ສາວໂບຝາກຕິດຕາມເອັມວີເພງ ມ7 ຂອງໜຸ່ມຕີ ອຸດາໄລ

96

ໃກ້ແລ້ວຈະໄດ້ຊົມເອັມເພງ ມ7 ຂອງໜຸ່ມຕີ ອຸດາໄລ ຍັງອີກ 4-5 ວັນຂ້າງໜ້ານີ້ຮັບຮອງທຸກຄົນໄດ້ມ່ວນກັນ, ເພງນີ້ມີຄົນດັງໃນວົງການຫຼາຍທ່ານທີ່ໄດ້ປະກອບສ່ວນ ເຊື່ອວ່າຕ້ອງຖືກໃຈແຟນເພງທີ່ຄອງຄອຍມາຊ້ານານ.

ສາວໂບ ອະດີດຜູ້ຈັດການທີມວຽງຈັນຢູໄນເຕັດ ຂວັນໃຈມະຫາຊົນ ບອກວ່າ: Mv ເພງ ມໍ7 ຂ້າພະເຈົ້າຢາກໃຫ້ທຸກຄົນຕິດຕາມ… ອ້າຍຕີ໋ ນັກຮ້ອງ ນັກແຕ່ງເພງ ລະດັບຕຳນານເບີຕົ້ນຕົ້ນຂອງວົງການບັນເທິງ ນັກສະແດງນຳ ອ້າຍເຈ້ຍຜູ້ກຳກັບຮູບເງົາທີ່ປະສົບຄວາມສຳເລັດຫຼາຍເລື່ອງ ອ້າຍສັກ ນັກຮ້ອງແລະນັກແຕ່ງເພງ ທີ່ດັງຂ້າມຂອງ ທັ້ງລາວແລະໄທ ໄປໄສໃຜກໍຮູ້ຈັກ 10ປີກວ່າກະຍັງບໍ່ລືມ.

ໃນເອັມວີ ມີນາງເອກຕອນເດັກນ້ອງຮັນນ່າ ນາທີບໍ່ມີໃຜບໍ່ຮູ້ຈັກ ຢຸ້ຍນາງເອກດີກີ ນາງງາມທີ່ໄປຄວ້າລາງວັນຊຸດປະຈຳຊາດໃນເວທີລະດັບໂລກ… ແລະຂ້າພະເຈົ້າເອງ 1ໃນນັກສະແດງຄືກັນ!! ຍັງບໍ່ພຽງເທົ່ານີ້ ຍັງໄດ້ນັກສະແດງຮັບເຊິນ VIP ອີກຈາກຫຼາຍວົງການ ໃຊ້ນັກສະແດງຫຼາຍທີ່ສຸດແລ້ວເພງນີ້ ❤️❤️❤️

ສຳຄັນແມ່ນວັນທີ 22 ກໍລະກົດນີ້ ຂໍໃຫ້ພີ່ນ້ອງຊາວລາວ ຊ່ວຍກັນແຊ ກັນເບິ່ງໃຫ້ຮອດ100.000 ວິວໃຫ້ດັງຂ້າມຂອງໄປຮອດປະເທດເພື່ອນບ້ານ ໃຫ້ຮ້ອງກັນໃຫ້ຕິດປາກ ສະຫນັບສະຫນຸນເພງດີ ມີຄຸນນະພາບ ແລ້ວມາຄິດຮອດຄວາມຫຼັງ ຊ່ວງມໍປາຍໄປພ້ອມກັນ ຢ່າລືມ!!!