ງາມແຮງແພງຫຼາຍ ນ້ອງນູ້ເລົ່າ ຫວາເມັ່ງລໍ່ ຮ່ວມງານຮັບໃບຢັ້ງຢືນເປັນໂຮງແຮມລະດັບ 4 ດາວ

41

ງານນີ້ອີກໜຶ່ງສາວງາມທີ່ທີມຂ່າວບັນເທີງສະດຸດຕາບໍ່ເວົ້າເຖິງບໍ່ໄດ້ແລ້ວ! ນັ້ນກໍແມ່ນສາວສຸດງາມສະຫງ່າມາໃນຊຸດແບບລາວໆສີຂາວສະບາຍຕາ ຄວງຄູ່ກັບດີໄຊເນີລະດັບແຖວໜ້າ ອ້າຍຄໍາເພົ້າ ບົວພັນ ເຈົ້າຂອງຫ້ອງເສື້ອຄໍາເພົ້າ ສັ່ງໄດ້ ນັ້ນກໍຄືນ້ອງນູ້ເລົ່າ ຫວາເມັ່ງລໍ່ Miss Earth Laos 2023 ນັ້ນເອງ. ງານນີ້ບໍ່ແປກໃຈທີ່ທັງສອງມາຮ່ວມກັນ ເນື່ອງຈາກວ່ານ້ອງນູ້ເລົ່າ ແມ່ນເປັນພຣີເຊັນເຕີຄົນໃໝ່ສຸດພິເສດຂອງອ້າຍຄໍາເພົ້ານັ້ນເອງ ບອກເລີຍອອກງານແຕ່ລະຄັ້ງປັງສຸດໆໄປເລີຍ.

ທັງສອງຄົນແມ່ນໄດ້ໄປຮ່ວມງານສຸດພິເສດກັບ ພິທີມອບ – ຮັບຢ່າງເປັນທາງການໃບຢັ້ງຢືນເຄື່ອງໝາຍໂຮງແຮມ ລະດັບ 4 ດາວ ໂຮງແຮມລາວເທວ Laotel Hotel ງານດັ່ງກ່າວແມ່ນໄດ້ມີຂຶ້ນໃນວັນທີ 10 ຕຸລາ 2023 ນີ້ ທີ່ນະຄອນຫຼວງ ວຽງຈັນ ເຊິ່ງໃບຢັ້ງຢືນ ແລະ ເຄື່ອງໝາຍການຄ້ານີ້ ເປັນມາດຕະຖານໜຶ່ງທີ່ສໍາຄັນໃນການສະແດງຄຸນນະພາບຂອງການບໍລິການຢູ່ໂຮງແຮມ ລາວເທວ ແລະ ເປັນການກ້າວເຂົ້າສູ່ມາດຕະຖານອາຊຽນ ກໍຄືມາດຕະຖານສາກົນ ພ້ອມທັງເປັນການສະໜອງຄວາມຮຽກຮ້ອງຕ້ອງການຂອງຜູ້ຊົມໃຊ້ໃຫ້ມີຫຼາຍທາງເລືອກເພີ່ມຂຶ້ນ ແລະ ເອີ້ນໄດ້ວ່າບໍລິການທຸກລະດັບປະທັບໃຈກັນເລີຍ ຈຶ່ງໄດ້ຮັບການມອບເຄື່ອງໝາຍ 4 ດາວດັ່ງກ່າວ ງານນີ້ມີທັງແຂກຈາກສູນກາງ, ເລົ່າຄົນມີຊື່ສຽງໄປຮ່ວມງານຫຼາກຫຼາຍຄົນເລີຍ ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມຢ່າງຄຶກຄື້ນ.

ມື້ນີ້ທີມຂ່າວບັນເທີງ ກໍໄດ້ນໍາເອົາພາບບັນຍາກາດມາຝາກມາຕ້ອນແຟນຂ່າວດ້ວຍ ສໍາລັບນ້ອງນູ້ເລົ່າ ຫວາເມັ່ງລໍ່ ແມ່ນສາວງາມສະຫງ່າສົມມົງ Miss Earth Laos 2023 ຄົນຫຼ້າສຸດ ແລະ ເປັນນາງງາມຕາມຄາດ ເພາະແຮງຈາກກອງເຊຍລົ້ນຫຼາມແຮງ! ພ້ອມນີ້ນ້ອງຄົນນີ້ຈະເປັນຕົວແທນສາຍສະພາຍລາວ ໄປປະກວດທີ່ເວທີ Miss Earth 2023 ເຊິ່ງຖືກຈັດຂຶ້ນທີ່ ນະຄອນໂຮ່ຈິມິນ ປະເທດຫວຽດນາມ ໃນວັນທີ 22 ທັນວາ 2023 ທີ່ຈະມາເຖິງນີ້ນັ້ນເອງ.

ຂ່າວບັນເທີງເອງ ກໍຂໍຝາກແຟນໆຕິດຕາມສະໜັບສະໜູນຜົນງານຂອງນ້ອງ ແລະ ຂໍໃຫ້ນ້ອງປະຕິບັດໜ້າທີ່ຂອງຕົນເອງຢ່າງເຕັມທີ່ ດັ່ງທີ່ນ້ອງຕັ້ງໃຈ ແລະ ກໍຂໍໃຫ້ກອງແມ່ເອັນ ດູ, ຂໍໃຫ້ໄດ້ເຂົ້າຮອບເລິກໆໃນເວທີໃຫຍ່ດ້ວຍ ຝາກແຟນໆຂ່າວບັນເທີງ ຕິດຕາມສະໜັບສະໜູນນ້ອງແດ່ເດີ.