ລາຍລະອຽດຜູ້ເສຍຊີວິດໃໝ່ 5 ຄົນ, ໃນນັ້ນນະຄອນຫຼວງວຽງຈັນ 4 ຄົນ

125

ມາຮອດວັນທີ 08 ທັນວາ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 83.291 ຄົນ, ເສຍຊີວິດສະສົມ 219 ຄົນ (ໃໝ່ 05), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 488 ຄົນ, ກໍາລັງປິ່ນປົວ 12.100 ຄົນ.
ລາຍລະອຽດຜູ້ເສຍຊີວິດໃໝ່ 05 ຄົນ ມີດັ່ງນີ້


1 ເພດຊາຍ, ອາຍ 21 ປີ, ຄ້າຍຄຸມຂັງເມືອງຂື້ນກັບບ້ານຫ້ວຍຊາຍ, ເມືອງຫ້ວຍຊາຍ, ແຂວງບໍ່ແແກ້ວ, ບໍ່ມີພະຍາດປະຈໍາຕົວ, ບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19
ວັນທີ 04 ທັນວາ 2021 ເກັບຕົວຢ່າງເພື່ອມາກວດຊອກຫາພະຍາດໂຄວດ-19 ແລະ ຜົນກວດເປັນບວກ
ວັນທີ 05 ທັນວາ 2021: ຜູ້ກ່ຽວເລີ້ມມີອາການໄຂ້, ເຈັບແໜ້ນໜ້າເອີກ, ຫາຍໃຈຝຶດ, ວັນທີ 06 ທັນວາ 2021: ຜູ້ກ່ຽວມີອາການໜັກຫລາຍ ເອົາໄປປີ່ນປົວຢູ່ໂຮງໝໍ ແຕ່ຜູ້ກ່ຽວ ໄດ້ເສຍຊີວິດກ່ອນ


2 ເພດຍິງ ອາຍຸ 21 ປີ, ບ້ານຊໍາເກດ, ເມືອງສີໂຄດຕະບອງ, ນະຄອນຫລວງ. ພະຍາດປະຈຳໂຕ: ພູມແພ້ (ບໍ່ຮູ້ວ່າແພ້ຫຍັງ), ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ຄົບ
ເວລາ 11:00 ໂມງຂອງວັນທີ 06 ທັນວາ 2021: ເຂົ້າມາກວດຢູ່ສຸກເສີນໂຮງໝໍມິດຕະພາບດ້ວຍອາການງ່ວງຊຶມ, ບໍ່ໄດ້ສະຕິ, ຮາກອອກເລືອດສີແດງສົດ, ຕົນໂຕຈືດມ້ານ (ກ່ອນໜ້ານີ້ 1 ວັນ ມີອາການໄອ) ໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19, ຜົນກວດເປັນບວກ ແລະ ຮັບຄົນເຈັບເຂົ້ານອນ ແລະ ແຍ່ທໍ່ຊ່ວຍຫາຍໃຈ; ແລະ ໃຫ້ຢາເຊີດຊູ ຮອດເວລາ 04:50 ນາທີ ຂອງວັນທີ່ 07 ທັນວາ 2021 ຄົນເຈັບ ໄດ້ເສຍຊີວິດ

3 ເພດຊາຍ, ອາຍຸ 66 ປີ, ບ້ານຮ່ອງຄ້າ, ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ປະຫວັດພະຍາດຜ່ານມາ ມະເຮັງປອດ, ບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19, ເຂົ້າມາໂຮງໝໍມິດຕະພາບ ວັນທີ່ 24 ພະຈິກ 2021
ອາການເບື້ອງຕົ້ນ ໄອມີເລືອດປົນຂີ້ກະເທີ່ ຫາຍໃຈຝືດ ຫາຍໃຈມີສຽງດັງ ມີອາການແໜ້ນເອິກ ກຶນອາຫານທຸກຊະນິດຍາກລຳບາກ, ອາການຊີວິດບໍ່ຄ່ອຍດີ ໄລຍະການປິ່ນປົວ: 24 ພະຈິກ 2021-07 ທັນວາ 2021 ແລະ ມາຮອດເວລາ 10:30 ນາທີ ຂອງວັນທີ 07 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ


4 ເພດຊາຍ, ອາຍຸ 58 ປີ, ບ້ານຮ່ອງຄ້າ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
ພະຍາດປະຈໍາຕົວ: ຄວາມດັນເລືອດສູງ ບໍ່ໄດ້ຕິດຕາມ, ບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ເຂົ້າມາໂຮງໝໍມິດຕະພາບ ວັນທີ່ 04 ທັນວາ 2021 (ຮັບຈາກມໍລະສຸມໂຮງໝໍມະໂຫສົດ)
ອາການເບື້ອງຕົ້ນ: ຄົນເຈັບບໍໄດ້ສະຕິ (ໃສ່ທໍ່ຊ່ອຍຫາຍໃຈ) ຄົນເຈັບລົ້ມໃນຫ້ອງນໍ້າບໍ່ຮູ້ເວລາທີ່ຊັດເຈນ ແຕ່ພົບເຫັນໃນຕອນເຊົ້າຂອງວັນທີ່ 04 ທັນວາ 2021 ໃນສະພາບບໍ່ມີສະຕິ ແລະເອົາໄປໂຮງໝໍມະໂຫສົດ ເຮັດ CT Scanner of Brain (Hemorrhage stroke), TA 152/100, P100 T37.9, RR 26 SO2:90%


ໄລຍະການປິ່ນປົວ: ແຕ່ວັນທີ 04-07 ທັນວາ 2021, ລວມເປັນ 04 ວັນ ແລະ ຮອດເວລາ16ມ00 ຂອງວັນທີ 07/12/21ຄົນເຈັບໄດ້ເສຍຊີວິດ
5 ເພດຍິງ, ອາຍຸ 94 ປີ, ບ້ານໂນນແກ້ວ, ເມືອງສີໂຄດຕະບອງ, ນະຄອນຫລວງ
ພະຍາດປະຈໍາຕົວ ຄວາມດັນເລືອດສູງ, ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19ຄົບ ເວລາ 08,35 ນາທີ ຂອງວັນທີ 07 ທັນວາ 2021 ຄົນເຈັບມາກວດຢູ່ໂຮງໝໍ 103 ດ້ວຍອາການໄຂ້, ໄອ, ຫາຍໃຈຫອບ ແລະ ຫາຍໃຈຝຶດ, ຄວາມດັນເລືອດສູງ ແລະ ຄົນເຈັບມີອາການໜັກຫລາຍ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດເປັນບວກ ແລະ ຮັບຄົນເຈັບເຂົ້ານອນປີ່ນປົວ ຊື່ງຕໍ່ມາຄົນເຈັບ ໄດ້ເສຍຊີວິດ ໃນວັນດຽວກັນ.