ລັດຖະບານ ມອບໃຫ້ 3 ກະຊວງ ເປັນເຈົ້າການແກ້ໄຂບັນຫາເງິນເຟີ້

74

 

ລັດຖະບານ ມອບໃຫ້ທະນາຄານ ແຫ່ງ ສປປ ລາວ, ກະຊວງການເງິນ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ສຸມໃສ່ແກ້ໄຂເງິນເຟີ້ ໂດຍໃຫ້ຄຸ້ມຄອງການເຄື່ອນໄຫວທາງດ້ານການເງິນຂອງບັນດາທະນາຄານທຸລະກິດຢ່າງໃກ້ຊິດ, ຮັບປະກັນບໍ່ໃຫ້ມີການປັ່ນປ່ວນ ແລະ ແລກປ່ຽນເງິນຕາທີ່ຜິດກົດໝາຍ; ສະກັດກັ້ນການລັກລອບນໍາເຂົ້າລົດຜິດກົດໝາຍ ແລະ ສິນຄ້າຕາມຊາຍແດນ; ກຳນົດລາຍການສິນຄ້າຟຸ່ມເຟືອຍເພື່ອຫຼຸດ ແລະ ຈໍາກັດການນໍາເຂົ້າ.

ໃນຄໍາສັ່ງນາຍົກລັດຖະມົນຕີ ສະບັບເລກທີ 13/ນຍ ລົງວັນທີ 29 ສິງຫາ 2023 ວ່າດ້ວຍການເພີ່ມທະວີແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ – ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ໄດ້ມອບໃຫ້ບັນດາທ່ານໃນຄະນະສະເພາະກິດຕາມມະຕິຕົກລົງ ສະບັບເລກທີ 19/ກມສພ ເປັນເຈົ້າການສົມທົບກັບຂະແໜງການກ່ຽວຂ້ອງຂັ້ນສູນກາງ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນຕ່າງໆ ສຸມໃສ່ຄົ້ນຄວ້າ ແລະ ນໍາໃຊ້ມາດຕະການ, ໃນນີ້ສະເພາະມາດຕະການແກ້ໄຂໄພເງິນເຟີ້ ໄດ້ມອບໃຫ້ 3 ພາກສ່ວນ ດັ່ງນີ້:


1). ມອບໃຫ້ທະນາຄານ ແຫ່ງ ສປປ ລາວ ປະຕິບັດດັ່ງນີ້
– ຄຸ້ມຄອງປະລິມານເງິນ M2 ໃຫ້ຢູ່ໃນຂອບທີ່ສາມາດຄວບຄຸມໄດ້; ຄຸ້ມຄອງ, ຕິດຕາມ ແລະຈຳກັດການເພີ່ມຂຶ້ນຂອງອັດຕາເງິນເຟີ້ ເຮັດໃຫ້ຫຼຸດລົງ. ພ້ອມທັງສຸມໃສ່ຄວບຄຸມລາຄາສິນຄ້າທີ່ສົ່ງຜົນກະທົບໄວຕໍ່ເງິນເຟີ້ຂອງ ສປປ ລາວ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.
– ຄຸ້ມຄອງການເຄື່ອນໄຫວທາງດ້ານການເງິນ ຂອງບັນດາທະນາຄານທຸລະກິດຢ່າງໃກ້ຊິດ, ຮັບປະກັນບໍ່ໃຫ້ມີການປັ່ນປ່ວນ ແລະ ແລກປ່ຽນເງິນຕາທີ່ຜິດກົດໝາຍ; ພ້ອມນີ້ໃຫ້ນຳໃຊ້ມາດຕະການທີ່ເດັດຂາດຕໍ່ຜູ້ລະເມີດ ແລະ ກະທຳຜິດຕໍ່ກົດໝາຍ, ຕໍ່ຜູ້ສວຍໃຊ້ໜ້າທີ່ ເພື່ອຫາຜົນປະໂຫຍດທີ່ບໍ່ຊອບທຳ ແລະ ຜິດກົດໝາຍ ໂດຍບໍ່ມີການຍົກເວັ້ນ.
– ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ແກ້ໄຂການແລກປ່ຽນເງິນຕາທີ່ບໍ່ຖືກຕ້ອງ ແລະ ດຳເນີນຄະດີຕໍ່ບຸກຄົນ, ນິຕິບຸກຄົນ ຜູ້ທີ່ຍັງເຄື່ອນໄຫວແລກປ່ຽນເງິນຕາແບບຊະຊາຍ ສ້າງຄວາມປັ່ນປ່ວນ; ພ້ອມທັງກຸ່ມເປົ້າໝາຍທີ່ມີການນຳໃຊ້ບັນຊີສ່ວນຕົວເຂົ້າໃນການແລກປ່ຽນເງິນຕາແບບຜິດກົດໝາຍ, ຖ້າພົບເຫັນພະນັກງານ ແລະ ເຈົ້າໜ້າທີ່ສວຍໃຊ້ໜ້າທີ່ອຳນວຍຄວາມສະດວກ ຕ້ອງໄດ້ດຳເນີນຕາມຂະບວນການຂອງກົດໝາຍຢ່າງເຂັ້ມງວດ.

2). ມອບໃຫ້ກະຊວງການເງິນ ປະຕິບັດດັ່ງນີ້:
– ສະກັດກັ້ນ ການລັກລອບນໍາເຂົ້າລົດຜິດກົດໝາຍ ແລະ ສິນຄ້າຕາມຊາຍແດນ ຫຼື ສິນຄ້າທີ່ລັດຖະບານ ໄດ້ຮັບຮອງເປັນສິນຄ້າຟຸ່ມເຟືອຍ, ສິນຄ້າທີ່ພາຍໃນສາມາດຜະລິດໄດ້, ທຸກການນຳເຂົ້າສິນຄ້າ ຕ້ອງຜ່ານດ່ານທີ່ມີເງື່ອນໄຂດ້ານພື້ນຖານໂຄງລ່າງຄົບຖ້ວນ ( ລະບົບສະແກນເນີ, ລະບົບຕິດຕາມໃບ ບ 53, ລະບົບທັນສະໄໝ ເພື່ອຄຸ້ມຄອງການນໍາເຂົ້າ – ສົ່ງອອກສິນຄ້າ ເຊັ່ນ NSWA+ ); ກວດກາສິນຄ້າ ແລະ ເງິນຕາເຂົ້າ – ອອກ ຢູ່ດ່ານຊາຍແດນ, ລວມທັງເຄື່ອງຕິດຕົວຜູ້ໂດຍສານຢ່າງເຂັ້ມງວດ; ແກ້ໄຂສະພາບການຄ້ານອກລະບົບ, ໃຜກໍມີສິດນຳເຂົ້າ, ຮັບປະກັນຄວາມຖືກຕ້ອງຂອງມູນຄ່າແຈ້ງພາສີ ( ບໍ່ຄວນໃຫ້ຜູ້ນຳເຂົ້າເປັນຜູ້ສ້າງໃບແຈ້ງລາຄາດ້ວຍຕົນເອງ, ຕ້ອງແມ່ນໂຮງງານ ຫຼື ຜູ້ຂາຍສິນຄ້າຢູ່ຕົ້ນທາງເປັນຜູ້ອອກໃຫ້ ) ແລະ ຫຼີກລ່ຽງການເສຍພາສີ; ຮີບຮ້ອນຄົ້ນຄວ້າມາດຕະການ ແລະ ວິທີການໃນການເກັບລາຍຮັບຈາກການຊື້ – ຂາຍສິນຄ້າຜ່ານລະບົບອອນລາຍ. ໃນນັ້ນ ສຳລັບສິນຄ້າທີ່ສັ່ງມາຈາກຕ່າງປະເທດໃຫ້ມີການຄຸ້ມຄອງຜ່ານດ່ານ ຫຼື ລະບົບສາງ ຂອງບໍລິສັດຂົນສົ່ງ ເພື່ອຮັບປະກັນການເສຍພາສີໃຫ້ຖືກຕ້ອງ ແລະ ຄົບຖ້ວນ.

– ສືບຕໍ່ຕິດຕາມ ການຮັບຮອງ ແລະ ປະກາດໃຊ້ລັດຖະບັນຍັດ ວ່າດ້ວຍລາຍການສິນຄ້າ ແລະ ອັດຕາພາສີຂາອອກ, ລັດຖະບັນຍັດ ວ່າດ້ວຍຄ່າຊັບພະຍາກອນທຳມະຊາດ, ລັດຖະບັນຍັດ ວ່າດ້ວຍຄ່າເຊົ່າ ແລະ ສຳປະທານຊັບສິນຂອງລັດ.
– ເລັ່ງເກັບລາຍຮັບຈາກຖານລາຍຮັບ ທີ່ມີໃນປັດຈຸບັນໃຫ້ຄົບຖ້ວນ ໂດຍນໍາໃຊ້ເຄື່ອງມືທັນສະໄໝໃຫ້ເປັນລະບົບລວມສູນ ໂດຍສະເພາະເກັບລາຍຮັບຈາກພັນທະອາກອນ; ຄົ້ນຄວ້າການປັບປຸງອັດຕາອາກອນມູນຄ່າເພີ່ມຂຶ້ນ ຈາກ 7% ມາເປັນ 10%, ອາກອນຊົມ ໃຊ້, ອາກອນກໍາໄລ, ອາກອນລາຍໄດ້ ຈາກຜູ້ສະໜອງສິນຄ້າ ແລະ ການບໍລິການຢູ່ໃນບັນດາໂຄງການລົງທຶນຕ່າງປະເທດ ( ຂະແໜງໄຟຟ້າ ແລະ ບໍ່ແຮ່ ). ພ້ອມນັ້ນ, ກໍໃຫ້ຄົ້ນຄວ້າສ້າງສິ່ງຈູງໃຈໃຫ້ຫົວໜ່ວຍທຸລະກິດ ຫັນມາເຂົ້າສູ່ລະບົບອາກອນມູນຄ່າເພີ່ມໃຫ້ຫຼາຍຂຶ້ນ; ປັບປຸງກົນໄກການຄຸ້ມຄອງການນໍາເຂົ້າ – ສົ່ງອອກສິນຄ້າປະເພດຕ່າງໆ ດ້ວຍການບັງຄັບໃຊ້ກົດໝາຍທີ່ກ່ຽວຂ້ອງໃຫ້ມີຄວາມເຂັ້ມງວດ ໂດຍນໍາໃຊ້ລະບົບກົນໄກອາກອນມູນຄ່າເພີ່ມ ເພື່ອຄວບຄຸມການເຄື່ອນໄຫວທຸລະກຳ ແລະ ທຸລະກິດ; ຄົ້ນຄວ້າການປັບເພີ່ມອັດຕາອາກອນຊົມໃຊ້ຕໍ່ການນໍາເຂົ້າສິນຄ້າຟຸ່ມເຟືອຍ ແລະ ສິນຄ້າທີ່ມີຜົນກະທົບທາງລົບຕໍ່ສຸຂະພາບ ແລະ ສັງຄົມ ໃຫ້ສາມາດປະຕິບັດໄດ້ໄວ, ພ້ອມທັງປະຕິບັດມາດຕະການປາບປາມການລັກລອບນຳເຂົ້າບໍ່ຖືກຕ້ອງທຸກຮູບແບບ.

3). ມອບໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ປະຕິບັດດັ່ງນີ້:
– ໃຫ້ຄວບຄຸມ ແລະ ແຊກແຊງລາຄາສິນຄ້າທີ່ມີຜົນກະທົບໄວຕໍ່ເງິນເຟີ້ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.
– ກຳນົດລາຍການສິນຄ້າຟຸ່ມເຟືອຍ ເພື່ອຫຼຸດ ແລະ ຈໍາກັດການນໍາເຂົ້າ, ພ້ອມດຽວກັນກໍຄົ້ນຄວ້າ ແລະ ດຳເນີນມາດຕະການຄຸ້ມຄອງການນຳເຂົ້າສິນຄ້າທີ່ເໝາະສົມໃນການຈໍາກັດ ແລະ ຫຼຸດຜ່ອນການນໍາເຂົ້າສິນຄ້າທີ່ພາຍໃນສາມາດຜະລິດເອງໄດ້ ແລະ ສິນຄ້າຟຸ່ມເຟືອຍ ໂດຍບໍ່ຂັດກັບລະບຽບການສາກົນ ທີ່ ສປປ ລາວ ເປັນພາຄີ ເປັນຕົ້ນແມ່ນບັນດາມາດຕະການທີ່ບໍ່ແມ່ນພາສີ ແລະ ບໍ່ກະທົບຕໍ່ອຸດສາຫະກຳການຜະລິດພາຍໃນ.