ກໍາລັງປິ່ນປົວ 12.228 ຄົນ, ພົບຜູ້ຕິດເຊື້ອໂຄວິດໃໝ່ 1.493 ຄົນ, ເສຍຊີວິດໃໝ່ອີກ 6 ຄົນ

108

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງ ປະຈໍາວັນທີ 16 ທັນວາ ປີ 2021 ວ່າມາຮອດວັນທີ 15 ທັນວາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 6.858 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1.493 ຄົນ (ຕິດເຊື້ອພາຍໃນ ມີ 1.493 ຄົນ ແລະ ຕິດເຊື້ອນໍາເຂົ້າ 00 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 1.493 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:
ນະຄອນຫຼວງ 723 ຄົນ ໃນ 9 ເມືອງ, ຫຼວງພະບາງ 117 ຄົນ ໃນ 5 ເມືອງ, ອຸດົມໄຊ 110 ຄົນ ໃນ 7 ເມືອງ, ບໍ່ແກ້ວ 99 ຄົນ ໃນ 5 ເມືອງ, ຫຼວງນໍ້າທາ 103 ຄົນ ໃນ 3 ເມືອງ, ສະຫວັນນະເຂດ 30 ຄົນ ໃນ 3 ເມືອງ, ແຂວງວຽງຈັນ 110 ຄົນ ໃນ 10 ເມືອງ, ໄຊຍະບູລີ 40 ຄົນ ໃນ 6 ເມືອງ

ຈຳປາສັກ 19 ຄົນ ໃນ 6 ເມືອງ, ບໍລິຄຳໄຊ 29 ຄົນ ໃນ 5 ເມືອງ, ໄຊສົມບູນ 45 ຄົນ

ຊຽງຂວາງ 26 ຄົນ ໃນ 4 ເມືອງ, ເຊກອງ 7 ຄົນ ໃນ 3 ເມືອງ, ຜົ້ງສາລີ 2 ຄົນ ໃນ 1 ເມືອງ, ຄຳມ່ວນ 18 ຄົນ ໃນ 3 ເມືອງ, ຫົວພັນ 4 ຄົນ ໃນ 1 ເມືອງ, ສາລະວັນ 5 ຄົນ ໃນ 2 ເມືອງ ແລະ ອັດຕະປື 6 ຄົນ
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນບໍ່ມີ

ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 94.554 ກໍລະນີ, ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ 685 ຄົນ, ກໍາລັງປິ່ນປົວ 12.228 ຄົນ ແລະ ເສຍຊີວິດສະສົມທັງໝົດ 262 ຄົນ (ໃໝ່ 6 ຄົນ).