ແຂວງວຽງຈັນປະເມີນຄວາມໄວ້ວາງໃຈໃນການປະຕິບັດໜ້າທີ່ ຂອງບຸກຄະລະກອນ ທີ່ສະພາປະຊາຊົນເລືອກຕັ້ງ ແລະ ຮັບຮອງເອົາ

35

ໃນວັນທີ 17 ສິງຫາ 2023 ສະພາປະຊາຊົນແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນສອນ ເພັດລາວັນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງວຽງຈັນ ພ້ອມບັນດາສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 10 ແຂວງວຽງຈັນ ໄດ້ພ້ອມກັນປະເມີນຄວາມໄວ້ວາງໃຈ ໃນການປະຕິບັດໜ້າທີ່ຂອງບຸກຄະລາກອນທີ່ສະພາປະຊາຊົນແຂວງ ເລືອກຕັ້ງ ຫຼື ຮັບຮອງເອົາການແຕ່ງຕັ້ງ.

May be an image of 6 people, people studying, dais and text
ທ່ານ ລຳໄມ ກູດລາວົງ ຄະນະປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງວຽງຈັນໄດ້ກ່າວວ່າ: ກອງປະຊຸມເທື່ອນີ້ໄດ້ດໍາເນີນການໃຫ້ຄະແນນ, ປະເມີນຄວາມໄວ້ວາງໃຈ ໃນການປະຕິບັດໜ້າທີ່ຂອງບຸກຄະລາກອນທີ່ສະພາປະຊາຊົນແຂວງ ເລືອກຕັ້ງ ຫຼື ຮັບຮອງເອົາການແຕ່ງຕັ້ງ, ໃນການປະເມີນຄັ້ງນີ້ ກໍ່ເພື່ອເປັນການປະຕິບັດຕາມກົດໝາຍ,ອີກດ້ານໜຶ່ງ ເພື່ອເຮັດໃຫ້ບັນດາທ່ານບຸກຄະລາກອນ ທີ່ສະພາປະຊາຊົນ ເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ ເຫັນໄດ້ດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ມີວິທີການປັບປຸງ,ແກ້ໄຂດ້ານອ່ອນ, ຂໍ້ຄົງຄ້າງແລະ ເສີມຂະຫຍາຍດ້ານດີ, ດ້ານຕັ້ງໜ້າ ເຮັດໃຫ້ການຄຸ້ມຄອງ, ບໍລິຫານວຽກງານໃນອົງການລັດ ມີການພັດທະນາດີຂຶ້ນເທື່ອລະກ້າວ.

May be an image of 8 people and text

ການໃຫ້ຄະແນນປະເມີນຄວາມໄວ້ວາງໃຈ ໃນການປະຕິບັດໜ້າທີ່ ຂອງບຸກຄະລາກອນທີ່ສະພາປະຊາຊົນແຂວງເລືອກຕັ້ງ ຫຼື ຮັບຮອງເອົາການແຕ່ງຕັ້ງ ໃນຄັ້ງນີ້ ຖືວ່າເປັນການປະເມີນຜົນທີ່ມີຄວາມສຳຄັນຫຼາຍ ເພາະມັນແມ່ນການປະເມີນຄວາມໄວ້ວາງໃຈ ໃນການປະຕິບັດໜ້າທີ່ສໍາລັບພະນັກງານການນໍາລະດັບສູງ, ທັງເປັນການຮຽກຮ້ອງໃຫ້ສະມາຊິກສະພາປະຊາຊົນແຂວງ ໄດ້ຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງຂອງຕົນ ໃນຖານະທີ່ເປັນຕົວແທນຂອງປະຊາຊົນບັນດາເຜົ່າ.

May be an image of 10 people and text
ທ່ານ ລຳໄມ ກູດລາວົງ ກ່າວອີກວ່າບຸກຄະລາກອນທີ່ຖືກປະເມີນຄວາມໄວ້ວາງໃຈ ແມ່ນຜູ້ທີ່ດໍາລົງຕຳແໜ່ງ ຄື :1. ສະພາປະຊາຊົນແຂວງມີ ປະທານສະພາປະຊາຊົນແຂວງ;ຮອງປະທານ ແລະ ກໍາມະການຄະນະປະຈໍາສະພາປະຊາຊົນແຂວງ,ເລຂາທິການສະພາປະຊາຊົນແຂວງ,ຮອງປະທານຄະນະກໍາມະການ 2. ອົງການປົກຄອງແຂວງມີເຈົ້າແຂວງ,ຮອງເຈົ້າແຂວງ,ຫົວໜ້າພະແນກການ, ອົງການຂອງແຂວງ,ເຈົ້າເມືອງ 11 ເມືອງ,3. ອົງການໄອຍະການປະຊາຊົນແຂວງ, ສານປະຊາຊົນແຂວງມີ ຫົວຫນ້າອົງການໄອຍະການປະຊາຊົນແຂວງ,ປະທານສານປະຊາຊົນແຂວງແລະປະທານສານປະຊາຊົນແຂວງເຂດ I, II, III ເຊິ່ງບຸກຄະລາກອນທີ່ຈະຖືກປະເມີນຄວາມໄວ້ວາງໃຈ ແມ່ນຜູ້ທີ່ດຳລົງຕຳແໜ່ງດັ່ງກ່າວຢ່າງໜ້ອຍ 1 ປີຂຶ້ນໄປນັບແຕ່ວັນໄດ້ຮັບການເລືອກຕັ້ງ ຫຼື ແຕ່ງຕັ້ງ ເຖິງວັນປະເມີນຜົນ.

May be an image of 8 people, dais and text

ພ້ອມນີ້ ທ່ານບຸນສອນ ເພັດລາວັນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງວຽງຈັນກໍ່ໄດ້ເນັ້ນຫນັກໃຫ້ສະມາຊິກສະພາປະຊາຊົນທຸກທ່ານຈົ່ງເອົາໃຈໃສ່ ແລະ ເພີ່ມທະວີຄວາມຮັບຜິດຊອບສູງຕໍ່ການປະເມີນໃນຄັ້ງນີ້ເພື່ອໃຫ້ມີຜົນສຳເລັດຕາມລະດັບຄາດຫມາຍ.

ຂ່າວ: Media Laos