ສູນກາງ ແນວລາວສ້າງຊາດ ມອບ ຕຽງນອນ ແລະ ໝອນ ໃຫ້ຄະນະສະເພາະກິດຂັ້ນແຂວງ ແລະ ພະແນກສາທາລະສຸກແຂວງ ຈໍານວນ 100 ຊຸດ

389

ໃນວັນທີ 14 ສິງຫາ 2021 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໄດ້ມີພິທີມອບ – ຮັບ ຕຽງນອນ ແລະ ໝອນ ຈຳນວນ 100 ຊຸດມູນຄ່າ 56ລ້ານ ກີບ ຈາກສູນກາງ ແນວລາວສ້າງຊາດ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວປະຕິບັດໜ້າທີ່ ວຽກງານປ້ອງກັນ, ຄວບຄຸມສະກັດກັນການແຜ່ລະບາດຂອງພະຍາດໂຄວິດ-19 ພາຍໃນແຂວງສະຫວັນນະເຂດ.


ໃຫ້ກຽດເຂົ້າຮ່ວມໃນພິທີມອບ – ຮັບຄັ້ງນີ້ໂດຍ ທ່ານ ດຣ ແສງດາວ ສີດາໄລ ກໍາມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງ ຮອງປະທານສະເພາະກິດຄວບຄຸມພະຍາດ ໂຄວິດ-19 ຂັ້ນແຂວງ ແລະ ທ່ານນາງ ຄໍາພິນ ແພງມະນີວົງ ຮອງຫົວໜ້າຫ້ອງວ່າການແຂວງ ພ້ອມທີມງານ ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.


ຕ່າງໜ້າມອບອຸປະກອນ ແລະ ເຄື່ອງຊ່ວຍເຫລືອໃນຄັ້ງນີ້ ໂດຍແມ່ນທ່ານ ສິນໄຊ ວົງລະຄອນ ຮອງປະທານແນວລາວສ້າງຊາດແຂວງ ພ້ອມຄະນະ.


ກ່າວຮັັັບເຄື່ອງຊ່ວຍເຫລືອໃນຄັ້ງນີ້ ທ່ານ ດຣ ແສງດາວ ສີດາໄລ ກໍາມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງ ກໍ່ໄດ້ສະແດງຄວາມຂອບໃຈມາຍັງ ສູນກາງ ແນວລາວສ້າງຊາດ ພ້ອມຄະນະ ທີ່ໃຫ້ການຊ່ວຍເຫລືອຕຽງນອນ ແລະ ໝອນ ໃຫ້ຄະນະສະເພາະກິດຂັ້ນແຂວງ ແລະ ພະແນກສາທາລະສຸກແຂວງ ຈໍານວນ 100 ຊຸດມູນຄ່າ 56ລ້ານ ກີບໃນຄັ້ງນີ້ ເຊີ່ງຈະໄດ້ນນໍາໃຊ້ເຂົ້າໃນວຽກງານ ຄວບຄຸມ, ສະກັດກັດກັ້ນ ແລະ ຕ້ານການລະບາດຂອງ ພະຍາດໂຄວິດ-19 ໃນແຂວງສະຫວັນນະເຂດ ໃຫ້ເກີດຜົນປະໂຫຍດສູງສຸດ.