ທາບທາມຄວາມໄວ້ວາງໃຈຕໍ່ການນຳພາລວມ ແລະ ບຸກຄົນ ຂອງຄະນະບໍລິຫານງານພັກ ແຂວງໄຊສົມບູນສະໄໝທີ I

170

ໃນຕອນເຊົ້າຂອງວັນທີ 14 ມີຖຸນາ ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄດ້ເປີດກອງປະຊຸມທາບທາມຄວາມໄວ້ວາງໃຈຕໍ່ການນຳພາລວມ ແລະ ບຸກຄົນ ຂອງຄະນະບໍລິຫານງານພັກ ແຂວງໄຊສົມບູນ ກາງສະໄໝທີ 1  ໃຫ້ກຽດເຂົ້າຮ່ວມໂດຍ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ, ມີບັນດາສະຫາຍການນຳຂັ້ນສູນກາງ, ຄະນະບໍລິຫານງານພັກແຂວງ, ຄະນະບໍລິຫານງານພັກເມືອງ 5 ເມືອງທົ່ວແຂວງ ຕະຫຼອດຮອດຄະນະຮາກຖານພັກ, ໜ່ວຍພັກອ້ອມຂ້າງແຂວງເຂົ້າຮ່ວມ.

May be an image of dais
ໂອກາດນີ້ ທ່ານ ພອຍຄຳ ຮຸ່ງບຸນຍວງ ໄດ້ກ່າວເປີດກອງປະຊຸມ ຊຶ່ງກອງປະຊຸມ ຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນຫຼາຍ ເພາະວ່າຈະໄດ້ພ້ອມກັນທາບທາມຢັ່ງຫາງສຽງ ເພື່ອທົບທວນ, ຕີລາຄາຄືນການນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດໜ້າທີ່ການເມືອງໃນໄລຍະເຄິ່ງສະໄໝ ຜ່ານມາ ຂອງຄະນະບໍລິຫານງານພັກແຂວງໄຊສົມບູນ ແລະ ບຸກຄົນໃນຄະນະພັກ ພ້ອມນີ້ ກໍຈະໄດ້ສຸມໃສ່ຄົ້ນຄວ້າ, ຕີລາຄືນ ບັນດາຄາດໝາຍທີ່ມະຕິກອງປະຊຸມໃຫຍ່ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຂວງໄຊສົມບູນ ຄັ້ງທີ I ວາງອອກ ໃຫ້ເລິກເຊິ່ງ, ຮອບດ້ານ, ພາວະວິໄສ ຖືກຕ້ອງກັບຄວາມເປັນຈິງ.

May be an image of 1 person and dais
ຈາກນັ້ນ ໄດ້ຮັບການຜ່ານຄຳສັ່ງຂອງຄະນະເລຂາທິການ ສູນກາງພັກ ວ່າດ້ວຍການດຳເນີນກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຕ່ລະຂັ້ນ, ມາດຖານຄະນະບໍລິຫານງານພັກແຂວງ, ສິດ ແລະ ໜ້າທີ່ ຂອງຄະນະບໍລິຫານງານພັກແຂວງ ແລະ ຂໍ້ຫ້າມສຳລັບສະມາຊິກພັກ.

May be an image of 3 people and text
ໃນໂອກາດດຽວກັນ ໂອກາດນີ້ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄຳເຫັນຊີ້ນຳຕໍ່ກອງປະຊຸມ ທ່ານໄດ້ຮຽກຮ້ອງໃຫ້ບັນດາຜູ້ແທນກອງປະຊຸມຈົ່ງເຊີດຊູຄວາມຮັບຜິດຊອບຂອງຕົນ ເຂົ້າໃນການທາບທາມຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ການນຳພາລວມ ແລະ ບຸກຄົນຄະນະບໍລິຫານງານພັກແຂວງ ຢ່າງພາວະວິໄສ ຖືກຕ້ອງຕາມຄວາມເປັນຈີງ ແລະ ຢຶດໝັ້ນຕາມຫຼັກການ, ກົດລະບຽບ ແລະ ທັດສະນະ ຂອງພັກຢ່າງຖືກຕ້ອງ ຫຼັງຈາກນັ້ນ ຜູ້ແທນກອງປະຊຸມ ກໍໄດ້ໃຊ້ສິດຂອງຕົນລົງຄະແນນສຽງໃສ່ບົດທາບທາມຫາງສຽງ ຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ການນຳພາລວມ ແລະ ບຸກຄົນຄະນະບໍລິຫານງານພັກ ແຂວງໄຊສົມບູນ ກາງສະໄໝ ທີ 1 ເພື່ອເປັນການຕີລາຄາທົບທວນຄືນເຖິງໝາກຜົນຂອງການນຳພາລວມ ແລະ ບຸກຄົນ ຂອງຄະນະບໍລິຫານງານພັກແຂວງ ໃນໄລຍະຜ່ານມາ.

May be an image of 2 people and text

ໂດຍເລັ່ງໃສ່ຍົກສູງຄວາມສາມາດນຳພາ ແລະ ລັກສະນະນຳໜ້າຂອງຄະນະພັກທຸກຂັ້ນ, ເພື່ອກວດກາຄວາມຮັບຜິດຊອບດ້ານການເມືອງ ຂອງບັນດາສະຫາຍໃນຄະນະບໍລິຫານງານພັກແຂວງຕໍ່ການນຳພາລວມ ແລະ ຄວາມຮັບຜິດຊອບ ຂອງບຸກຄົນໃນຄະນະພັກ ຕາມການແບ່ງຄວາມຮັບຜິດຊອບ, ຊອກໃຫ້ເຫັນດ້ານຕັ້ງໜ້າ ທີ່ຈະເສີມຂະຫຍາຍ ແລະ ເຫັນໄດ້ດ້ານອ່ອນ, ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ປັບປຸງແກ້ໄຂ ໃຫ້ມີການຫັນປ່ຽນທີ່ຕັ້ງໜ້າ ແລະ ຍັງເປັນຂໍ້ມູນພື້ນຖານທີ່ສຳຄັນໃນການເບິ່ງບັນຫາຂອງການຈັດຕັ້ງໃຫ້ສະຫາຍຄະນະພັກທຸກຂັ້ນ, ເປັນບ່ອນອີງໃນການປັບປຸງປົວແປງກໍສ້າງຕົນເອງ, ຍົກສູງບົດບາດຄວາມສາມາດນຳພາຂອງຄະນະພັກໃຫ້ສູງຂຶ້ນ ແລະ ເສີມຂະຫຍາຍຄວາມເປັນແບບເປັນຢ່າງນຳໜ້າ ຂອງບັນດາສະຫາຍຄະນະພັກ ເປັນກຳລັງແຮງສັງລວມໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ບັນລຸຜົນສຳເລັດຕາມຄາດໝາຍວາງໄວ້, ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກແຂວງວາງອອກໃຫ້ປະກົດຜົນເປັນຈິງ.

May be an image of 1 person, dais and text
ຂ່າວຈາກ: ຈົດໝາຍຂ່າວໄຊສົມບູນ