ໂຕໂນ່ ໃນກິດຈະກຳລອຍນ້ຳຂ້າມຂອງຍອດບໍລິຈາກເກີນຄາດໝາຍທີ່ຕັ້ງໄວ້

210

ການລອຍນ້ຳຂ້າມນ້ຳຂອງຈາກໄທມາລາວ ດ້ວຍໂຕເປົ່າຂອງໜຸ່ມໂຕໂນ່ພາຄິນ ຄຳວິໄລສັກ ເພື່ອລະດົມທຶນເພື່ອຈັດຊື້ອຸປະກອນການແພດໃຫ້ສອງໂຮງໝໍໃນນະຄອນພະນົມ ແລະໂຮງໝໍແຂວງຄຳມ່ວນມາຮອດຄ່ຳວັນທີ 21 ຕຸລາ 2022 ລວມຍອດບໍລິຈາກ ຝັ່ງລາວຍັງບໍໍ່ທັນມີໂຕເລກຢ່າງເປັນທາງການ ແຕ່ໃນສ່ວນທີ່ຜ່ານບໍລິສັດຮຸ່ງອາລຸນຂົນສົ່ງ ເຊິ່ງຫັກຈາກຄ່າບໍລິການທີ່ລູກຄ້າມາໃຊ້ບໍລິການເລີ່ມແຕ່ວັນທີ 16.10.2022 ຫາ 20.10.2022 ເພື່ອນຳໄປສົມທົບທຶນຂອງໂຄງການ “ໜຶ່ງຄົນລອຍ ຫຼາຍຄົນໃຫ້”  ໄດ້ຍອດບໍລິຈາກ: 124.326.000 ກີບ.

ສ່ວນໃນຝັ່ງຂອງໄທ ໂດຍບໍລິຈາກຜ່ານຊ່ອງທາງທີ່ໂຕໂນ່ຝາກໃຫ້ຕາມລາຍງານມາຮອດຕອນຄ່ຳວັນທີ 21 ຕຸລາ 2022 ມີຍອດບໍລິຈາກແລ້ວ 14.208.715 ບາດ ຂະນະທີ່ໜຸ່ມໂຕໂນ່ເອງຕັ້ງເປົ້າໄວ້ໃນເບື້ອງຕົ້ນທີ່ 10 ລ້ານບາດ.

ເສັ້ນທາງການລອຍນໍ້າຂ້າມມາຂອງໜຸ່ມໂຕໂນ່ຄັ້ງນີ້ຖືເປັນການລອຍນ້ຳຂ້າມນ້ຳຂອງດ້ວຍໂຕເປົ່າຄັ້ງທຳອິດ ຕາມການສຳຫຼວດແມ່ນມີໄລຍະທາງລວມ 15 ກິໂລແມັດ ຈາກນະຄອນພະນົມຂອງໄທ ມາຍັງແຂວງຄຳມ່ວນ ສປປ ລາວ ເພື່ອລະດົມທຶນຈັດຊື້ອຸປະກອນການແພດໃຫ້ໂຮງໝໍໃນຈັງຫວັດນະຄອນພະນົມ ແລະ ໂຮງໝໍແຂວງຄຳມ່ວນ.

ກິດຈະກຳນີ້ມີຊື່ວ່າ One Man And The River ແປວ່າໜຶ່ງຄົນລອຍຫຼາຍຄົນໃຫ້ ໂດຍມີຈຸດເລີ່ມຕົ້ນທີ່ບໍລິເວນພະລານລັດຕະນາຄຣາດ ຈັງຫວັດນະຄອນພະນົມ ມຸ້ງໜ້າສູ່ທ່ານ້ຳແສງສິງແກ້ວ ແວ່ຂຶ້ນຕະລິ່ງເພື່ອຮັບກຳລັງໃຈ ແລະເງິນບໍລິຈາກຕະຫຼອດແນວຕະລິ່ງນ້ຳຂອງ.

ຈາກນັ້ນຈະລອຍໄປຍັງວັດພະທາດສີໂຄດຕະບອງ ແຂວງຄຳມ່ວນ ເຊິ່ງເປັນຈຸດທີ່ຕ້ອງລອຍສະຫຼຽງໄປຕາມແລວນ້ຳເພື່ອຂ້າມຝັ່ງຂອງ ຄາດວ່າຈະເປັນຈຸດທີ່ໜັກທີ່ສຸດໃນກິດຈະກຳຄັ້ງນີ້ ລວມໄລຍະທາງປະມານ 10 ກິໂລແມັດ.

ເມື່ອລອຍນ້ຳຂອງສຳເລັດ ໜຸ່ມໂຕໂນ່ແມ່ນຈະເຂົ້າໄປສັກກາລະບູຊາ ພະທາດສີໂຄດຕະບອງກ່ອນເດີນທາງດ້ວຍລົດໄປຍັງໂຮງໝໍແຂວງຄຳມ່ວນ ແລະເດີນທາງໄປທີ່ຫາດບ້ານນາເມືອງ ເມືອງທ່າແຂກ ເພື່ອລອຍນ້ຳກັບສູ່ຈຸດເລີ່ມຕົ້ນ ໄລຍະທາງປະມານ 5 ກິໂລແມັດ.

ທ່ານໝໍ ໃນຈັງຫວັດນະຄອນພະນົມກ່າວວ່າ: ເພື່ອຄວາມປອດໄພຂອງກິດຈະກຳເພື່ອການກຸສົນໃນຄັ້ງນີ້ ເຈົ້າໜ້າທີ່ໄດ້ກຽມທີມເສີມ ມີການວາງທຸ້ນລອຍນ້ຳໃນທຸກໆ 50 ແມັດ ລວມເຖິງມີອຸປະອນຊູູຊີບຕິດຕົວ ຂະນະດຽວກັນກໍຍັງມີທີມສະໜັບສະໜູນທີ່ເຄີຍລອຍນ້ຳຮ່ວມກັບໂຕໂນ່ ເຊິ່ງເປັນທັງນັກກິລາລອຍນ້ຳ, ອະດີດນັກກິລາທີມຊາດ, ນັກລອຍນ້ຳຈາກຈັງຫວັດຂອນແກ່ນກັບທີມກູ້ໄພທີ່ຂີ່ເຈັສກີດູແລມານຳຕະຫຼອດທາງ.

ກິດຈະກຳຄັ້ງນີ້ມີ ກະແສດຣາມ້າຕໍ່ເນື່ອງມາ ແຕ່ໜຸ່ມໂຕໂນ່ເອງແມ່ນຕັ້ງໃຈໜັກແໜ້ນ ຕ້ອງລອຍຂ້າມນ້ຳຂອງໃຫ້ໄດ້ ເພື່ອເຮັດສິ່ງທີ່ໃຈໝາຍໄວ້ ໂຕໂນ່ບອກວ່າ: ໃນໂລກນີ້ຄວາມສຳເລັດຈະໄດ້ມາດ້ວຍການລົງມືເຮັດເທົ່ານັ້ນ ເຖິງຈະມີສຽງຄັດຄ້ານ ແຕ່ຕົນຖະໜັດດ້ານນີ້ກໍຈະລົງມືເຮັດໃຫ້ເຖິງທີ່ສຸດ.

ກ່ອນການລອຍນ້ຳຂ້າມຂອງມາລາວ ມື້ກ່ອນໜ້ານັ້ນໜຸ່ມໂຕໂນ່ແມ່ນໄດ້ໄປກາບສັກກາລະບູຊາຂໍພອນອົງພະມາດພະນົມ ເພື່ອເປັນສີລິມຸງຄຸນ ຕາມລາຍງານບັນຍາກາດຝັ່ງໄທແມ່ນຄືກຄື້ນເປັນພິເສດ ມີນັກທ່ອງທ່ຽວເດີນທາງມາສັກກາລະອົງລັດຕະນາຄຣາດ ເຊິ່ງເປັນຈຸດທີ່ໂຕໂນ່ຈະລົງລອຍນ້ຳເປັນຈຸດທຳອິດຢ່າງຫຼວງຫຼາຍ.

 

ຂໍ້ມູນຈາກຝັ່ງໄທລາຍງານວ່າ ການມາຂອງໂຕໂນ່ໃນຄັ້ງນີ້ນອກຈາກຈະເປັນການເຮັດບຸນສ້າງກຸສົນຄັ້ງໃຫຍ່ແລ້ວຍັງເປັນການກະຕູ້ນເສດຖະກິດຂອງທ້ອງຖິ່ນໄດ້ເປັນຢ່າງດີ ການກະທຳຄັ້ງນີ້ເປັນຄວາມຄິດທີ່ດີ ສົມຄວນໃຫ້ການສະໜັບສະໜູນເປັນຢ່າງຍິ່ງ ຂະນະທີ່ຫ້ອງພັກໂຮງແຮມຕ່າງໆ ໃນນະຄອນພະນົມແມ່ນມີການຈັງຈອງເຕັມທຸກບ່ອນ ເນື່ອງຈາກປະຊາຊົນ, ນັກທ່ອງທ່ຽວເຂົ້າມາເປັນຈຳນວນຫຼວງຫຼາຍ