ກອງປະຊຸມລັດຖະບານເດືອນນີ້ໄດ້ພິຈາລະນານິຕິກຳເກືອບ 10 ສະບັບ

127

ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນສິງຫາ 2019 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 20 ແລະ ປິດລົງໃນຕອນເຊົ້າວັນທີ 22 ສິງຫາ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.

ในภาพอาจจะมี 1 คน, กำลังนั่ง, ตาราง และสถานที่ในร่ม

 

ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອົາ 9 ເອກະສານສໍາຄັນທັງໝົດ 9 ສະບັບເປັນຕົ້ນແມ່ນ
1. ຮ່າງກົດໝາຍ ວ່າດ້ວຍການຊົດເຊີຍຄ່າເສຍຫາຍຈາກລັດ (ສ້າງໃໝ່)
2. ຮ່າງກົດໝາຍ ວ່າດ້ວຍການລົ້ມລະລາຍຂອງວິສາຫະກິດ (ສະບັບປັບປຸງ).
3. ຮ່າງກົດໝາຍ ວ່າດ້ວຍຮູບເງົາ (ສ້າງໃໝ່).
4. ຮ່າງກົດໝາຍ ວ່າດ້ວຍຫຼັກຊັບ (ສະບັບປັບປຸງ).
5. ຮ່າງກົດໝາຍ ວ່າດ້ວຍຄວາມສະເໝີພາບ ຍິງ-ຊາຍ (ສ້າງໃໝ່).
6. ຮ່າງດໍາລັດ ວ່າດ້ວຍການປິດບໍ່ແຮ່ ພາຍຫຼັງການຂຸດຄົ້ນ.
7. ຮ່າງດໍາລັດ ວ່າດ້ວຍການຄຸ້ມຄອງທຸລະກິດຍານພາຫະນະທາງບົກ.
8. ແຜນພັດທະນາແບບກວມລວມເຂດພູພຽງບໍລະເວນ.
9. ບົດລາຍງານກ່ຽວກັບ ສະພາບພົ້ນເດັ່ນທາງດ້ານເສດຖະກິດ-ການເງິນ, ເງິນຕາ ແລະ ມາດຕະການແກ້ໄຂ; ທິດທາງແຜນງົບປະມານ ປີ 2020.

 

ในภาพอาจจะมี 2 คน

ໃນນີ້ແອັດຈະຍົກເອົາດຳລັດວ່າດ້ວຍການປິດບໍ່ແຮ່ພາຍຫຼັງຂຸດຄົ້ນມາສະເໜີທ່ານຜູ້ອ່ານກ່ອນ ໂດຍຜົນການປຶກສາຫາລື ກອງປະຊຸມ ໄດ້ເຫັນດີຮັບຮອງເອົາຮ່າງດໍາລັດວ່າດ້ວຍການປິດບໍ່ແຮ່ ພາຍຫຼັງສິ້ນສຸດການຂຸດຄົ້ນ ໃນດ້ານຫຼັກການ ພ້ອມຊີ້ນໍາໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ປັບປຸງຕື່ມຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ.

 

ในภาพอาจจะมี 1 คน, กำลังนั่ง, ตาราง และสถานที่ในร่ม

ເປັນຕົ້ນບາງເນື້ອໃນ ຂອງບາງມາດຕາ ໃຫ້ຄົບຖ້ວນ, ລະອຽດ, ຈະແຈ້ງ, ຮັດກຸມ, ແທດຕົວຈິງກັບແຕ່ລະປະເພດແຮ່ ໂດຍສະເພາະ ທີ່ກ່ຽວຂ້ອງກັບແຜນການປິດບໍ່ແຮ່, ມາດຕະຖານການປິດບໍ່ແຮ່, ການຟື້ນຟູທາງກາຍະພາບ ແລະ ເຄມີ, ການບູລະນະຟື້ນຟູສິ່ງ ແວດລ້ອມທໍາມະຊາດ ແລະ ສັງຄົມ, ການຄໍ້າປະກັນການປິດບໍ່ແຮ່, ການກຳນົດເວລາດຳເນີນການປິດບໍ່.

ในภาพอาจจะมี 2 คน, ผู้คนกำลังนั่ง, ตาราง และสถานที่ในร่ม

ການກຳນົດຄະນະກຳມະການຮັບຜິດຊອບວຽກງານປິດບໍ່ແຮ່, ມາດຕະການຕໍ່ການລະເມີດ ແລະ ອື່ນໆ. ພາຍຫຼັງປັບປຸງສໍາເລັດແລ້ວ ໃຫ້ສົມ ທົບກັບ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກວດກາຮຽບຮຽງຄືນ ແລ້ວສະເໜີທ່ານນາຍົກລັດຖະມົນຕີ ລົງລາຍເຊັນ ປະກາດໃຊ້ເປັນທາງການ.