ບໍລິຄຳໄຊ ເສຍຊີວິດ 2 ຄົນລະຫວ່າງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ 2024

42

ໃນລະຫວ່າງສົ່ງທ້າຍປີເກົ່າ 2023 ຕ້ອນຮັບປີໃໝ່ 2024 ປະຊາຊົນລາວບັນດາເຜົ່າແມ່ນມີຫຼາຍຄົນເດີນທາງໄກ ເພື່ອໄປຫາຄອບຄົວ ພີ່ນ້ອງ, ບາງຄົນກໍ່ສະຫຼອງຢ່າງເບີກບານມ່ວນຊື່ນ ແລະທັງໝົດລ້ວນມີການນຳໃຊ້ຍານພາຫະນະໃນການໄປ-ມາຫາສູ່ ຈຶ່ງເຮັດໃຫ້ມີອຸບັດຕິເຫດເກີດຂຶ້ນຫຼາຍໃນລະຫວ່າງນີ້ ສະເພາະແຂວງ ບໍລິຄໍາໄຊ ມີອຸປະຕິເຫດເກີດຂື້ນ 12 ລາຍ.

ເຈົ້າໜ້າທີ່ຕໍາຫຼວດພະແນກຈະລາຈອນ ປກສ ແຂວງ ບໍລິຄໍາໄຊໄດ້ລາຍງານໃຫ້ຮູ້ວ່າ ໃນລະຫວ່າງວັນທີ 29 ທັນວາ ປີ 2023- 01 ມັງກອນ 2024 ເຊິ່ງເປັນໄລຍະທີ່ ມີການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ຄສ 2023-ຕ້ອນຮັບປີໄໝ່ ຄສ 2024 . ທົ່ວແຂວງ ບໍລິຄໍາໄຊ ມີອຸບັດຕິເຫດຕາມທ້ອງຖະໜົນ ເກີດຂື້ນ 12 ລາຍ: ມີ ລົດຈັກຕຳລົດຈັກ 02 ລາຍ, ລົດຈັດຕຳລົດໃຫຍ່ 02 ລາຍ, ລົດໃຫຍ່ຕໍາກັບລົດຈັກ 01 ລາຍ, ລົດໃຫຍຕໍາຄົນຍ່າງ 01 ລາຍ, ລົດຈັກຕຳຄົນຍ່າງ 01 ລາຍ; ຜົນເສຍຫາຍທາງດ້ານສຸຂະພາບມີຄົນໄດ້ຮັບບາດເຈັບທັງໝົດ 17 ຄົນ, ເຈັບເລັກນ້ອຍ 8 ຄົນ, ຍີງ 3 ຄົນ, ເຈັບສົມຄວນ 6 ຄົນ, ຍີງ 01, ເຈັບສາຫັດ ຍີງ 01 ຄົນ ແລະ ເສຍຊີວິດ ຊາຍ 02 ຄົນ; ມີພາຫານະເປ່ເພທັງໝົດ 18 ຄັນ, ເປ່ເພເລັກນ້ອຍ 06 ຄັນ, ເປ່ເພສົມຄວນ 12 ຄັນ, ໃຊ້ການບໍ່ໄດ້ 02 ຄັນ.

May be an image of 5 people, scooter, motorcycle, dirt bike and road

ສາເຫດທີ່ເກີດອຸບັດຕິເຫດແມ່ນເກີດຈາກນັກຂັບຂີ່ລະເມີດ ກົດລະບຽບຈະລາຈອນ ເຊັ່ນ: ໃຊ້ຄວາມໄວເກີນກຳນົດ 04 ລາຍ, ການແຊງລົດຂື້້ນໜ້າບໍ່ຮັບປະກັນ 01 ລາຍ, ບໍ່ປ່ອຍສິດ 03 ລາຍ, ປະເມີນມູນຄ່າຄວາມເສຍຫາຍທີ່ເກີດຂື້ນທັງໝົດ ປະມານ 250.000.000 ກີບ (ສອງຮ້ອຍຫ້າສີລ້ານ ກີບ).

May be an image of 1 person, car and road
ດັ່ງນັ້ນເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ປກສ ແຂວງ ບໍລິຄໍາໄຊ ຈຶ່ງຮຽກຮ້ອງມາຍັງບັນດານັກຂັບຂີ່ທຸກໆ ທ່ານຈົ່ງເອົາໃຈໃສ່ປະຕິບັດກົດລະບຽບຈະລາຈອນໃຫ້ເຂັ້ມງວດ, ຮັກສາມາລະຍາດເຊິ່ງກັນ ແລະ ກັນ ທັງນີ້້ກໍ່ເພື່ອປ້ອງກັນຕົນເອງ ແລະ ເພື່ອນຮ່ວມໃຊ້ລົດໃຊ້ຖະໜົນໃຫ້ມີຄວາມປອດໄພ ຫຼີກລ່ຽງຈາກການບາດເຈັບທາງດ້ານສຸຂະພາບ ແລະ ສູນເສຍທາງດ້າບຊັນສີນ ແລະ ຊີວິດຈາການເກີດອຸປະຕິເຫດ ທັງເປັນການປະກອບສ່ວນຫຼຸດຜ່ອນບັນຫາອຸບັດຕິເຫດຕາມທ້ອງຖະໜົນໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ຂອບໃຈຂ່າວຈາກ: ປກສ ແຂວງບໍລິຄຳໄຊ