ແຕ່ງຕັ້ງ ທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ ເປັນປະທານ ສດລ ຄົນໃໝ່

302

ພິທີແຕ່ງຕັ້ງປະທານສະຫະພັນກີລາດອກປີກໄກ່ແຫ່ງຊາດລາວ ( ສດລ ) ໄດ້ມີຂື້ນຕອນແລງວັນທີ 14 ສິງຫາ ທີ່ຜ່ານມາ ທີ່ຫ້ອງປະຊຸມ ຂອງຄະນະກຳມະການໂອລີມປີກແຫ່ງຊາດ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສືກສາທິການ ແລະ ກີລາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດນີ້ ຄະນະພິທີ ໄດ້ອ່ານຂໍ້ຕົກລົງແຕ່ງຕັ້ງ ອີງຕາມດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງ ສືກສາທິການ ແລະ ກິລາ ສະບັບເລກທີ 263/ ນຍ ລົງວັນທີ 26 ພຶດສະພາ 2020 ລັດຖະມົນຕີ ກະຊວງ ສືກສາທິການ ແລະ ກີລາ ຈື່ງຕົກລົງ ຮັບຮອງເອົາການປັບປຸງ ກົງຈັກກາຈັດຕັ້ງ ຄະນະບໍລິຫານງານ ສະຫະພັນດອກປີກໄກ່ແຫ່ງຊາດລາວຊຸດໄຫມ່ 2020-2024 ເຊີ່ງໄດ້ແຕ່ຕັ້ງທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ ເປັນປະທານດອກປີກໄກ່ ຊຸດໃໝ່ ພ້ອມກັບແຕ່ງຕັ້ງ ຮອງປະທານ 4 ທ່ານ ເລຂາທິການ 1 ທ່ານ ຮອງເລຂາ 1 ທ່ານ ຄະນະກຳມະການ 11 ທ່ານ.

ຂະນະທີ່ ສະຫະພັນດອກປີກໄກ່ແຫ່ງຊາດລາວ ຊຸດໃໝ່ ຈະຈັດການແຂ່ງຂັນດອກປີກໄກ່ ທົ່ວປະເທດ ຄັ້ງທີ 20 Beerlao Open 2020 ຊິງຂັນປະທານສະພາແຫ່ງຊາດ ເຊີ່ງຈະມີຂຶ້ນວັນທີ 20-23 ສິງຫາ 2020 ທີ່ເດີນດອກປີກໄກ່ ເສດຖາ ບ້ານ ບຶງຂະຫຍອງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໂດຍລາຍການນີ້ ບໍລິສັດເບຍລາວ ໃຫ້ການອຸປະຖຳລວມມູນຄ່າ 162 ລ້ານກີບ