14 ຕຸລານີ້ຮູ້ກັນ! ໃຜຈະໄດ້ເປັນ Mister Global Laos 2023

91

ໃກ້ເຂົ້າມາເຕັມທີ່ແລ້ວ! ມາລຸ້ນໄປພ້ອມກັນຊາຍງາມຄົນໃດຈະຄວ້າຕໍາແໜ່ງຈາກເວທີປະກວດຊາຍງາມ ເພື່ອເຟັ້ນຫາຜູ້ທີ່ພຽບພ້ອມທັງຮູບຮ່າງໜ້າຕາ, ບຸກຄະລິກກະພາບ ແລະ ຄວາມຮູ້, ຄວາມສາມາດໃນເວທີ Mister Global Laos2023 ເພື່ອເປັນຕົວແທນຂອງປະເທດລາວຮ່ວມປະກວດໃນເວທີສາກົນ Mister Global 2023 ເຊິ່ງຕອນນີ້ນ້ອງໆຊາຍງາມກໍເດີນທາງມາໃກ້ຈະເຖິງຝັ່ງກັນແລ້ວ ເຊິ່ງເຮົາຈະໄດ້ຮູ້ກັນໄວໆນີ້ໃຜຈະຄວ້າຕໍາແໜ່ງ ພ້ອມລາງວັນໄປຄອງມາຖ້າລຸ້ນໄປນໍາກັນໃນຄໍ່າຄືນຂອງວັນທີ 14 ຕຸລາ 2023 ທີ່ຈະມາເຖິງນີ້ ທີ່ຫໍປະຊຸມແຫ່ງຊາດ ຝາກແຟນຂ່າວບັນເທີງເປັນກໍາລັງໃຈໃຫ້ກັບໜຸ່ມໆທັງ 12 ຄົນແດ່ເດີ.

ມື້ນີ້ທີມຂ່າວບັນເທີງຈະພາສາວໆໄປສ່ອງໜຶ່ງໜຸ່ມຫຼໍ່ທີ່ຮ່ວມປະກວດໃນປີນີ້ ເຊິ່ງເປັນຕົວຕັງຂອງກອງເລີຍກໍວ່າໄດ້ ເພາະຖ້າເວົ້າເຖິງການປະກວດ Mister Global Laos2023 ກໍພາດຄົນນີ້ບໍ່ໄດ້ ນັ້ນກໍຄືໜຸ່ມ ມັອດ ແສງອາທິດ ເສນາບັນດິດ MGL10 ໜຸ່ມຫຼໍ່ຮອຍຍິ້ມມີສະເໜ່ ຮູບຮ່າງດີ ກ້າມແຂນເປັນມັດໆກັນເລີຍ ຮັບຮອງວ່າສາວໆໄດ້ເຫັນຕ້ອງຮ້ອງກີດໄປຕາມໆກັນ ເຊິ່ງປັດຈຸບັນໜຸ່ມຄົນນີ້ອາຍຸ 20 ປີ, ສ່ວນສູງ 182 ຊັງຕີແມັດ ແລະ ນ້ຳໜັກ 77 ກິໂລ ກຣາມ ປັດຈຸບັນກຳລັງສຶກສາຢູ່ຄະນະວິສະວະກຳສາດ ປີ 4 ເຊິ່ງການປະກວດເທື່ອນີ້ອໍຣ່າກໍມາເຕັມໜ້າຕິດຕາມສຸດໆ.

ສໍາລັບ ໜຸ່ມມັອດ ເປັນຄົນທີ່ມີເປົ້າໝາຍ ແລະ ແບບແຜນໃນການດຳລົງຊີວິດ ມີເປົ້າໝາຍທີ່ຊັດເຈນ ເຊິ່ງເປົ້າໝາຍຂອງມັອດ ໃນເວທີນີ້ແມ່ນການເປັນ the winner Mister Global Laos 2023 ເຊິ່ງຜ່ານມາແມ່ນເຄີຍຮ່ວມປະກວດໃນປີ 2021 ແຕ່ຍັງບໍ່ເຖິງຝັນ ຈຶ່ງກັບມາແກ້ມືອີກຄັ້ງເພື່ອທີ່ຈະເປັນຕົວແທນຄົນລາວໄປປະກວດໃນເວທີສາກົນ ມັອດ ໄດ້ກຽມຄວາມພ້ອມມາໄລຍະໜຶ່ງແລ້ວ ບໍ່ວ່າຈະເປັນຄວາມພ້ອມທາງດ້ານ ຮ່າງກາຍ ແລະ ຈິດໃຈ ຄວາມສາມາດຕ່າງໆທີ່ຈະເອົາຊະນະໃຈຄະນະກຳມະການໄດ້ ບໍ່ແປກໃຈເລີຍວ່າ ຍ້ອນຫຍັງໜຸ່ມຄົນນີ້ເຖິງມີສຸຂະພາບດີ ເພາະຈຸດພິເສດຄືມັກຫຼິ້ນກີລາໂດຍກີລາຫຼັກໆທີ່ຫຼິ້ນກໍຈະແມ່ນບານສົ່ງ, ແບັດມິນຕັນ,ບາສ ນັ້ນເອງ.

ນອກຈາກນີ້ ມັອດ ຍັງມີ ຄວາມສາມາດດ້ານການສະແດງ ແລະ ຮ້ອງເພງອີກດ້ວຍ. ການກັບມາເຮັດຕາມເປົ້າໝາຍໃຫ້ສຳເລັດຄືການໄດ້ເປັນ The winner ໃນປີ 2023 ນີ້ ເອີ້ນໄດ້ວ່າມີເປົ້າໝາຍຊັດເຈນ ແລະ ປີນີ້ນ້ອງຄົນນີ້ກໍກັບມາລຸ້ນຕໍາແໜ່ງຜູ້ຊະນະເລີດສຸດໆ ເພາະຫຼາກຫຼາຍກູຣູຂອງເວທີຊາຍງາມ ກໍເຄາະໃຫ້ໜຸ່ມຄົນນີ້ ສະນັ້ນຕ້ອງຖ້າຕິດຕາມກັນ.
ສຸດທ້າຍນີ້ ທີມຂ່າວບັນເທີງເອງກໍຂໍຝາກໜຸ່ມຄົນນີ້ ແລະ ນ້ອງທັງ 12 ຄົນ ດ້ວຍ ຊ່ວຍໃຫ້ກຳລັງໃຈ ແລະ ຝາກຕິດຕາມຜົນງານຂອງໜຸ່ມໆກັນໄດ້ຜ່ານ page: Mister Global Laos.