7 ປະເທດສະມາຊິກອີຢູ ເປີດຕົວໃບຢັ້ງຢືນດິຈິຕອນໂຄວິດ

273

ສຳນັກຂ່າວຕ່າງປະເທດລາຍງານວ່າ: ສະມາຊິກສະຫະພາບເອີຣົບ ( ອີຢູ ) 7 ປະເທດ ໄດ້ອອກໃບຢັ້ງຢືນດິຈິຕອນກ່ຽວກັບພະຍາດໂຄວິດ – 19 ແລ້ວ ສ່ວນການນຳໃຊ້ຢ່າງເປັນທາງການ ຄາດວ່າຈະນັບແຕ່ວັນທີ 1 ກໍລະກົດເປັນຕົ້ນໄປ.

ຄະນະກຳມາທິການເອີຣົບ ( EC ) ເປີດເຜີຍວ່າ: ຮົງກາຣີ, ສາທາລະນະລັດເຊັກ, ດານມາກ, ເຢຍລະມັນ, ເກຣັກ, ໂຄຣອາຊີ ແລະ ໂປໂລຍ ໄດ້ເປີດຕົວໃບຢັ້ງຢືນດິຈິຕອນໂຄວິດ – 19 ແລ້ວ ໂດຍ EC ໄດ້ສະເໜີໃຫ້ເຮັດໃບຢັ້ງຢືນດັ່ງກ່າວ ເພື່ອໃຫ້ປະຊາຊົນສາມາດເດີນທາງຢ່າງປອດໄພໄດ້ ນັບແຕ່ລະດູຮ້ອນປີນີ້ເປັນຕົ້ນໄປ.

ທັງນີ້, ໃບຢັ້ງຢືນທັງແບບເຈ້ຍ ແລະ ດິຈິຕອນນັ້ນ ຈະເປັນຫຼັກຖານຢັ້ງຢືນວ່າຜູ້ຖືໃບດັ່ງກ່າວໄດ້ຮັບການສັກວັກແຊັງປ້ອງກັນໂຄວິດ – 19 ແລ້ວ, ໄດ້ຮັບການກວດຫາເຊື້ອແລ້ວວ່າ ບໍ່ຕິດເຊື້ອ ຫຼື ປິ່ນປົວດີຈາກການຕິດເຊື້ອແລ້ວ.