7 ເດືອນຕົ້ນປີ ມູນຄ່າການສົ່ງອອກສິນຄ້າ ຜ່ານດ່ານສາກົນນາເພົ້າ ຫຼາຍກວ່າ 500 ລ້ານໂດລາ

79

ໃນໂອກາດທີ່ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ເດີນທາງໄປຕິດຕາມເບິ່ງສະພາບພື້ນຖານໂຄງລ່າງຢູ່ ດ່ານສາກົນນາເພົ້າ ເມືອງບົວລະພາ ແຂວງຄໍາມ່ວນ ໃນລະຫວ່າງຕົ້ນເດືອນສິງຫາ 2023 ຜ່ານມານີ້.

ไม่มีคำอธิบายรูปภาพ

ໂອກາດດັ່ງກ່າວ ທ່ານ ວັດຖາວົງ ຈະເລີນສັກ ຮອງຫົວໜ້າດ່ານພາສີສາກົນນາເພົ້າໃຫ້ຮູ້ວ່າ: ໃນໄລຍະ 07 ເດືອນຕົ້ນປີ 2023 ຜ່ານມານີ້ ດ່ານພາສີສາກົນນາເພົ້າ ມີມູນຄ່າສິນຄ້ານຳເຂົ້າທັງໝົດ 50.494.589 ໂດລາສະຫະລັດ ຫຼື ເທົ່າກັບ 886.914.871.550 ກີບ, ມູນຄ່າສິນຄ້າສົ່ງອອກທັງໝົດ 523.874.205 ໂດລາສະຫະລັດ ຫຼື ເທົ່າກັບ 9.187.355.199.342 ກີບ, ມູນຄ່າສິນຄ້າຜ່ານແດນສາກົນ 913.621.373 ໂດລາສະຫະລັດ ຫຼື ເທົ່າກັບ 15.981.756.251.738 ກີບ, ມູນຄ່າສິນຄ້ານຳເຂົ້າ-ສົ່ງອອກຕໍ່ 678.080 ໂດລາສະຫະລັດ ຫຼື ເທົ່າກັບ 11.865.533.100 ກີບ.

ไม่มีคำอธิบายรูปภาพ

ສໍາລັບພາຫະນະເຂົ້າ-ອອກ ພາຍໃນດ່ານໃນໄລຍະ 07 ເດືອນຕົ້ນປີ ມີພາຫະນະເຂົ້າ 22.920 ຄັນ, ສະເລ່ຍ 3.274 ຄັນ/ເດືອນ, 109 ຄັນ/ມື້. ສົມທຽບໄລຍະດຽວກັນຂອງປີຜ່ານມາເພີ້ມຂຶ້ນ 59,11% ຫຼື ເທົ່າກັບ 7.708 ຄັນ, ໃນ 07 ເດືອນ ພາຫະນະອອກມີ 52.963 ຄັນ, ສະເລ່ຍ 7.566 ຄັນ/ເດືອນ, 252 ຄັນ/ມື້. ສົມທຽບໄລຍະດຽວກັນຂອງປີຜ່ານມາເພີ້ມຂຶ້ນ 41,23% ຫຼື ເທົ່າກັບ 15,464 ຄັນ.

ຮອງຫົວໜ້າດ່ານພາສີສາກົນນາເພົ້າໃຫ້ຮູ້ຕື່ມອີກວ່າ: ເຖິງແນວໃດກໍຕາມກໍ່ຍັງມີຂໍ້ຫຍຸ້ງຍາກເປັນຕົ້ນລະບົບພື້ນຖານໂຄງລ່າງຂອງດ່ານເຮົາຍັງບໍ່ທັນຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ ເປັນຕົ້ນລະບົບສາງຫົ່ມຍັງບໍ່ມີ ເປັນສາງກາງແປນ ເຊິ່ງມີຄວາມຫຍຸ້ງຍາກໃນເວລາ ກວດກາສິນຄ້າ ໃນຍາມຝົນ ຫຼື ແດດຮ້ອນລົມແຮງ, ລະບົບໄຟ້າ ບໍ່ສົມບູນ ເກີດກໍລະນີໄຟຕົກ, ໄຟດັບເປັນປະຈຳ ເຮັດໃຫ້ລະບົບສັນຍານຕິດຂັດ ແລະ ບໍ່ສາມາດດຳເນີນການດ້ານວຽກງານພາສີຜ່ານລະບົບໄດ້ໃນເວລາໄຟດັບ, ດ້ານເສັ້ນທາງກໍພົບຄວາມຫຍຸ້ງຍາກ ໂດຍສະເພາະໄລຍະ 17 ກິໂລແມັດ ເສັ້ນທາງມີຄວາມເປ້ເພຫຼາຍເຮັດໃຫ້ການຂົນສົ່ງສິນຄ້າເຂົ້າ – ອອກຜ່ານດ່ານພົບຄວາມຫຍຸ້ງຍາກແກ່ຍາວເວລາ ແລະ ມີຄວາມສ່ຽງສູງຕໍ່ການເກີດອຸບັດຕິເຫດຫຼາຍ.

ໂດຍ: ຂ່າວສານຄຳມ່ວນ