ຮູ້ ຫຼື ຍັງ! ທົ່ວປະເທດມີພຽງ 3 ບໍລິສັດຜະລິດຝຸ່ນເຄມີ ແລະ ຊີວະພາບ ຖືກຕ້ອງຕາມກົດໝາຍ

353

ປັດຈຸບັນ ສປປ ລາວ ມີພຽງສາມບໍລິສັດຜະລິດຝຸ່ນເຄມີ ແລະ ຊີວະພາບ ທີ່ໄດ້ຈົດທະບຽນການຜະລິດຝຸ່ນເຄມີ ແລະ ຊີວະພາບຖືກຕ້ອງຕາມກົດໝາຍ ເຊິ່ງການຈົດທະບຽນ ແມ່ນມີຄວາມຈໍາເປັນ ເພື່ອສາມາດຄຸ້ມຄອງຜະລິດຕະພັນດັ່ງກ່າວ ບໍ່ໃຫ້ມີຜົນກະທົບທາງລົບຕໍ່ສຸຂະພາບຂອງຄົນ, ສັດ, ພືດ ແລະ ສິ່ງແວດລ້ອມ ທັງເປັນການຮັບປະກັນທາງດ້ານຄຸນນະພາບຂອງສິນຄ້າ.

ເປັນພຽງພາບປະກອບຂ່າວ

ລັດຖະບານຮຽກຮ້ອງ ໃຫ້ມີການຈົດທະບຽນຜະລິດຕະພັນຝຸ່ນເຄມີ ແລະ ຝຸ່ນຊີວະພາບ ກ່ອນການຜະລິດ ເພື່ອຮັບປະກັນສິນຄ້າທີ່ຜະລິດອອກມາ ບໍ່ມີຜົນກະທົບດ້ານລົບຕໍ່ຄົນ, ສັດ, ພືດ ແລະ ສິ່ງແວດລ້ອມ ແລະ ທັງເປັນການຮັບປະກັນຄຸນນະພາບຂອງສິນຄ້າ. ປັດຈຸບັນມີ 3 ບໍລິສັດ ທີ່ໄດ້ຈົດທະບຽນຜະລິດຝຸ່ນເຄມີ ແລະ ຝຸ່ນຊີວະພາບ ຖືກຕ້ອງຕາມກົດໝາຍ ກັບກະຊວງກະສິກໍາ ແລະ ປ່າໄມ້ ລາຍລະອຽດ ຜະລິດຕະພັນຂອງແຕ່ລະບໍລິສັດ ມີດັ່ງລຸ່ມນີ້:​

ເປັນພຽງພາບປະກອບຂ່າວ

1 ບໍລິສັດ ປຸຍສະຫວັນຈໍາກັດ ມີການຈົດທະບຽນ 7 ຜະລິດຕະພັນ ຄື:  ຜະລິດຕະພັນ 21-7-18, 16-16-8, 27-9-14, 21-0-0, 24-9-14, 42-0-0 ແລະ 23-12-12. ບັນດາຜະລິດຕະພັນດັ່ງກ່າວຈະໝົດອາຍຸນໍາໃຊ້ໄດ້ຮອດປີ 2020.

ເປັນພຽງພາບປະກອບຂ່າວ

2 ບໍລິສັດມາລີນີການກະເສດຈໍາກັດຜູ້ດຽວ ມີການຈົດທະບຽນ 1 ຜະລິດຕະພັນ ຄື: ຝຸ່ນສັງລວມອົງຄະທາດ ພາຍໃຕ້ຊື່ທາງການຄ້າມາລີນີຝຸ່ນຊີວະພາບກາ 5 ດາວ ແລະ ເຄື່ອງໝາຍການຄ້າມາລີນີຝຸ່ນຊີວະພາບກາ 5 ດາວ. ການຈົດທະບຽນສູດຝຸ່ນສັງລວມອົງຄະທາດດັ່ງກ່າວ ສາມາດນໍາໃຊ້ໄດ້ຮອດປີ 2020.

ເປັນພຽງພາບປະກອບຂ່າວ

3 ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈໍາກັດຜູ້ດຽວໄດ້ຈົດທະບຽນ 2 ຜະລິດຕະພັນຄື: ສູດຝຸ່ນ 0-0-60 ( K2O ≥ 60 %) ເມັດ ແລະ  0-0-60( K2O ≥ 60 %) ຝຸ່ນ ໂດຍມີເຄື່ອງໝາຍການຄ້າ LAO KAIYUAN ເຊິ່ງທະບຽນຂອງສອງຜະລິດຕະພັນດັ່ງກ່າວ ສາມາດນໍາໃຊ້ໄດ້ຮອດປີ 2020.

ເປັນພຽງພາບປະກອບຂ່າວ

ທີ່ມາ: ຂໍ້ມູນຂ່າວສານທາງດ້ານການຄ້າ