ສາວນ້ອຍມາກນໍ້າໃຈ! ໃຫ້ດ້ວຍໃຈໄປດ້ວຍຄວາມຮັກແພງ ລິດຊີ່ແຊັດ

39

ນີ້ແລະ ທີ່ສັງຄົມຕ້ອງການ! ການມອບນໍ້າໃຈໃຫ້ສັງຄົມ ເຮັດໃຫ້ສັງຄົມໜ້າຢູ່ຫຼາຍຂຶ້ນ ເຊິ່ງງານນີ້ສາວນ້ອຍນໍ້າໃຈງາມ ໄດ້ໄປມອບຮອຍຍິ້ມໃຫ້ກັບນ້ອງໆໄກເຖິງຫຼວງພະບາງກັນເລີຍ ສາວງາມນ້ຳໃຈດີ ສິລະປິນນາງແບບສາວນ້ອຍໄວໃສ ຄົນນີ້ກໍຄື ທີມງານໃຫ້ດ້ວຍໃຈໄປດ້ວຍຄວາມຮັກແພງ ນ້ອງລິດຊີ່ ແຊັດ ນາງແບບນັກຮ້ອງໄວໃສຂອງລາວເຮົານັ້ນເອງ.

อาจเป็นรูปภาพของ 1 คน, เปีย และ ผมสีบลอนด์

ທີມງານພ້ອມດ້ວຍຕົວນ້ອງເອງ ໄດ້ເດີນທາງໄປເຖິງແຂວງຫຼວງພະບາງ ຮ່ວມກັບອ້າຍເອື້ອຍທີ່ເດີນທາງມາແຕ່ອົດສະຕຣາລີ ພ້ອມກັນໄປຮ່ວມເຮັດກິດຈະກຳ ແລະ ມອບອາຫານທ່ຽງໃຫ້ກັບນ້ອງໆຢູ່ໂຮງຮຽນສຶກສາພິເສດ ແຂວງຫຼວງພະບາງ ຖືເປັນຄັ້ງທີ 3 ທີ່ນ້ອງ ລິດຊີ່ ແຊັດ ໄດ້ມາໂຮງຮຽນແຫ່ງນີ້ ເປັນອີກສະຖານທີ່ທີ່ນ້ອງມັກມາເຮັດກິດຈະກຳຮ່ວມກັບນ້ອງໆ ມາຢ້ຽມຢາມທຸກຄັ້ງທີ່ມີໂອກາດໄດ້ຂຶ້ນມາແຂວງຫຼວງພະບາງ.

อาจเป็นรูปภาพของ 3 คน และ ข้อความ

ການໄປມອບອາຫານທ່ຽງໃຫ້ກັບນ້ອງໆໃນຄັ້ງນີ້ ກໍເພື່ອເປັນການສົ່ງກຳລັງໃຈໃຫ້ນ້ອງເພື່ອໃຫ້ເຂົາເຈົ້າມີກຳລັງໃຈທີ່ດີໃນການຕັ້ງໃຈສຶກສາຮ່ຳຮຽນ ໂດຍການໄປຄັ້ງນີ້ແມ່ນໄດ້ນຳເອົາເຂົ້າປຽກ 1 ໝໍ້ໃຫຍ່, ອຸປະກອນກີລາໄປມອບໃຫ້ນ້ອງໆ ແລະ ຮ່ວມກັນເຮັດກິດຈະກຳທັກທາຍໂອ້ລົມ ໃນການສື່ສານເປັນພາສາມື ເຊິ່ງເປັນອີກໜຶ່ງ ຄວາມສຸກໃຈທຸກຄັ້ງທີ່ໄດ້ມາໂຮງຮຽນແຫ່ງນີ້ ເຊື່ອວ່າໃນຄັ້ງຕໍ່ໆໄປຈະມີກິດຈະກຳທີ່ດີມາຮ່ວມເຮັດ ສ້າງຄວາມຮັກແພງແບບອົບອຸ່ນກັບນ້ອງໆອີກຄັ້ງຕໍ່ໄປ.

อาจเป็นรูปภาพของ 7 คน, ฟองดู และ ข้อความ

ສໍາລັບສາວນ້ອຍມາກ ຄວາມສາມາດຄົນນີ້ ດັ່ງທີ່ທີມຂ່າວບັນເທີງໄດ້ນໍາສະເໜີຜ່ານມາວ່າ ເປັນອີກໜຶ່ງໄວໜຸ່ມທີ່ໜ້າເອົາເປັນແບບຢ່າງທີ່ສຸດ ເພາະມັກຊ່ວຍເຫຼືອ ມອບສິ່ງດີໆໃຫ້ກັບສັງຄົມໂດຍດີຕະຫຼອດມາ ແລະ ນ້ອງກໍມີຜົນງານປະດັບໃນວົງການຢ່າງຫຼາກຫຼາຍ ສາມາດຕິດຕາມຜົນງານນ້ອງໄດ້ຜ່ານທາງເພຈ Lzzyz Lao ນັ້ນເອງ.

อาจเป็นรูปภาพของ 3 คน, ผู้คนกำลังอ่านหนังสือ และ ข้อความ