ທີລະສິນ ເຈົ້າຂອງສະຖິຕິດາວຍິງສູງສຸດຄົນໃໝ່ ໃນການແຂ່ງຂັນບານເຕະ AFF SUZUKI CUP

251

ກ່ອນໜ້ານີ້ ທີລະສິນ ຍິງໄດ້ 2 ປະຕູໃນນັດທີ່ພາທີມຊາດໄທ ເອົາຊະນະ ມຽນມາ 4-0 ເຮັດໃຫ້ຍອດປະຕູທີ່ຍິງໄດ້ໃນລາຍການມີ 17 ປະຕູເທົ່າກັບ ນໍອະລໍາຊາ ນັກເຕະທີມຊາດສິງກະໂປ ເຈົ້າຂອງສະຖິຕິຄົນເກົ່າ ທີ່ຄອງມາຫຼາຍປີ ແຕ່ຫຼ້າສຸດ ທີລະສິນ ແດງດາ ກາຍເປັນດາວຍິງສູງສຸດຄົນໃໝ່ປະຈໍາການແຂ່ງຂັນບານເຕະຊີງແຊັມແຫ່ງຊາດອາຊຽນ ຫຼື AFF SUZUKI CUP ຫຼັງຈາກນັດຫຼ້າສຸດຍິງໃຫ້ ທີມຊາດໄທ ຂຶ້ນນໍາ ຟິລິບປິນ 1-0 ໃນເຄິ່ງເວລາທໍາອິດຂອງການແຂ່ງຂັນບານເຕະ AFF SUZUKI CUP 2020 ປະຈໍາວັນທີ 14 ທັນວາ 2021 ຂຶ້ນຄອງດາວຍິງສູງສຸດປະຈໍາລາຍການນີ້ຢ່າງເປັນທາງການ ຈາກການຍິງໄປແລ້ວ 18 ປະຕູທີ່ຍິງໄດ້ມີຄື:

– AFF SUZUKI CUP 2008 ຍິງໄດ້ 4 ປະຕູຄວ້າດາວຍິງສູງສຸດປະຈໍາປີດັ່ງກ່າວຮ່ວມ
– AFF SUZUKI CUP 2012 ຍິງໄດ້ 5 ປະຕູຄວ້າດາວຍິງສູງສຸດ
– AFF SUZUKI CUP 2016 ຍິງໄດ້ 6 ປະຕູຄວ້າດາວຍິງສູງສຸດ
– AFF SUZUKI CUP 2020 ຍິງໄດ້ແລ້ວ 3 ປະຕູ