ນາຍົກມາເລເຊຍ ເດີນທາງຮອດນະຄອນຫຼວງວຽງຈັນ ເພື່ອຢ້ຽມຢາມ ສປປ ລາວຢ່າງເປັນທາງການ

51

ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ອັນວາ ອິບບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນວັນທີ 26-27 ມິຖຸນາ 2023 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາຍາວນານ ລະຫວ່າງ ສປປ ລາວ ແລະ ມາເລເຊຍ.ງ

May be an image of 11 people
ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ທີ່ສຳນັກງານນາຍົກລັດຖະມົນຕີ, ໃນຕອນເຊົ້າຂອງວັນທີ 27 ມິຖຸນາ 2023, ເປັນກຽດຕ້ອນຮັບໂດຍ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ; ພາຍຫຼັງຈາກສຳເລັດພິທີຕ້ອນຮັບ ກໍ່ໄດ້ມີກອງປະຊຸມພົບປະສອງຝ່າຍຢ່າງເປັນທາງການຂຶ້ນ.
ໃນກອງປະຊຸມພົບປະ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ມາເລເຊຍ ຕະຫຼອດໄລຍະ 57 ປີ ຜ່ານມາ ທີ່ສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາເຂົ້າສູ່ລວງກວ້າງ ແລະ ລວງເລິກ, ສະແດງອອກໃນການພົບປະແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ລະຫວ່າງ ການນຳຂັ້ນສູງສອງປະເທດ ຢ່າງເປັນປົກກະຕິ ແລະ ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທັງໃນຂອບການຮ່ວມມືສອງຝ່າຍ, ຫຼາຍຝ່າຍ ໃນເວທີພາກພື້ນ ແລະ ສາກົນ.

May be an image of 13 people, dais and text

ສອງຝ່າຍ ໄດ້ຕີລາຄາສູງຕໍ່ການຮ່ວມມືດ້ານເສດຖະກິດ ເປັນຕົ້ນ ດ້ານການຄ້າ-ການລົງທຶນ ຂອງສອງປະເທດ ລາວ-ມາເລເຊຍ ທີ່ມີທ່າຂະຫຍາຍຕົວຢ່າງຕໍ່ເນື່ອງ, ເຊິ່ງໃນປີ 2022 ສາມາດບັນລຸໄດ້ 241,7 ລ້ານໂດລາສະຫະລັດ ຫຼື ເພີ່ມຂຶ້ນ 68,65% (ປີ 2021 ມີມູນຄ່າ 75,78 ລ້ານໂດລາສະຫະລັດ); ຄຽງຄູ່ກັນນີ້ ສອງຝ່າຍ ເຫັນວ່າເງື່ອນໄຂ ແລະ ຄວາມສາມາດໃນການສົ່ງເສີມການຮ່ວມມືທາງດ້ານການຄ້າລະຫວ່າງກັນຍັງມີຫຼາຍທ່າແຮງ ໂດຍສະເພາະການສົ່ງເສີມການຜະລິດເປັນສິນຄ້າ, ການເຊື່ອມໂຍງການຄ້າກັບປະເທດທີ 3 ແລະ ພາກພື້ນອື່ນໆ, ເຊິ່ງ ມາເລເຊຍ ມີຕະຫຼາດທີ່ກວ້າງຂວາງ ແລະ ສາມາດເປັນທ່າແຮງໃນການຊ່ວຍສະໜັບສະໜູນຂະບວນການຕ່າງໆໃຫ້ຂັບເຄື່ອນໄປຢ່າງມີປະສິດທີຜົນ. ປະຈຸບັນ ການລົງທຶນຂອງ ມາເລເຊຍ ຢູ່ ສປປ ລາວ ມີ 46 ໂຄງການ, ລວມມູນຄ່າ 924 ລ້ານໂດລາສະຫະລັດ ກວມເອົາຫຼາຍຂະແໜງການ ເປັນຕົ້ນ ພະລັງງານໄຟຟ້າ, ອຸດສາຫະກຳປຸງແຕ່ງໄມ້, ການກໍ່ສ້າງ, ການເງິນ ແລະ ທະນາຄານ, ການບໍລິການໂຮງແຮມ, ບໍ່ແຮ່ ແລະ ກະສິກໍາ, ເຊິ່ງໄດ້ຖືກຈັດເປັນອັນດັບ 5 ຂອງການລົງທຶນຕ່າງປະເທດຢູ່ ສປປ ລາວ.

May be an image of 8 people

ພ້ອມນີ້້, ສອງຝ່າຍ ກໍ່ໄດ້ຕີລາຄາສູງຕໍ່ການຮ່ວມມືດ້ານພະລັງງານ, ໃນນີ້ ໄດ້ມີການຮ່ວມມືທາງດ້ານພະລັງງານທົດແທນທີ່ສະອາດ, ເຊິ່ງເປັນຂະແໜງການຕົ້ນຕໍຂອງການພົວພັນຮ່ວມມືລະຫວ່າງສອງປະເທດ ລາວ-ມາເລເຊຍ, ໃນນີ້ ຝ່າຍລາວ ໄດ້ສະເຫນີໃຫ້ສືບຕໍ່ປຶກສາຫາລືເພື່ອຍົກລະດັບກຳລັງການຊື້-ຂາຍ ພະລັງງານໄຟຟ້າ ຈາກ 300mw ຂຶ້ນເປັນ 500mw ໃນຕໍ່ໜ້າ; ລັດຖະບານ ມາເລເຊຍ ຍັງໄດ້ໃຫ້ການຊ່ວຍເຫຼືອດ້ານການພັດທະນາຊັບພະຍາກອນມະນຸດຢູ່ ສປປ ລາວ ໂດຍຜ່ານໂຄງການຮ່ວມມືດ້ານວິຊາການຂອງ ມາເລເຊຍ, ເຊິ່ງນັບແຕ່ປີ 1991 – 2023 ໄດ້ສະໜອງທຶນການສຶກສາທັງຫມົດ 1,690 ທຶນ, ເຊິ່ງທັງຫມົດນີ້ ໄດ້ປະກອບສ່ວນອັນສໍາຄັນໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ເປັນແຕ່ລະໄລຍະ.

May be an image of 8 people
ສຳລັບທິດທາງການຮ່ວມມືໃນຕໍ່ໜ້າ ສອງຝ່າຍ ເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ໃຫ້ມີການພົບປະແລກປ່ຽນຂອງການນຳຂັ້ນສູງ ພັກ-ລັດ ຢ່າງເປັນປົກກະຕິ, ສືບຕໍ່ຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືທີ່ໄດ້ລົງນາມແລ້ວນັ້ນ ໃຫ້ເປັນຮູບປະທຳ ແລະ ມີຜົນສຳເລັດສູງຂຶ້ນ, ຊຸກຍູ້ການໄປມາຫາສູ່ກັນຂອງປະຊາຊົນສອງປະເທດ, ເຊິ່ງປະຈຸບັນ ສອງຝ່າຍ ແມ່ນພວມກະກຽມເປີດຄືນໃຫມ່ຖ້ຽວບິນປົກກະຕິຈາກ ກົວລາລຳເປີ – ນະຄອນຫຼວງວຽງຈັນ ເພື່ອອຳນວຍຄວາມສະດວກໃຫ້ແກ່ບັນດານັກລົງທຶນ ແລະ ນັກທ່ອງທ່ຽວ ໃຫ້ມີການພົວພັນໄປມາຫາສູ່ກັນຫຼາຍຂຶ້ນ, ເຊິ່ງຈະເປັນການປະກອບສ່ວນສຳຄັນໃນການຊຸກຍູ້ ປີທ່ອງທ່ຽວລາວ 2024 ໃຫ້ຟົດຟື້ນຍິ່ງຂຶ້ນ; ເພີ່ມທະວີການຮ່ວມມືໃຫ້ເລິກເຊິ່ງຍິ່ງຂຶ້ນໃນຂະແໜງຕ່າງໆ ເຊັ່ນ: ພະລັງງານໄຟຟ້າ, ການເງິນ ແລະ ທະນາຄານ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານເຕັກໂນໂລຊີ ແລະ ການສື່ສານ ເພື່ອຮັບປະກັນໄດ້ຄວາມປອດໄພທາງໄຊເບີ; ດ້ານກະສິກຳ, ການທ່ອງທ່ຽວ, ການສຶກສາ, ສາທາລະນະສຸກ, ການພັດທະນາຊັບພະຍາກອນມະນຸດ, ແຮງງານ, ການຮ່ວມມືດ້ານອາຫານຮາລານ ຢູ່ ສປປ ລາວ, ການຮ່ວມມືລະຫວ່າງມະຫາວິທະຍາໄລຂອງສອງປະເທດ ລາວ ແລະ ມາເລເຊຍ ແລະ ອື່ນໆ.

May be an image of 6 people

ສອງຝ່າຍ ໄດ້ຢືນຢັນສືບຕໍ່ໃຫ້ການຮ່ວມມືສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ນອກຈາກນີ້, ກໍ່ໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຕົນເອງ ໃນໄລຍະຜ່ານມາ ແລະ ໄດ້ແລກປ່ຽນຄຳຄິດເຫັນຕໍ່ສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ພາຍຫຼັງສຳເລັດພິທີພົບປະທາງການ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ມາເລເຊຍ ກໍ່ໄດ້ເຂົ້າຮ່ວມເປັນສັກຂີພິຍານ ການລົງນາມເອກະສານຮ່ວມມືນຳກັນ ຈໍານວນ 02 ສະບັບ ຄື: 1) ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືດ້ານລົດໄຟ ແລະ 2) ບົດບັນທຶກການຮ່ວມມື ລະຫວ່າງ ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ກຸ່ມບໍລິສັດ Mutiara Perlis Sdn Bhd (MPSB), ພ້ອມທັງເປັນສັກຂິພິຍານການແລກປ່ຽນເອກະສານຮ່ວມມືທີ່ໄດ້ສຳເລັດການລົງນາມແລ້ວ ຈຳນວນ 02 ສະບັບ ຄື: 1) ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືດ້ານພະລັງງານ ແລະ 2) ໜັງສືແຈ້ງເຈດຈຳນົງ ວ່າດ້ວຍ ການຮ່ວມມືສຶກສາ ແລະ ຄົ້ນຄວ້າຄວາມເປັນໄປໄດ້ດ້ານພະລັງງານ ໃນ ສປປ ລາວ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ TNB Power Generation.