ແຕ່ງຕັ້ງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດທ່າແຂກ ຜູ້ໃໝ່

15

ໃນວັນທີ 6 ກໍລະກົດ 2023 ທີ່ຜ່ານມາ ທີ່ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດທ່າແຂກ, ໄດ້ມີພິທີປະກາດການຈັດຕັ້ງຄະນະຄຸ້ມຄອງເຂດເສດຖະກິດພິເສດ ທ່າແຂກ ແຂວງຄໍາມ່ວນຂຶ້ນ.

ໃນພິທີດັ່ງກ່າວ ທ່ານ ດາວໄຫຼ ແກ້ວດວງດີ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງຄໍາມ່ວນ(ຄົນເກົ່າ) ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງຄະນະຄຸ້ມຄອງເຂດເສດຖະກິດພິເສດໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ທ່ານໄດ້ກ່າວວ່າ: ເຂດເສດຖະກິດພິເສດທ່າແຂກ ແຂວງຄໍາມ່ວນແມ່ນໄດ້ປ່ຽນແປງການບໍລິຫານຄຸ້ມຄອງເປັນແຕ່ລະໄລຍະຂອງການພັດທະນາ ແລະ ຄຸ້ມຄອງເຂດ ຊຶ່ງຖືກສ້າງ ຕັ້ງຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງຄຳມ່ວນ ສະບັບເລກທີ 2043/ຈຂ.ຄມ ລົງວັນທີ 15/11/2010.

อาจเป็นรูปภาพของ 12 คน, โปสเตอร์, แบนเนอร์, แท่นบรรยาย, สำนักงาน และ ข้อความ

ຄະນະຄຸ້ມຄອງເສດຖະກິດພິເສດແຂວງຄໍາມ່ວນດ້ານໂຄງປະກອບການຈັດຕັ້ງແມ່ນຂຶ້ນກັບກະຊວງແຜນການ ແລະ ການລົງທຶນ (ຄຂສພ.ຄມ) ມີຖານະເທົ່າກັບພະແນກການຂັ້ນແຂວງ, ປະກອບມີຂະແໜງການ ແລະ ໜ່ວຍງານຈໍານວນໜຶ່ງຄຸ້ມຄອງບໍລິຫານຕາມກົນໄກບໍລິການປະຕູດຽວ ຊຶ່ງດ້ານວຽກງານວິຊາການ, ງົບປະມານແມ່ນຂຶ້ນກັບຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ.

ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຄໍາມ່ວນປະກອບມີຫົວໜ້າ 1 ທ່ານ, ຮອງ 2 ທ່ານ, ມີພະນັກງານ-ລັດຖະກອນ ທັງໝົດ 12 ທ່ານ, ພະນັກງານສົມບູນ 9 ທ່ານ, ພະນັກງານອາສາສະໝັກ 3 ທ່ານ, ໃນນັ້ນມີປະລິນຍາໂທ 3 ທ່ານ, ປະລິນຍາຕີ 7 ທ່ານ ແລະ ຊັ້ນສູງ 2 ທ່ານ, ປະກອບມີ 3 ຂະແໜງຄື: ຂະແໜງສັງລວມ, ສົ່ງເສີມການລົງທຶນ, ຂະແໜງແຮງງານ, ທີ່ດິນ ແລະ ຂະແໜງສິ່ງແວດລ້ອມ.

อาจเป็นรูปภาพของ 13 คน, วัด และ ข้อความ

ຫຼັງຈາກນັ້ນ ທ່ານ ນາງ ດອກຊ້ອນ ມະນີຄໍາ ຕາງໜ້າຄະນະຈັດຕັ້ງແຂວງ ກໍໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງຄໍາມ່ວນວ່າດ້ວຍການແຕ່ງຕັ້ງ ແລະ ຍົກຍ້າຍພະນັກງານໄປຮັບຜິດຊອບໜ້າທີ່ໃໝ່ຄື: ຍົກຍ້າຍທ່ານ ດາວໄຫຼ ແກ້ວດວງດີ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງ ຄໍາມ່ວນໄປຮັບໜ້າທີ່ໃໝ່ຢູ່ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ແຕ່ງຕັ້ງ ທ່ານ ຈັນທະຄອນ ອ່ອນມະນີສອນ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ເປັນຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງຄໍາມ່ວນ,

ຍົກຍ້າຍ ທ່ານ ກົງວາລີ ເພັດສາຄອນ ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງຄໍາມ່ວນ ກັບຄືນໄປປະຈໍາການຢູ່ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ຍົກຍ້າຍ ທ່ານ ນົງສະຫວັນ ທໍາມະວົງ ຫົວໜ້າຂະແໜງສົ່ງເສີມການລົງທຶນຂອງຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຄໍາມ່ວນກັບຄືນໄປປະຈໍາການຢູ່ພະແນກໂຍທາທິການ ແລະ ຂົນສົ່ງແຂວງ;

ໃນພິທີໄດ້ມີການຜ່ານບົດບັນທຶກພ້ອມທັງເຊັນມອບ-ຮັບໜ້າທີ່ລະຫວ່າງ ທ່ານ ດາວໄຫຼ ແກ້ວດວງດີ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງຄໍາມ່ວນ (ຜູ້ເກົ່າ) ແລະ ທ່ານ ຈັນທະຄອນ ອ່ອນມະນີສອນ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງຄໍາມ່ວນ (ຜູ້ໃໝ່) ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ສົມໃຈ ພານີຈັນ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງຕະຫຼອດພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂດຍ: ຂ່າວສານຄຳມ່ວນ