ບໍລິຄຳໄຊ ປະກາດຊັບຊ້ອນຄະນະພາສີປະຈຳແຂວງ

74

ປະຕິບັດຕາມການຕົກລົງເຫັນດີເປັນເອກະພາບໃນກອງປະຊຸມຄະນະປະຈຳກະຊວງການເງິນ ຄັ້ງວັນທີ 7 ກໍລະກົດ 2023, ພະແນກການເງິນແຂວງຈຶ່ງໄດ້ມີພິທີປະກາດການຈັດຕັ້ງພາສີປະຈຳແຂວງຂຶ້ນໃນວັນທີ 27 ກໍລະກົດນີ້ ຢູ່ໂດຍການເປັນປະທານຂອງທ່ານ ກົງຄໍາ ສິດທິວໍລະດາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານກະຊວງການເງິນ, ທ່ານ ພູເຂົາຄຳ ວັນນະວົງໄຊ ຫົວໜ້າກົມພາສີ, ມີບັນດາຫົວໜ້າພະແນກ, ຮອງພະແນກ ແລະ ຂະແໜງການທີ່ຂຶ້ນກັບ ແລະ ພາສີປະຈຳແຂວງເຂົ້າຮ່ວມ .

May be an image of 2 people, dais and text
ທ່ານ ພູວັນ ໄຊຍະວົງ ຫົວໜ້າພະແນກກົມຈັດຕັ້ງ ແລະ ພະນັກງານ ໄດ້ຜ່ານຂໍ້ຕົກລົງຂອງທ່ານ ລັດຖະມົນຕີກະຊວງການເງິນວ່າດ້ວຍການແຕ່ງຕັ້ງທ່ານ ຄຳມິດ ໄຊອາສາ ຮອງຫົວໜ້າກົມພາສີ ໄປປະຈຳການ ແລະ ລົງເລິກຮັບຜິດຊອບນຳພາ-ຊີ້ນຳວຽກງານພາສີປະຈຳນະຄອນຫຼວງ, ແຂວງວຽງຈັນ ແລະ ແຂວງບໍລິຄຳໄຊ, ຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງການເງິນວ່າດ້ວຍການແຕ່ງຕັ້ງ-ຍົກຍ້າຍພະນັກງານພາສີປະຈຳແຂວງບໍລິຄຳໄຊ ລາຍລະອຽດມີດັ່ງນີ້:

May be an image of 9 people, dais and text

ຄະນະພາສີປະຈຳແຂວງຍົກຍ້າຍທ່ານ ແກ້ວວິລາ ທິບດາລາ ຫົວໜ້າດ່ານພາສີສາກົນນໍ້າພາ ເປັນຮອງຫົວໜ້າພາສີປະຈຳແຂວງບໍລິຄຳໄຊ, ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ພອນປະເສີດ ທິບວົງໄຊ ຫົວໜ້າດ່ານພາສີປະເພນີ ປາກກະດິງ ເປັນຫົວໜ້າຂະແໜງສັງລວມ, ກວດກາ ແລະ ກວດສອບຄືນ ການແຈ້ງພາສີ, ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ວິລະກອນ ພູວັນໂນ ຫົວໜ້າຂະແໜງສັງລວມ, ກວດກາ ແລະ ກວດສອບຄືນການແຈ້ງພາສີ ເປັນຮອງຫົວໜ້າດ່ານພາສີສາກົນປາກຊັນ ຍົກຍ້າຍແຕ່ງຕັ້ງທ່ານ ບຸນຈັນ ຈອມມະນີ ຮອງຫົວໜ້າພາສີປະຈຳແຂວງ ເປັນຫົວໜ້າດ່ານພາສີສາກົນນໍ້າພາວ, ຍົກຍ້າຍແຕ່ງຕັ້ງທ່ານ ເລື່ອນຄຳ ພີມມະສອນ ຫົວໜ້າດ່ານພາສີ ທອງມີໄຊ ເປັນຮອງຫົວໜ້າດ່ານພາສີສາກົນນໍ້າພາວ, ຍົກຍ້າຍແຕ່ງຕັ້ງທ່ານ ອິນປັນ ວົງສິນນະສອນ ຫົວໜ້າດ່ານພາສີປະເພນີນໍ້າອ້ອນ ເປັນຫົວໜ້າດ່ານພາສີທ້ອງຖິ່ນທອງມີໄຊ, ຍົກຍ້າຍແຕ່ງຕັ້ງທ່ານ ສົມສັກ ສີຫາລາດ ພະນັກງານວິຊາການ ເປັນຫົວໜ້າດ່ານພາສີປະເພນີນໍ້າອ້ອນ ແລະ ຕົກລົງຍົກຍ້າຍທ່ານ ວຽງໄຊ ເທບໄກສອນ ຮອງຫົວໜ້າດ່ານພາສີສາກົນນໍ້າພາແຂວງບໍລິຄຳໄຊ ມາສັງກັດຢູ່ກົມພາສີ.

ຂ່າວ: ວຽງສະຫວັນ