ວັກຊີນ 616. 820 ໂດສ໌​ ຈາກການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ມາເຖິງສປປ ລາວ ແລ້ວ

603

ວັນທີ 5 ເດືອນສິງຫາ 2021 ​ສປປ ລາວ ໄດ້ຮັບວັກຊີນ​ປ້ອງກັນພະຍາດ ໂຄວິດ​-19 ​ຈາກການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ໂດຍຜ່ານ​ໂຄງການ COVAX Facility.


​ພິທີມອບຮັບວັກຊິນດັ່ງກ່າວ ເຈັດຂຶ້ນຢູ່ທີ່ສະໜາມບິນສາກົນວັດໄຕ ດ້ວຍການ​​ເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ເຄໂຊ ທາເກວະກະ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ທ່ານ ດຣ. ກາວ ຈູນ​ວ່າການແທນ​ຜູ້ຕາງໜ້າອົງ​ການ​ອະ​ນາ​ໄມ​ໂລກ ປະຈຳ ສປປ ລາວ ເເລະ ​ທ່ານນາງ ດຣ ເພຍ ເຣເບນໂຣ ບຣິໂຕ ຜູ້ຕາງໜ້າອົງການຢູນິເຊັບ ປະຈໍາ ສປປ ລາວ.


ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ກ່າວວ່າ: “ລັດຖະບານແຫ່ງ ສປປ ລາວ ຕີລາຄາສູງຕໍ່ການຊ່ວຍເຫຼືອວັກຊີນ ແອັສຕຣາເຊເນກາ ໃຫ້ແກ່ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການສະແດງເຖິງຄວາມພະຍາຍາມຂອງລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ເພື່ອຊ່ວຍ ລັດຖະບານ ແລະ ປະຊາຊົນລາວ ໃນການສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ -19 ຢູ່ ສປປ ລາວ. ວັກຊີນຊຸດ​ນີ້ ຈະຊ່ວຍຂັບເຄື່ອນ​ຄວາມພະຍາຍາມສັກວັກຊີນກັນພະຍາດ​ຂອງ ສປປ ລາວ ໃຫ້ກ້າວໄປຂ້າງໜ້າ ແລະ ເຮັດໃຫ້ພວກເຮົາຫຍັບເຂົ້າໃກ້ເປົ້າໝາຍ​ການສັກວັກຊີນກັນພະຍາດ ໂຄວິດ​-19 ​ໃຫ້ໄດ້ 50% ຂອງປະຊາກອນພາຍໃນປີນີ້.”


ລັດຖະບານແຫ່ງ ສປປ ລາວ ຈະນໍາໃຊ້ການບໍລິຈາກຄັ້ງລ້າ​ສຸດນີ້ ເພື່ອສືບຕໍ່ສັກວັກຊີນ​ໃຫ້ແກ່ກຸ່ມບູລິມະສິດ, ລວມທັງຜູ້ທີ່ມີ​ອາຍຸ 60 ປີຂຶ້ນໄປ, ຜູ້ທີ່ມີ​ພະຍາດປະຈໍາຕົວ​​ ແລະ ພະນັກງານສາທາລະນະສຸກໃນຂອບເຂດທົ່ວປະເທດ, ໂດຍສອດຄ່ອງກັບແຜນປະຕິບັດການສັກວັກຊີນກັນພະຍາດ ໂຄວິດ-19 ແຫ່ງຊາດ ​ແລະ ເພື່ອສະໜັບສະໜູນ​ເປົ້າໝາຍຂອງລັດຖະບານແຫ່ງ ​ສປປ ລາວ ໃນການສັກວັກຊີນກັນພະຍາດ​ໃຫ້ໄດ້ 50% ​ຂອງປະຊາກອນພາຍໃນທ້າຍປີ 2021.


ທ່ານ ເຄໂຊ ທາເກວະກະ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ສປປ ລາວ ກ່າວວ່າ: “ລັດຖະບານຍີ່ປຸ່ນເປັນຜູ້ສະໜັບສະໜູນ ທີ່ໃກ້ຊິດຂອງ​ລັດຖະບານແຫ່ງ ສປປ ລາວ ໃນການຕອບໂຕ້ກັບພະຍາດ ໂຄວິດ-19 ນັບຕັ້ງແຕ່ການລະບາດຂອງເຊື້ອໄວຣັສໃນເບື້ອງຕົ້ນ ເເລະ ​ຍັງໄດ້ສະໜັບສະໜູນ ສປປ ລາວ ດ້ວຍອຸປະກອນປ້ອງກັນສ່ວນຕົວ (PPE) ສໍາລັບພະນັກງານແພດ​ໝໍຢູ່ແຖວໜ້າ ແລະ ອຸປະກອນ​ອົກຊີເພື່ອປິ່ນປົວຄົນເຈັບທີ່ຕິດເຊື້ອພະຍາດ ໂຄວິດ-19, ພ້ອມທັງສ້າງຄວາມເຂັ້ມແຂງຂອງອຸປະກອນລະບົບຄວາມ​ເຢັນໃນປະເທດພາຍໃຕ້ແຜນງານ​ “Last One Mile Support”.

ຂ້າພະເຈົ້າ​ຫວັງວ່າ ການບໍລິຈາກວັກຊີນຄັ້ງລ້າ​ສຸດນີ້ ຈະຊ່ວຍໃຫ້ ສປປ ລາວ ບັນລຸເປົ້າໝ​າຍການສັກວັກຊີນໃນປີ 2021.”