ທ່ານ ພຸດທະນິກອນ ເຄນນະວົງ ຮັບໜ້າທີ່ຫົວໜ້າພາສີ ປະຈໍານະຄອນຫຼວງວຽງຈັນ

83

ພິທີມອບ-ຮັບໜ້າທີ່ ຫົວໜ້າພາສີ ປະຈໍານະຄອນຫຼວງວຽງຈັນຜູ້ເກົ່າ ແລະ ຜູ້ໃໝ່; ລະຫວ່າງທ່ານ ທອງພັດ ລາດຊະວົງ ຫົວໜ້າພາສີ ປະຈໍານະຄອນຫຼວງວຽງຈັນຜູ້ເກົ່າ ແລະ ທ່ານ ພຸດທະນິກອນ ເຄນນະວົງ ຫົວໜ້າພາສີປະຈໍານະຄອນຫຼວງວຽງຈັນຜູ້ໃໝ່ ຈັດຂຶ້ນໃນວັນທີ 30 ມິຖຸນາ 2023 ນີ້, ທີ່ສູນຝຶກອົບຮົມພາສີ ບ້ານທ່ານເດື່ອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ; ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພູເຂົາຄໍາ ວັນນະວົງໄຊ ຫົວໜ້າກົມພາສີ ກະຊວງການເງິນ ແລະ ທ່ານ ເດດສົງຄາມ ທໍາມະວົງ ກໍາມະການພັກນະຄອນຫຼວງວຽງຈັນ ເຈົ້າເມືອງສີສັດຕະນາກ; ມີທ່ານ ສິລິລາດທົງສິນ ທອງເພັງ ຫົວໜ້າພະແນກການເງິນນະຄອນຫຼວງວຽງຈັນ, ມີຄະນະຈັດຕັ້ງ ນວ, ຮອງຫົວໜ້າກົມພາສີ, ຮອງເຈົ້າເມືອງຫາດຊາຍຟອງ, ຕາງໜ້າຫ້ອງວ່າການ ນວ, ຫົວໜ້າຂະແໜງ-ຮອງຫົວໜ້າຂະແໜງການອ້ອມຂ້າງພະແນກ ການເງິນ ນວ, ຫົວໜ້າດ່ານ-ຮອງດ່ານອ້ອມຂ້າງ ນວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

May be an image of 8 people, people studying and hospital

ການມອບ-ຮັບໜ້າທີ່ຄັ້ງນີ້, ໂດຍປະຕິບັດຕາມຂໍ້ຕົກລົງ ສະບັບເລກທີ 1158/ກງ, ລົງວັນທີ 20 ເມສາ 2023 ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຮັບໜ້າທີ່ໃໝ່ຢູ່ກົມພາສີ ແລະ ຂໍ້ຕົກລົງ ສະບັບເລກທີ 1711/ກງ, ລົງວັນທີ 12ມິຖຸນາ 2023 ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງຫົວໜ້າພາສີ ປະຈໍານະຄອນຫຼວງວຽງຈັນ; ລັດຖະມົນຕີກະຊວງການເງິນໄດ້ຕົກລົງຍົກຍ້າຍ ແລະ ແຕ່ງຕັ້ງ: ທ່ານ ທອງພັດ ລາດຊະວົງ ຫົວໜ້າພາສີ ປະຈໍານະຄອນຫຼວງວຽງຈັນ ເປັນຫົວໜ້າພະແນກຈັດຕັ້ງ, ບໍລິຫານ ແລະ ການເງິນ ກົມພາສີ ແລະ ຍົກຍ້າຍ-ແຕ່ງຕັ້ງ: ທ່ານ ພຸດທະນິກອນ ເຄນນະວົງ ຫົວໜ້າພະແນກຮ່ວມມືພາສີສາກົນ ກົມພາສີ ກະຊວງການເງິນ ເປັນຫົວໜ້າພາສີ ປະຈໍານະຄອນຫຼວງວຽງຈັນ.

May be an image of 5 people and text

ພາສີ ປະຈຳນະຄອນຫຼວງວຽງຈັນ ແມ່ນການຈັດຕັ້ງໜຶ່ງເຊິ່ງເປັນເສນາທິການໃຫ້ແກ່ກົມພາສີ, ອົງການປົກຄອງຄອນຫຼວຽງວຽງຈັນໃນການຈັດຕັ້ງປະຕິບັດແຜນຍຸດທະສາດ, ກົນໄກຄຸ້ມຄອງວຽກງານວິຊາສະເພາະຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ຕາມກົດໝາຍວ່າດ້ວຍພາສີ, ກົດໝາຍ ແລະ ລະບຽບການອື່ນທີ່ກ່ຽວຂ້ອງຢ່າງເຂັ້ມງວດ ເພື່ອອຳນວຍຄວາມສະດວກທາງດ້ານພາສີ ແລະ ການຄ້າໂດຍສະເພາະແມ່ນການຈັດເກັບລາຍຮັບເຂົ້າງົບປະມານໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການ; ການຊີ້ນຳ-ນຳພາທາງດ້ານການເມືອງ-ແນວຄິດ, ການຊີ້ນຳ-ນຳພາທາງດ້ານວຽກງານວິຊາສະເພາະຂອງຄະນະພັກ-ຄະນະນຳແຕ່ລະຂັ້ນ; ເພື່ອເຮັດໃຫ້ການຊີ້ນໍາ-ນໍາພາຂອງພາສີປະຈໍານະຄອນຫຼວງວຽງຈັນໃຫ້ໄດ້ດຳເນີນໄປຢ່າງຄ່ອງຕົວ ແລະ ເປັນປົກກະຕິ.

May be an image of 1 person
ໂອກາດດັ່ງກ່າວໄດ້ຮັບຟັງການມີຄໍາເຫັນໂອ້ລົມຈາກ ທ່ານ ເດດສົງຄາມ ທໍາມະວົງ ກໍາມະການພັກນະຄອນ ຫຼວງວຽງຈັນ, ໂດຍເນັ້ນໃຫ້ຜູ້ທີ່ຮັບໜ້າທີ່ໃໝ່ໃນຄັ້ງນີ້ປັບປຸງບັນດາວຽກງານທີ່ຍັງຄົງຄ້າ ແລະ ສືບຕໍ່ເສີມຂະຫຍາຍດ້ານດີ, ປະຕິບັດວຽກງານຕາມທິດຊີ້ນໍາຂອງພັກ, ນໍາພາການຈັດຕັ້ງໃຫ້ບັນລຸເປົ້າໝາຍຕາມການມອບໝາຍ, ລົງເລິກໃກ້ສິດຕິດແທດກັບຮາກຖານ, ເຕົ້າໂຮມຄວາມສາມັກຄີພາຍໃນ, ສ້າງຄົນໃຫ້ມີຄວາມຮູ້ຄວາມສາມາດ ແລະ ມີປະສິດທິພາບໃນການປະຕິບັດວຽກງານ, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ, ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນຕາມສະພາບການປ່ຽນແປງໄປແຕ່ລະໄລຍະ.

May be an image of 8 people, people studying and text