັ້ງປະຕິບັດນັບແຕ່ເດືອນຕຸລາເປັນຕົ້ນມາ ກິດຈະກໍາດັ່ງກ່າວຈັດຂຶ້ນໂດຍ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ສົມທົບກັບ ບໍລິສັດ ແອັກຊັນໂປຣ ຈຳກັດ. ໃນຄໍ່າຄືນຂອງວັນທີ 27 ພະຈິກ 2023 ເປັນຮອບຊິງຊະນະເລີດຈາກ 20 ຄົນສຸດທ້າຍ ແລະ ຜູ້ຊະນະເລີດການແຂ່ງຂັນໃນຄັ້ງນີ້ໄດ້ແກ່ VTE15 ນາງ ມະນີທິບ ກຽງຄໍາຊົນນີ (ໜ໋ອຍ) ໄດ້ຮັບລາງວັນເປັນເງິນສົດ 30 ລ້ານກີບ.

May be an image of 6 people, crowd and text

ກິດຈະກໍາດັ່ງກ່າວຈັດຂື້ນເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 48 ປີ ແລະ ຕ້ອນຮັບປີ ທ່ອງທ່ຽວລາວ 2024  ແລະ ກອງປະຊຸມ ສຸດຍອດອາຊຽນ ແລະ ກອງປະຊຸມສຳຄັນປິ່ນອ້ອມ ໃຫ້ມີບັນຍາກາດເບີກບານມ່ວນຊື່ນ, ເພື່ອຊຸກຍູ້ສົ່ງເສີມສິລະປະວັດທະນະທຳ, ການປະດິດຄິດແຕ່ງ, ການສະແດງສິນລະປະຮ້ອງເພງຂອງຊາວນະຄອນຫຼວງວຽງຈັນ ອອກສູ່ສັງຄົມໃຫ້ກວ້າງຂວາງ, ສົ່ງເສີມຜູ້ທີ່ກ້າສະແດງອອກເພື່ອຄົ້ນຫານັກຮ້ອງສຽງດີຂອງນະຄອນຫຼວງວຽງຈັນ ແລະ ນັກປະດິດຄິດແຕ່ງບົດເພງກ່ຽວກັບນະຄອນຫຼວງວຽງຈັນທີ່ພົ້ນເດັ່ນໃຫ້ມີບົດບາດເກີດຂື້ນໃໝ່ຮັບໃຊ້ ສັງຄົມຕາມຍຸກສະໄໝ.

May be an image of 1 person

ໃນເບື້ອງຕົ້ນກິດຈະກຳປະກວດຮ້ອງເພງແມ່ນຈະແບ່ງເປັນ 03 ລຸ້ນ ຄືລຸ້ນອາຍຸ 8-15 ປີ, ອາຍຸ 16-35 ປີ ແລະ ລຸ້ນອາຍຸ 36 ປີຂື້ນໄປ ແຕ່ເນື່ອງຈາກເວລາໜ້ອຍ ແລະ ຜູ້ສະໝັກເຂົ້າຮ່ວມປະກວດ ເຫັນວ່າມີແຕ່ລຸ້ນອາຍຸ 16-35 ປີ ເປັນສ່ວນຫຼາຍເຂົ້າຮ່ວມສະໝັກ ຊຶ່ງລຸ້ນອາຍຸ 8-15 ປີ ອາຍຸ 36 ປີຂື້ນໄປ ແມ່ນມີໜ້ອຍ ແລະ ບໍ່ໄດ້ຕາມຈຳນວນທີ່ກຳນົດໄວ້ ຄະນະກຳມະການຮັບຜິດຊອບຈຶ່ງໄດ້ປຶກສາ ແລະ ເປັນເອກະພາບກັນຈັດເຂົ້າຮ່ວມກັນ. ຊຶ່ງມີຜູ້ເຂົ້າຮ່ວມປະກວດເບື້ອງຕົ້ນ 100 ກວ່າຄົນ ແລະ ໄດ້ຄັດເລືອກທາງອອນໄລເຫຼືອ 65 ຄົນ ແລະ ໃນວັນທີ 12 ພະຈິກ 2023 ໄດ້ຄັດເລືອກ 65 ຄົນ ເຫຼືອ 20 ຄົນ, ແລະ ວັນທີ 25 ພະຈິກ 2023 ແມ່ນຮອບເກັບຄະແນນຈົນຮອດວັນທີ 27 ພະຈິກ 2023 ຈຶ່ງເຂົ້າສູ່ຮອບຕັດສິນຊິງຊະນະເລີດ, ໃນໄລຍະຮອບຜ່ານມາເຫັນວ່າຜູ້ເຂົ້າຮ່ວມປະກວດ ມີຄວາມຕັ້ງໃຈສະແດງຄວາມສາມາດຂອງຕົນເອງ ອອກຢ່າງໂດດເດັ່ນ ແຕ່ການແຂ່ງຂັນ ກໍ່ຕ້ອງຕ້ອງມີຜູ້ແພ້ຜູ້ຊະນະ ກໍ່ຖືເອົາເວທີການປະກວດນີ້ເປັນການສະແດງ, ເປັນສະຖານທີ່ຝຶກຊ້ອມ, ເປັນການແລກປ່ຽນຄວາມຮູ້ຄວາມສາມາດທີ່ສະແດງອອກ ປະສົບປະການ ກັບໝູ່ຄູ່ ກັບບັນດາຄູອາຈານ ເພື່ອພັດທະນາຕົນເອງຢ່າງບໍ່ຢຸດນິ້ງ.

May be an image of 6 people, crowd and text

ສໍາລັບຜົນການແຂ່ງຂັນໃນຮອບ 20 ຄົນສຸດທ້າຍ ຜູ້ຊະນະເລີດໄດ້ແກ່ VTE15 ນາງ ມະນີທິບ ກຽງຄໍາຊົນນີ (ໜ໋ອຍ) ໄດ້ຮັບເງິນສົດ 30 ລ້ານກີບ, ຮອງຊະນະເລີດຜູ້ທີ 1 ແມ່ນ VTE03 ທ້າວກຸນ ຈິດຕະສອນ(ກຸນ) ໄດ້ຮັບເງິນສົດ 15 ລ້ານກີບ, ຮອງຊະນະເລີດຜູ້ທີ 2 ແມ່ນ ນາງກຸຫຼາບ ສີສະຫວັນ(ກຸຫຼາບ) ໄດ້ຮັບເງິນສົດ 10 ລ້ານກີບ, ຮອງອັນດັບ 3 ມີ 2 ທ່ານ ຄື VTE01 ທ້າວ ສຸກໄກຮັກ ຂຸນເດດ(ອ້າຍ) ແລະ VTE04 ທ້າວອານຸຊົນ ສຸພະມີໄຊ(ບູ່) ໄດ້ຮັບເງິນສົດ 5 ລ້ານກີບ, ສໍາລັບຜູ້ທີ່ບໍ່ໄດ້ເຂົ້າຮອບອີກ 15 ຄົນຈະໄດ້ຮັບເງິນສົດຜູ້ລະ 1 ລ້ານກີບ. ຄະນະກໍາມະການຕັດສິນການແຂ່ງຂັນໃນຮອບນີ້ມີ ທ່ານ ບົວເງິນ ຊາພູວົງ ອະດີດຮອງລັດຖະມົນຕີກະຊວງ ຖວທ, ທ່ານ ຄໍາພັນ ພົນທອງສີ ສີລະປິນດີເດັ່ນ ຮອງປະທານສະມາຄົມສີລະປິນລາວ, ທ່ານ ນາງໄກສີ ວັງເວີນໂຂງ ສີລະປິນດີເດັ່ນ ຄະນະສະມາຄົມສີລະປິນລາວ, ທ່ານນາງ ເພັດມາລາ ໄຊບົວສອນ  ຕາງໜ້າພະແນກ ຖວທ ນະຄອນຫຼວງວຽງຈັນ, ອາຈານເຕ່ງ ບຸນມາຈາກໂຮງຮຽນສີລະປະໜອງບອນ ແລະ ທ່ານ ຕີ້ ອຸດາໄລ ສີລະປິນນັກແຕ່ງເພງ ນັກຮ້ອງທີ່ມີຊື່ສຽງຂອງລາວ, ມີບັນດາແຂກກຽດຕິມາສັກເຂົ້າຮ່ວມ.

May be an image of 1 person

ນອກຈາກນັ້ນພາຍໃນງານຍັງມີການສະແດງບົດຟ້ອນ, ບົດຂັບລໍາມ່ວນໆຈາກກອງສີລະປະຮັບເຊີນ ແລະ ພາຍໃນງານຍັງໄດ້ຈັດກິດຈະກໍາແຈກໂຊກຄັ້ງໃຫຍ່ຈາກ Kokkok Itry ທີ່ມີການດາວໂຫຼດແອັບພີເຄເຊິນຂອງ Kokkok Itry ທີ່ມີຍອດຊື້ສິນຄ້າມູນຄ່າ 3 ແສນກີບຂຶ້ນໄປ ເຊິ່ງໄດ້ແລນດັອມເອົາຜູ້ໂຊກດີຈໍານວນ 01 ທ່ານເພື່ອຮັບເອົາລົດຈັກໄຟຟ້າ AIMA500 ຈໍານວນ 01 ລາງວັນ ມູນຄ່າລາງວັນຈໍານວນ 1.700.000.000 ລ້ານກີບ.

May be an image of 3 people, scooter, segway and text