Tom Newgen & L_X ກຽມປ່ອຍເພງໃໝ່ເດືອນຕຸລານີ້

26

ມາອີກແລ້ວ! ງານນີ້ແຟນໆຕ້ອງຕັ້ງຕາຖ້າຕິດຕາມກັນໄດ້ເລີຍ ເມື່ອ ຕ້ອມ ນິວເຈັນ Tom Newgen & L_X ກຽມປ່ອຍເພງໃໝ່ໃຫ້ແຟນໆໄດ້ຟັງກັນໃນເດືອນຕຸລາທີ່ຈະມາເຖິງນີ້ ເຊິ່ງເພງນີ້ໄດ້ມີການຮ່ວມມືຈາກໂປດິວເຊີ້ຈາກທາງປະເທດໄທ ແລະ ບົດເພງນີ້ຂຽນຂຶ້ນໂດຍ alex L_X ແລະ Tom newgen CEO ຂອງຄ້າຍກໍໄດ້ລົງມາໂປຼດິວຮ່ວມເພື່ອໃຫ້ເພງນີ້ອອກມາດີທີ່ສຸດ.

ພາຍຫຼັງທີ່ທາງຄ້າຍໄດ້ປ່ອຍເພງ smoker, ເກັບທຸກຄວາມຮູ້ສຶກ ແລະ ເພງທີ່ຕິດອັນດັບຍາວນານຄືເພງ ຢ່າຖິ້ມຄວາມຝັນ ກໍໄດ້ຮັບກະແສຕອບຮັບຈາກແຟນໆດີເກີນຄາດ. ສະນັ້ນ, ທ້າຍປີນີ້ Newgen entertainment ກໍໄດ້ມີການກຽມປ່ອຍຜົນງານແບບລົ່ວໆ ແລະ ມີສິລະປິນໃໝ່ໃນຄ້າຍກຽມປ່ອຍຜົນງານໃຫ້ແຟນໆໄດ້ຕິດຕາມເຊັ່ນດຽວກັນ. ສະນັ້ນ, ຝາກຕິດຕາມຜົນງານໃຫຍ່ໆໃນອະນາຄົດແດ່ເດີ ເພາະຄ້າຍເພງ Newgen entertainment ໄດ້ມີການຮ່ວມມືກັບຄ້າຍເພງໃຫຍ່ຢູ່ຕ່າງປະເທດ ເພື່ອມີເປົ້າໝາຍພັດທະນາເພງລາວອອກສູ່ສາກົນ ແລະ ນຳສິລະປິນລາວອອກໂຊຕ່າງປະເທດນັ້ນເອງ.

ສ່ວນວ່າຜົນງານເພງໃໝ່ຂອງສອງໜຸ່ມ ຈະເປັນແນວເພງໃດນັ້ນ ຝາກແຟນໆມາລຸ້ນມາຕິດຕາມໄປນໍາກັນ ແລະ ຈະມີການອັບເດດແນວໃດນັ້ນທີມຂ່າວບັນເທີງຈະນໍາມາຝາກມາຕ້ອນແຟນໆຢ່າງແນ່ນອນເລີຍ ແລະ ມື້ນີ້ຈະພາທຸກຄົນມາຮູ້ຈັກກັບຄ້າຍ Newgen entertainment ກັນຕື່ມອີກແດ່.
ໜຸ່ມ ສຸລິຍະ ຕານຸວັນ ຫຼື ເປັນທີ່ຮູ້ຈັກກັນດີໃນນາມ ຕ້ອມ Newgen ປັດຈຸບັນເປັນປະທານ ບໍລິສັດ Newgen Entertainment ທີ່ເຮັດກ່ຽວກັບການພັດທະນາໄວໜຸ່ມ ແລະ ວົງການບັນເທີງ ໂດຍຜົນງານຜ່ານມາ ແມ່ນເປັນນັກຮ້ອງບອຍແບຣນ ຮຸ່ນບຸກເບີກ B-hero ເຈົ້າຂອງຜົນງານເພງທີ່ມີຊື່ສຽງ ປັດຈຸບັນນີ້ແມ່ນຜັນຕົວມາຢູ່ເບື້ອງຫຼັງ ສ້າງບໍລິສັດພັດທະນາວົງການບັນເທີງໃຫ້ເຂົ້າເຖິງມາດຕະຖານຫຼາຍຂຶ້ນ ໂດຍການກັບມາສ້າງຮາກຖານສ້າງລະບົບ, ສ້າງຄວາມສາມາດທີ່ແທ້ຈິງ ແລະ ສ້າງລະບົບໃຫ້ສອດຄ່ອງກັບຍຸກສະໄໝ ເພື່ອສ້າງຊື່ສຽງໄວໜຸ່ມລາວ ແລະ ສ້າງໃຫ້ເປັນວົງກວ້າງ ເພື່ອສອດຄ່ອງຫາແຫຼ່ງທ່ອງທ່ຽວ ແລະ ວັດທະນະທຳລາວ ເຊິ່ງ Newgen Entertainment ປັດຈຸບັນແມ່ນການສ້າງຮາກຖານຕັ້ງແຕ່ການເຕັ້ນ, ການຮ້ອງ,

ການປັບບຸກຄະລິກກະພາບ ແລະ ສ້າງແນວຄິດ ປັບເປົ້າໝາຍໃຫ້ໄວໜຸ່ມຊັດເຈນຂຶ້ນໃນວົງການບັນເທີງ ຍັງບໍ່ພໍເທົ່ານັ້ນ ຄ້າຍ Newgen Entertainment ຍັງໄດ້ໃສ່ໃຈຕັ້ງແຕ່ໜ້າບ້ານ ແລະ ຈົນເບິ່ງແຍງເຖິງຫຼັງບ້ານ ບໍ່ວ່າຈະເປັນເລື່ອງຄອບຄົວ, ການຮຽນ ແລະ ວິໄສທັດຕໍ່ສັງຄົມ ເພາະໄວໜຸ່ມຜ່ານເຂົ້າມາຫຼັກໆຄືສອນໃຫ້ເປັນຄົນດີຕໍ່ສັງຄົມ ເພື່ອເປັນແບບຢ່າງ ແລະ ດີຕໍ່ຄອບຄົວ ເພື່ອສ້າງໃຫ້ຮູ້ວ່າວົງການບັນເທີງມັນບໍ່ແມ່ນພຽງແຕ່ເປັນກິດຈະກຳ ມັນຄືແບບຢ່າງຂອງສັງຄົມຄືລາຍຮັບພິເສດ ຫຼື ອາດສ້າງເປັນອາຊີບໄດ້ໃນພາຍພາກໜ້າ ຕິດຕາມຜົນງານຂອງໄວໜຸ່ມ ແລະ ຕ້ອມໄດ້ທີ່ເພຈ Newgen Entertainment.