ໜ້າເກງຂາມ ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 4 ສອບເສັງການທະຫານ

67

ວຽກງານ ປກສ ປກຊ ເປັນໂຮຽຮຽນ ປກສ ຊັ້ນຕົ້ນ ເລກ 4 ແຂວງບໍລິຄຳໄຊ ໄດ້ສອບເສັງວິຊາການທະຫານສິລະປະຍຸດ-ຍຸດທະວິທີການນຳໃຊ້ປືນຍາວ (AK) ແລະ ປືນສັ້ນ (CF) ໃຫ້ນັກຮຽນຮຸ່ນທີ XI ຫຼັກສູດກໍ່ສ້າງ ວິຊາສະເພາະຕຳຫຼວດຄຸມຂັງ-ດັງສ້າງ ໃນອາທິດຜ່ານມາ, ເປັນປະທານໂດຍ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ, ມີຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ, ອຳນວຍການໂຮງຮຽນ ປກສ ຊັ້ນຕົ້ນ ເລກ 4, ຄູ-ອາຈານ, ຄະນະຄູ ຝຶກ ມາຈາກພະແນກຝຶກອົບຮົມ ກອງບັນຊາການທະຫານ ແຂວງບໍລິຄຳໄຊ ເຂົ້າຮ່ວມ.

อาจเป็นรูปภาพของ 7 คน และ ข้อความ
ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ ໄດ້ມີຄໍາເຫັນໃນພິທີເປີດການສອບເສັງວິຊາການທະຫານສິລະປະຍຸດ-ຍຸດທະວິທີ ໃນຄັ້ງນີ້ ໂດຍຮຽກຮ້ອງໃຫ້ນັກຮຽນທຸກສະຫາຍ ຈົ່ງນໍາໃຊ້ຄວາມຮູ້-ຄວາມສາມາດ ແລະ ບົດຮຽນທີ່ໄດ້ຮຽນມາ ເຂົ້າໃນການສອບເສັງຕົວຈິງ ເພື່ອຍາດເອົາຄະແນນທີ່ດີມີຄວາມສຳນິຊໍານານ, ເຮັດໃຫ້ການສອບເສັງຮັບປະກັນທາງດ້ານຄວາມປອດໄພ ແລະ ກຳໄດ້ບົດຮຽນທີ່ຮຽນມາ 100%.

อาจเป็นรูปภาพของ 1 คน
ຜ່ານການສຶກສາຮໍ່າຮຽນທາງດ້ານທິດສະດີ, ສິລະປະຍຸດ-ຍຸດທະວີທີ ໃນການຍິງປືນຢູ່ 2 ປະເພດ ຄື: ປືນຍາວ ແລະ ປືນສັ້ນ ບັນລຸໄດ້ຕາມລະດັບຄາດໝາຍ.

อาจเป็นรูปภาพของ 8 คน
ຜ່ານການລົງສະໜາມສອບເສັງຍິງປືນຕົວຈິງ, ນັກຮຽນທີ່ສອບເສັງທັງໝົດ ມີ 196 ສະຫາຍ ຍິງ 36 ສະ ຫາຍ, ເສັງໄດ້ຕາມລະດັບຄາດໝາຍ ຢູ່ໃນປະເພດເກັ່ງ ໄດ້ຄະແນນ 9 ຈໍານວນ 130 ສະຫາຍ ເທົ່າກັບ 66,66%, ປະເພດດີຫຼາຍ ຄະແນນ 8,5 ຈໍານວນ 9 ສະຫາຍ ເທົ່າກັບ 4,61%, ປະເພດດີ ຄະແນນ 8 ຈໍານວນ 43 ສະຫາຍ ເທົ່າກັບ 22,05%, ປະເພດກາງ ຄະແນນ 7,5 ຈຳນວນ 6 ສະຫາຍ ເທົ່າກັບ 3,07%, ປະເພດພໍໃຊ້ ຄະແນນ 7 ຈຳນວນ 7 ສະຫາຍ ເທົ່າກັບ 3,58%.

อาจเป็นรูปภาพของ 6 คน และ ข้อความ

ຂ່າວຈາກ: ປກສ