6 ເດືອນຕົ້ນປີ ຂະແຫນງ ICT ຂອງ ຫວຽດນາມ ມີລາຍໄດ້ຫຼຸດລົງ

19

ເວັບໄຊຂ່າວ vneconomy.vn ລາຍງານວ່າ: ຕົວເລກຈາກກະຊວງເຕັກໂນໂລຊີ ແລະ ການສື່ສານຂອງຫວຽດນາມ ເປີດເຜີຍວ່າ ອຸດສາຫະກຳເຕັກໂນໂລຊີ ແລະ ການສື່ສານ ( ICT ) ຂອງຫວຽດນາມ ມີລາຍໄດ້ຫຼາຍກວ່າ 1,6 ລ້ານໆດົງ ຫຼື ປະມານ 6,8 ຕື້ໂດລາ ໃນ 6 ເດືອນຕົ້ນປີນີ້ ເຊິ່ງຫຼຸດລົງ 8,66% ທຽບໃສ່ລາຍປີ ແລະ ເທົ່າກັບ 39,6% ຂອງແຜນການປີ 2023.

ຂະນະທີ່ມູນຄ່າການຊື້ – ຂາຍ ໃນຂະແໜງ ICT ທີ່ໄດ້ບັນທຶກໄວ້ມີ 1,45 ລ້ານໆດົງ ຫຼື ປະມານ 61 ຕື້ໂດລາ ຫຼຸດລົງ 10,35% ເມື່ອທຽບປີຕໍ່ປີ ເຊິ່ງລວມເຖິງລາຍໄດ້ຈາກການສົ່ງອອກຮາດແວຣ ແລະ ອຸປະກອນເອເລັກໂຕຣນິກ 51 ຕື້ໂດລາ ກໍຫຼຸດລົງ 9,56%.

ການຫຼຸດລົງດັ່ງກ່າວ ເປັນຜົນມາຈາກເສດຖະກິດໂລກ ປະເຊີນກັບຄວາຫຍຸ້ງຍາກ ເນື່ອງຈາກພາວະເສດຖະກິດທີ່ຖົດຖອຍໃນຫຼາຍປະເທດ ຍັງບໍ່ທັນຜ່ອນຄາຍ ສົ່ງຜົນໃຫ້ ຄວາມຕ້ອງການຂອງສິນຄ້າໄອທີຫຼຸດລົງ. ນອກນີ້, ຍັງມີ ຄວາມຂັດແຍ່ງລະຫວ່າງ ຣັດເຊຍ – ອູແກຣນ ແລະ ການລະບາດຂອງໂຄວິດ – 19 ທີ່ຍັງສົ່ງຜົນກະທົບຕໍ່ການສົ່ງອອກດ້ານນີ້ຂອງຫວຽດນາມ.