ຫຼາຍກວ່າ 4 ພັນຄົນຮ່ວມຄັດເລືອກເປັນຕົວແທນນັກກີລາ ອີ-ສະປອດ ທີມຊາດລາວ ລຸຍຊີເກມ 2019

138

ໃນວັນທີ 9 ສິງຫາ 2019 ທີ່ຫ້ອງປະຊຸມ ລາວອາດມີເດຍ ບ້ານດົງນາໂຊກ ນະຄອນຫຼວງວຽງຈັນ ໄດ້ມີພິທີຖະແຫຼງຂ່າວການຈັດການແຂ່ງຂັນຄັດເລືອກນັກກີລາ ອີ-ສະປອດ ທີມຊາດລາວ ກຽມພ້ອມເຂົ້າຮ່ວມ ງານມະຫາກໍາກີລາຊີເກມ ຄັ້ງທີ 30 ທີ່ປະເທດຟິລິບປິນ ໃນທ້າຍປີ 2019.

ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ກະເສມ ອິນທະລາ ຮອງປະທານ ຄະນະກໍາມະການໂອແລມປິກແຫ່ງຊາດລາວ, ທ່ານ ນາງ ພູໄຊ ແພງພົງ ຮອງຫົວໜ້າກົມກີລາລະດັບສູງ ກະຊວງສຶກສາທິການ ແລະ ກີລາ, ທ່ານ ໂຈນາທານ ສິຣິສັກດາ ປະທານສະຫະພັນກີລາ ອີ-ສະປອດແຫ່ງຊາດລາວ, ທ່ານ ທັນສະໄໝ ຊາມູນຕີ ຫົວໜ້າຄະນະພັດທະນາຄຸນນະພາບ ແລະ ການບໍລິການ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ແລະ ທ່ານ ນາງ ຂັນຄໍາ ບຸຊາຕີ ຜູ້ຈັດການຜະລິດຕະພັນເຄື່ອງດື່ມສະຕິງ ບໍລິສັດ ເບຍລາວ ຈໍາກັດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ໂຈນາທານ ສິຣິສັກດາ ປະທານສະຫະພັນກີລາ ອີ-ສະປອດແຫ່ງຊາດລາວ ກ່າວລາຍງານວ່າ: ກີລາ ອີ-ສະປອດ ( E-sport ) ຫຍໍ້ມາຈາກຄໍາວ່າ Electronic Sport ເຊິ່ງເປັນກີລາທີ່ໃຊ້ອຸປະກອນເອເລັກໂຕຣນິກໃນການຫຼິ້ນ ແລະ ແຂ່ງຂັນ ໂດຍອົງປະກອບລວມມີ ນັກກີລາ ແລະ ອຸປະກອນເອເລັກໂຕຣນິກ ( ຄອມພິວເຕີ, ໂທລະສັບມືຖື ແລະ ອື່ນໆ) ແລະ ຫຼ້າສຸດຖືກບັນຈຸເຂົ້າໃນງານກີລາຊີເກມ ຄັ້ງທີ 30 ທີ່ປະເທດຟິລິບປິນ ຢ່າງເປັນທາງການ ແລະ ໄດ້ຮັບຄວາມນິຍົມຫຼາຍ.
ດັ່ງນັ້ນ ທາງສະຫະພັນກີລາ ອີ-ສະປອດແຫ່ງຊາດລາວ ຈິ່ງຈັດການແຂ່ງຂັນຄັດເລືອກເອົານັກກີລາຕົວແທນທີມຊາດ ກຽມເຂົ້າຮ່ວມງານມະຫາກໍາຊີເກມ ໃນທ້າຍປີນີ້ ມາຮອດປັດຈຸບັນມີຜູ້ຮ່ວມຄັດເລືອກຫຼາຍກວ່າ 2.000 ຄົນ ຈາກຈໍານວນ 3 ປະເພດ 4 ລາຍການຄື:

-ປະເພດຕໍ່ສູ້ວາງແຜນຍຸດທະສາດ 3 ລາຍການແບບທີມ 5 ຄົນຄື: Moblie Legends 270 ທີມ, AOV ມີ 110 ທີມ ແລະ DOTA 2 ມີ 18 ທີມ ປະເພດທີ່ໃຊ້ອຸປະກອນມືຖື ແລະ ຄອມພິວເຕີ
-ປະເພດຕໍ່ສູ້ໂດຍໃຊ້ການອາໄສໄຫວພິບ ແລະ ໃຊ້ການຝຶກຊ້ອມ, ຄວາມວ່ອງໄວເປັນຫຼັກ 1 ລາຍການແບບດ່ຽວ 1 ຄົນຄື: Tekken 7 ປະເພດໃຊ້ອຸປະກອນຄອນໂຊຣ.
ໂດຍເປົ້າໝາຍໃນຊີເກມທ້າຍປີນີ້ ແມ່ນຫວັງ 2 ຫຼຽນໃຫ້ແກ່ທັບນັກກີລາລາວ

ສໍາລັບ ການຄັດເລືອກແມ່ນເລີ່ມປະກາດຮັບສະໝັກ 10-30 ກໍລະກົດ 2019, ເຊິ່ງປັດບັນແມ່ນຈັດການແຂ່ງຂັນຮອບອອນລາຍ, ສ່ວນໃນລະຫວ່າງວັນທີ 17-18 ສິງຫາ 2019 ຈະມີການແຂ່ງຂັນຮອບອ໊ອຟລາຍ ທີ່ສູນການຄ້າວຽງຈັນເຊັນເຕີ ເພື່ອຄັດເອົານັກກີລາເຂົ້າສູ່ທີມຊາດ.